ເຊີນສະໝັກເຂົ້າຮ່ວມ ‘’ຫຼັກສູດຝຶກອົມຮົບວິທີການໂຄສະນາ ແລະ ການສົ່ງເສີມການຂາຍສິນຄ້າຜ່ານທາງອອນລາຍ (E-Commerce)

ເຊີນສະໝັກເຂົ້າຮ່ວມ ‘’ຫຼັກສູດຝຶກອົມຮົບວິທີການໂຄສະນາ ແລະ ການສົ່ງເສີມການຂາຍສິນຄ້າຜ່ານທາງອອນລາຍ (E-Commerce)

Start date: 21/02/2023 - End date: 21/03/2023

Time: 09.00-16.00

Location: Online

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ສຄອຊ ໄດ້ ຈັດ ‘’ຫຼັກສູດຝຶກອົມຮົບວິທີການໂຄສະນາ ແລະ ການສົ່ງເສີມການຂາຍສິນຄ້າຜ່ານທາງອອນລາຍ (E-Commerce)”

ຂຶ້ນໃນເດືອນກຸມພາ ປີ 2023. ຈຸດປະສົງແມ່ນເພື່ອເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວິທີການໂຄສະນາການຄ້າ E-Commerce, ມີຄວາມສາມາດໃນການສົ່ງເສີມການຄ້າຂາຍສິນຄ້າ, ການຈັດການ, ການຄຸ້ມຄອງ ແລະ ອື່ນໆ. ນອກຈາກນີ້ກໍເພື່ອເປັນການປຶກສາຫາລືແລກປ່ຽນການຄ້າຂາຍລາວ-ຈີນ ແລະ ເພື່ອເປັນການສົ່ງເສີມສາຍພົວພັນການຮ່ວມມືທາງດ້ານເສດຖະກິດຂອງທັງສອງປະເທດໃຫ້ນັບມື້ນັບຂະຫຍາຍຕົວ. ການຝຶກອົມຮົບດັ່ງກ່າວແມ່ນຈະໄດ້ຮຽນຜ່ານທາງອອນລາຍເປັນໄລຍະເວລາ 30 ວັນ.

ດັ່ງນັ້ນ,  ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຈຶ່ງຮຽນສະເໜີມາຍັງທ່ານເພື່ອພິຈາລະນາເຂົ້າຮ່ວມການຝຶກອົບຮົມດັ່ງກ່າວຕາມທາງຄວນດ້ວຍ.

#ປິດຮັບສະໝັກກ່ອນວັນທີ 20 ມັງກອນ 2023

Enter your keyword