ປະກວດແຂ່ງຂັນອອກແບບໂລໂກ້ເຄື່ອງໝາຍການຄ້າ ແລະ ອອກແບບການຫຸ້ມຫໍ່ຜະລິດຕະພັນຊາ, ກາແຟ ແລະ ເຂົ້າ

ປະກວດແຂ່ງຂັນອອກແບບໂລໂກ້ເຄື່ອງໝາຍການຄ້າ ແລະ ອອກແບບການຫຸ້ມຫໍ່ຜະລິດຕະພັນຊາ, ກາແຟ ແລະ ເຂົ້າ

Start date: 06/09/2021 - End date: 25/09/2021

Time: 08.00-16.00

Location: Lao National Chamber of Commerce and Industry

ການປະກວດແຂ່ງຂັນອອກແບບໂລໂກ້ເຄື່ອງໝາຍການຄ້າ ແລະ ອອກແບບການຫຸ້ມຫໍ່ຜະລິດຕະພັນຊາ, ກາແຟ ແລະ ເຂົ້າຂອງໂຄງການສົ່ງເສີມຜະລິດຕະພັນຫຍີ່ຫໍ້ລາວ – ເພື່ອຊີວິດການເປັນຢູ່ທີ່ດີຂື້ນ.

ພາບລວມ

ໂຄງການສົ່ງເສີມຜະລິດຕະພັນຫຍີ່ຫໍ້ລາວ – ເພື່ອຊິວິດການເປັນຢູ່ທີ່ດີຂຶ້ນ “Brand Lao – for Better Livelihoods” ໂດຍການສະໜັບສະໜູນຈາກລັດຖະບານອາເມລິກາຜ່ານທາງອົງການສະຫະປະຊາຊາດປະຈຳລາວ ພາຍໃຕ້ການຈັດຕັ້ງປະຕິບັດຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ , ຊຶ່ງໂຄງການດັ່ງກ່າວໄດ້ລິເລີ່ມມາແຕ່ເດືອນກັນຍາປີ 2017 ຈົນມາຮອດປະຈຸບັນ.

ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອສ້າງ ແລະ ສົ່ງເສີມຜະລິດຕະພັນຫຍີ່ຫໍ້ລາວໃຫ້ມີຄວາມຍືນຍົງ, ໄດ້ມາດຕະຖານທັງປະລິມານ ແລະ ຄຸນນະພາບ ແລະ ຍັງສາມາດເຮັດໃຫ້ມີຄວາມໄດ້ປຽບໃນການແຂ່ງຂັນ ແລະ ສົ່ງອອກສູ່ຕະຫຼາດສາກົນເປັນຕົ້ນແມ່ນ ຊາ, ກາແຟ, ເຂົ້າ ລວມທັງເຄື່ອງໄໝ, ການທ່ອງທ່ຽວ ແລະ ອື່ນໆ ເພື່ອສ້າງລາຍຮັບ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນໂດຍສະເພາະແມ່ນຜູ້ຜະລິດ, ຊາວນາ ແລະ ຜູ້ໃຫ້ບໍລິການ ແລະ ເພື່ອປະກອບສ່ວນເຂົ້າໃນການບັນລຸແຜນພັດທະນາເສດຖະກິດ-ສັງຄົມທີ່ເປັນທ່າແຮງຂອງ ສປປ ລາວ ໃຫ້ປາກົດຜົນເປັນຈິງ.

ສະນັ້ນ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈິ່ງຢາກປະກວດແຂ່ງຂັນອອກແບບໂລ້ໂກ້ ແລະ ອອກແບບການຫຸ້ມຫໍ່ຂຶ້ນເພື່ອເປັນສັນຍາລັກໃຫ້ກັບຜະລິດຕະພັນຊາ ກາແຟ ເຂົ້າ ແລະ ອື່ນໆ ພາຍໃຕ້ໂຄງການສົ່ງເສີມຜະລີດຕະພັນຍີ່ຫໍ້ລາວ – ເພື່ອຊີວິດການເປັນຢູ່ທີ່ດີຂື້ນ “Brand Lao – for Better Livelihoods”

ແນວຄວາມຄິດການອອກແບບ 🎨

– ມີຄວາມລຽບງ່າຍ ມີລະດັບ ໝັ້ນຄົງ ແລະ ມີຄວາມຫນ້າເຊື່ອຖື
– ມີຄວາມເປັນລາວ ແລະ ສື່ຄວາມໝາຍໃຫ້ເຂົ້າໃຈງ່າຍ
– ສາມາດດຶງດູດຄວາມສົນໃຈ ແລະ ມີຄວາມງາມໂດຍສະເພາະການເລືອກສີ ຫຼື ຕີມ ແລະ ອື່ນໆ
– ສ້າງຂະບວນການຈົດຈຳໃນເວລາພົບເຫັນຂອງຜູ້ຄົນ
– ງ່າຍຕໍ່ການນຳໄປ Promote ສິນຄ້າ ແລະ ຜະລິດຕະພັນ
– ສ້າງຄວາມໂດດເດັ່ນ ແລະ ມີເອກະລັກສະເພາະໂຕ
– ການອອກແບບບໍ່ຈຳເປັນຕ້ອງສື່ວ່າເປັນສິນຄ້າ ຫຼື ບໍລິການຫຍັງຕາຍໂຕ
– ການອອກແບບແມ່ນສາມາດໃຊ້ງານໄດ້ກັບທຸກສື່ ແລະ ບໍ່ຂັດກັບສິ່ງໃດໆ

ເງື່ອນໄຂຂອງຜູ້ສະໝັກ 📋

– ຜູ້ສະໝັກທີ່ມີຄວາມຮູ້ໃນການອອກແບບ ຫຼື ນັກສຶກສາທີ່ສຶກສາດ້ານການອອກແບບ (Graphic Design)
– ມີຄວາມຕັ້ງໃຈ ແລະ ມີຄວາມຄິດສ້າງສັນໃນການອອກແບບ
– ມີແຮງບັນດາໃຈ ແລະ ມີໂລກະທັດກວ້າງໄກນຳໂລກນຳສະໄຫມ
– ມີຄວາມກະຕື້ລື້ລົ້ນ ແລະ ກ້າທີ່ຈະນຳສະເໜີສິ່ງໃຫມ່ໆ
– ບໍ່ລອກລຽນແບບ ຫຼື ກອບປີ້ຄວາມຄິດຂອງຄົນອື່ນມາໃສ່
– ມີຄວາມຄິດໃນການຊ່ອຍສົ່ງເສີມ ແລະ ປົກປ້ອງສິ່ງແວດລ້ອມ

ລາງວັນ 🏆

ສຳລັບຜູ້ທີ່ຊະນະການແຂ່ງຂັນຈະໄດ້ຮັບໃບຍ້ອງຍໍ ແລະ ລາງວັນຈາກສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ສົນໃຈຕິດຕໍ່ ☎️

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ຖະໜົນ ໄກສອນພົມວິຫານ, ບ. ໂພນພະເນົາ,

ມ. ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ

☎️020 99997451 (ນ. ພູມມີ) Email: Phoumy.p@lncci.la; visuda.phommivong@gmail.com
☎️020 59599735 (ນ. ສຸກສະພອນ) Email: sing_pitypooh@yahoo.com

ເປິດຮັບສະໝັກຕັ້ງແຕ່ວັນທີ 06 ກັນຍາ ຈົນເຖິງ ວັນທີ 25 ກັນຍາ 2021 ນີ້

ຢ່າລືມແຊໃຫ້ຫມູ່ເພື່ອນທີ່ຮັກໃນການອອກແບບເພື່ອມາຮ່ວມແຂ່ງຂັນນຳກັນ

Enter your keyword