ການຝຶກອົບຮົມໃນຫົວຂໍ້: “ຍຸດທະສາດການຕະຫລາດ ທີ່ເປັນພາກປະຕິບັດ ແລະ ສາມາດດຳເນີນການໄດ້”

ການຝຶກອົບຮົມໃນຫົວຂໍ້: “ຍຸດທະສາດການຕະຫລາດ ທີ່ເປັນພາກປະຕິບັດ ແລະ ສາມາດດຳເນີນການໄດ້”

Start date: 18/06/2019 - End date: 19/06/2019

Time: 9.00-16.00

Location: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

Download Application Form: http://bit.ly/2VPdjt2

ຮຽນ: ທ່ານ ອຳນວຍການບໍລິສັດ ແລະ ສະມາຊິກ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ທີ່ ນັບຖື !
ເລື່ອງ: ເຊີນເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້: “ຍຸດທະສາດການຕະຫລາດ ທີ່ເປັນພາກປະຕິບັດ ແລະ ສາມາດດຳເນີນການໄດ້” ໃນຊ່ວງວັນທີ 18-19 ມິຖຸນາ 2019, ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

– ອີງຕາມການຮ່ວມມື ລະຫວ່າງ ສຄອ ແຫ່ງຊາດລາວ (LNCCI) ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (Lji) ແລະ ອົງການໄຈກາປະຈຳລາວ JICA .

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຂໍຖືເປັນກຽດຮຽນເຊີນທ່ານເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: “ຍຸດທະສາດການຕະຫລາດ ທີ່ເປັນພາກປະຕິບັດ ແລະ ສາມາດດຳເນີນການໄດ້” ເຊີ່ງຈະໄດ້ຈັດຂື້ນໃນວັນທີ 18 -19 ມິຖຸນາ 2019, ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
—–ບັນຍາຍ ແລະ ຖ່າຍທອດບົດຮຽນໂດຍ: —–
ທ່ານ. Masakazu Hirakawa, ປະທານບໍລິສັດໃຫ້ຄຳປຶກສາ M’s Consulting Inc, ຊ່ຽວຊານ ຍີ່ປຸ່ນທີ່ມີປະສົບການດ້ານການຕະຫລາດ, ດ້ານຍຸດທະສາດ ແລະ ດ້ານການພັດທະນາທຸລະກິດ. ທ່ານເປັນທີ່ປຶກສາທີ່ມີປະສົບການຮອບດ້ານຂອງຍຸດທະສາດທາງທຸລະກິດ ແລະ ການຕະຫຼາດ, ທຸລະກິດທີ່ຂະຫຍາຍຢູ່ຕ່າງປະເທດ ແລະ ທຸລະກິດຂ້າມຊາດ.
—–ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຮຽນຮູ້:—–
• ທິດສະດີ ແບະ ໂຄງສ້າງການຕະຫລາດ
• ວິທີການຕະຫລາດທີ່ເປັນພາກປະຕິບັດຕົວຈິງ
• ແນວຄວາມຄິດ 4Ps & 4Cs, ການວິເຄາະ SWOT
• ຄຸນຄ່າທີ່ລູກຄ້າຮັບຮູ້ (CPV), NPS
• ການແບ່ງເປັນສັດສ່ວນ, ເປົ້າໝາຍການຕະຫລາດ, ສັດສ່ວນ, ການບໍລິຫານຍີ່ຫໍ້

• ຕ່ອງໂສ້ຄຸນຄ່າ, ການບໍລິຫານຜະລິດຕະພັນໃໝ່/ການບໍລິການ, ລາຄາ, ຊ່ອງທາງການຕະຫລາດ, ປະສົບການເສດຖະກິດ
• ແຜນທຸລະກິດ, ລາຄາ, ຂະບວນການຊື້ ແລະ ການຂາຍ, ຂໍ້ມູນຜູ້ຊື້
• ປະຊຸມກຸ່ມເປົ້າໝາຍ, ການບໍລິຫານການຂາຍເປັນຮູບທໍ່, ການໄດ້ລູກຄ້າມາ ແລະ ການຮັກສາລູກຄ້າ,ການຕະຫລາດທີ່ທັນສະໄໝ ແລະ ອື່ນໆ
—–ເປົ້າໝາຍຜູ້ເຂົ້າຮ່ວມຝຶກອົບຮົມ:—–
• ຜູ້ບໍລິຫານຂັ້ນສູງ ແລະ ຜູ້ບໍລິຫານໃນບໍລິສັດ
• ຜູ້ຈັດການທີ່ຮັບຜິດຊອບດ້ານການຕະຫລາດ ແລະ ການຂາຍ ແລະ ພະນັກງານທີ່ເຮັດວຽກດ້ານການ
ຕະຫລາດ ແລະ ການຂາຍ
—–ໄລຍະເວລາ ແລະ ສະຖານທີ່—–
• ວັນທີ 18-19/06/2019 (2 ວັນ), ສະພາການຄ້າ ແລະອຸດສາຫະກຳ ແຫ່ງຊາດລາວ( ສຄອ ແຫ່ງຊາດລາວ )
—–ເອກະສານປະກອບການຝຶກອົບຮົມ:—–
• ຄູ່ມື ແລະ ເອກະສານສຳລັບການຝຶກອົບຮົມ ແລະ ເອກະສານອື່ນໆ
—–ຮູບແບບການຝຶກອົບຮົມ:—–
• ຮັບໃບຢັ້ງຢືນຈາກ ສຄອ ແຫ່ງຊາດລາວ ( LNCCI) ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ
• ເອກະສານ ແລະການບັນຍາຍ : ພາສາລາວ
• ອາຫານ ຫວ່າງ ແລະ ອາຫານທ່ຽງ
—–ຄ່າທຳນຽມ:—–
• ສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ແມ່ນ 600,000 ກີບ
• ບໍລິສັດ ຫຼື ບຸກຄົນທົ່ວໄປ ແມ່ນ 800,000 ກີບ
• ທ່ານ ສາມາດຊຳລະຄ່າທຳນຽມເປັນເງີນສົດໄດ້ທີ່ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ຫຼື ໂອນເຂົ້າບັນຊີ ຂອງ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ, ຊື່ບັນຊີ LAO NATIONAL CHAMBER, ເລກບັນຊີ 010110100011969001
***ໝາຍເຫດ: ກະລຸນາສົ່ງແບບຟອມສະໜັກ ມາຍັງ ສຄອ ແຫ່ງຊາດລາວ ກ່ອນວັນທີ 15 ມີຖຸນາ 2019, ສອບຖາມຂໍ້ມູນເພີ່ມເຕີມຕິດຕໍ່ ນາງ ວິລັກ , ໂທ : 020 29804379, ອີເມວ : vilack_lncci@hotmail.com, ທ້າວ ຄໍາສອນ 020 55946471, ອີເມວ:khamsonesili@gmail.com, ທ້າວ ສຸກພູສອນ 020 52577217, ແຟັກ : 021 452580.

ດັ່ງນັ້ນ, ຈິ່ງຮຽນເຊີມາຍັງທ່ານ ເພື່ອ ພິຈາລະນາ ແລະ ຕອບຮັບຕາມຄຳເຊີນດ້ວຍ.

 

Enter your keyword