ງານຕະຫຼາດນັດການເງິນ MSME Financial Fair 2022

ງານຕະຫຼາດນັດການເງິນ MSME Financial Fair 2022

Date: 22/07/2022

Time: 9.00 - 3.00

Location: Lao National Chamber of Commerce and Industry

ຂ່າວດີ! ສຳລັບ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ສົນໃຈໃນການເຂົ້າຫາແຫຼ່ງທຶນງານຕະຫຼາດນັດການເງິນ MSME Financial Fair 2022 ຈະຊ່ວຍໃຫ້ ທ່ານ ສາມາດພົບປະກັບບັນດາທະນາຄານ ແລະ ສະຖາບັນການເງິນ ເພື່ອໃຫ້ຄຳປຶກສາໃນການເຂົ້າຫາແຫຼ່ງທຶນ

ພາຍໃນງານ ທ່ານ ຈະໄດ້ຮັບຟັງການສົນທະນາຈາກບັນດາທະນາຄານ, ສະຖາບັນການເງິນ ແລະ ກອງທຶນສົ່ງເສີມ SME ແລະ ການແບ່ງປັນປະສົບການຈາກຜູ້ທີ່ໄດ້ຮັບເງິນກູ້ດອກເບ້ຍຕ່ຳ
ນອກຈາກນີ້, ຍັງເປີດໂອກາດໃຫ້ບັນດາຜູ້ປະກອບການ ໄດ້ປຶກສາແບບ One-on-One ກັບບັນດາທະນາຄານ ແລະ ສະຖາບັນການເງິນ
ທ່ານ ສາມາດສະແກນ QR Code ຫຼື ກົດທີ່ link ດ້ານລຸ່ມ ເພື່ອສະໝັກຮັບຄຳປຶກສາ ກັບບັນດາທະນາຄານ ແລະ ສະຖາບັນການເງິນ
ພິເສດ!! ທ່ານ ທີ່ຢູ່ຕ່າງແຂວງສາມາດຮ່ວມງານໄດ້ດ້ວຍຊ່ອງທາງ ອອນໄລນ໌ ຜ່ານ Facebook live (Facebook page: Laos Sme Service Center https://www.facebook.com/smeservicecenter/ ແລະ ລາວເພີ່ງລາວ – Lao Pherng Lao https://www.facebook.com/laophernglao/) ແລະ ຮ່ວມຮັບຄຳປຶກສາ ຜ່ານທາງອອນໄລນ໌ໄດ້
ພົບກັນທີ່ ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ
ໃນວັນທີ 22 ກໍລະກົດ 2022 ນີ້
ຮ່ວມງານ ຟີຣ!!

Enter your keyword