ເປີດເຝິກອົບຮົມ ໃນຫົວຂໍ້: ທັກສະການນຳສະເໜີແບບມືອາຊີບ (Professional Presentation Skills)

ເປີດເຝິກອົບຮົມ ໃນຫົວຂໍ້: ທັກສະການນຳສະເໜີແບບມືອາຊີບ (Professional Presentation Skills)

Date: 15/12/2023

Time: 8.30-16.00

Location: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ການເຝິກອົບຮົມ ໃນຫົວຂໍ້: ທັກສະການນຳສະເໜີແບບມືອາຊີບ ( Professional Presentation Skills)“ທັກສະການນຳສະເໜີແບບມືອາຊີບເປັນທັກສະທີ່ຕ້ອງມີຖ້າທ່ານຢາກກ້າວໜ້າ ແລະ ປະສົບຜົນສຳເລັດໃນດ້ານທຸລະກິດ ແລະ ໃນໜ້າທີ່ການງານ”

ການເຝິກອົບຮົມນີ້ອອກແບບມາເພື່ອພັດທະນາທັກສະດ້ານການນໍາສະເໜີແບບມືອາຊີບເຊີ່ງເແມ່ນກຸນແຈທີ່ສຳຄັນ ໃນການນໍາສະເໜີຂໍ້ມູນຂ່າວສານຢ່າງຈະແຈ້ງ, ຊັດເຈນ ແລະ ຄົບຖ້ວນ, ເພື່ອໃຫ້ມີປະສິດທິພາບໃນການກະຈາຍຂໍ້ຄວາມໃຫ້ທົ່ວເຖີງ ເພາະໃນທຸກມື້ນີ້ ທັກສະການນໍາສະເໜີແມ່ນຈຳເປັນຕໍ່ທຸກໆຂະແໜ່ງການ. ເພື່ອພັດທະນາທັກສະການນໍາສະເໜີແບບມືອາຊີບໃຫ້ມີປະສິດທິພາບຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້:ວິທີການສ້າງໂຄງຮ່າງໃນການນໍາສະເໜີ ລວມທັງ ການສື່ສານການເວົ້າໃນທີ່ສາທາລະນະ,ການຄວບຄຸມລະດັບນ້ຳສຽງໃນຂະນະນຳສະເໜີ, ສື່ສານດ້ານພາສາກາຍ,ເທັກນິກການສ້າງຄວາມໝັ້ນໃຈໃນພາບລັກ ແລະ ບຸກຂະລິກກະພາບ “ເພາະທັກສະການນຳສະເໜີແບບມືອາຊີບແມ່ນຈຳເປັນ ແລະ ມີພາລະບົດບາດທີ່ສຳຄັນຕໍ່ທຸລະກິດ ແລະ ຄວາມກ້າວໜ້າຂອງທຸກໆທ່ານໃນທົ່ວທຸກຂະແໜ່ງການ”
ໃນການເຝິກອົບຮົມນີ້ ທ່ານຈະຮຽນຮູ້ 4 ວິທີການສຳຄັນຄືດັ່ງນີ້:
  1.  ການກຽມເນື້ອເລື່ອງທີ່ຈະນໍາສະເໜີແບບສັ້ນ ແລະ ໄດ້ໃຈຄວາມ
  2. ການຂຽນໂຄງສ້າງການນໍາສະເໜີເປັນຂັ້ນເປັນຕອນ
  3. ເທັກນິກການຈັດການພາສາກາຍກິລິຍາທ່າທາງ, ລະດັບສຽງ ແລະ ການເວົ້າຕໍ່ໜ້າຝູງຊົນໃນທີ່ສາທາລະນະຢ່າງໝັ້ນໃຈ
  4. ການເລືອກຮູບພາບທີ່ສອດຄ້ອງກັບຫົວຂໍ້ນໍາສະເໜີ
ໄລຍະເວລາ: 1 ວັນ
ວັນທີ: 15 ທັນວາ 2023 (ວັນສຸກ)
ເວລາ: 8:30ເຊົ້າ – 4:00ແລງ
ຄ່າທໍານຽມສະໝັກ: 1.500.000 ກີບ/ 1 ທ່ານ
(ລາຄານີ້ລວມມີ ຊ່ວງພັກດື່ມກາເຟ 2 ຊ່ວງ + ອາຫານທ່ຽງ, ໃບຢັ້ງຢືນການເຝິກອົບຮົມຈາກ J&C Management Solution ແລະ LNCCI-SSC ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ )
ພາສາທີ່ໃຊ້ໃນການເຝິກອົບຮົມ: ພາສາລາວ ແລະ ອັງກິດ
ຜູ້ເຝິກອົບຮົມ: Mr. Deenu Abishek Wayte
ລົງທະບຽນໄດ້ທີ່:
☎️+8562059994180
📩 : nang@jclao.com

Enter your keyword