ເຊີນເຂົ້າຮ່ວມສະໝັກຊິງລາງວັນການພັດທະນາຂີດຄວາມສາມາດດີເດັ່ນຄັ້ງທຳອິດ ປີ 2019

ເຊີນເຂົ້າຮ່ວມສະໝັກຊິງລາງວັນການພັດທະນາຂີດຄວາມສາມາດດີເດັ່ນຄັ້ງທຳອິດ ປີ 2019

Date: 02/11/2019

Time: 18.00-22.00

Location: IMPACT Exhibition Center, Thailand

ເຊີນເຂົ້າຮ່ວມສະໝັກຊິງລາງວັນການພັດທະນາຂີດຄວາມສາມາດດີເດັ່ນຄັ້ງທຳອິດ ປີ 2019 ລາງວັນການພັດທະນາຂີດຄວາມສາມາດດີເດັ່ນ ເປັນລາງວັນເພີ່ມເຕີມສຳລັບລາງວັນທຸລະກິດດີເດັ່ນອາຊຽນປະຈຳປີ ເຊິ່ງຈັດໂດຍສະພາທີ່ປຶກສາທຸລະກິດອາຊຽນ. ລາງວັນການພັດທະນາຂີດຄວາມສາມາດດີເດັ່ນ ຈະໄດ້ມອບໃຫ້ແກ່ບໍລິສັດທີ່ຄວາມໂດດເດັ່ນໃນການມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາທຶນມະນຸດ ເຊິ່ງຈະໄດ້ຮັບລາງວັນຄັ້ງທຳອິດໃນປີ 2019 ໂດຍການຮ່ວມມືກັບໂຄງການ RECOTVET ຂອງລັດຖະບານເຢຍລະມັນ ເຊິ່ງດຳເນີນການໂດຍ GIZ.
ບໍລິສັດທີ່ເປັນສະມາຊິກຂອງ ສຄອຊ ສາມາດສະໝັກເຂົ້າຮ່ວມຊິງລາງວັນດັ່ງກ່າວນີ້ໄດ້ ໂດຍຜ່ານ aba2019@utcc.ac.th ກ່ອນ ວັນທີ 14 ກັນຍາ 2019. ສຳລັບຂໍ້ມູນເພີ່ມເຕີມສາມາດຢ້ຽມຢາມເວບໄຊທ໌ນີ້ໄດ້ https://aseanbac2019.org/activity/view/41ຫຼື ຕິດຕໍ່ thao.dinh@giz.de ໂດຍກົງ.

Download form: http://bit.ly/2lIsYJa

Enter your keyword