ຝືກອົບຮົມໃນຫົວຂໍ້: “ການຄຸ້ມຄອງ ການບໍລິຫານແບບມີປະສິດທິຜົນ Management Training program (MTP)’’

ຝືກອົບຮົມໃນຫົວຂໍ້: “ການຄຸ້ມຄອງ ການບໍລິຫານແບບມີປະສິດທິຜົນ Management Training program (MTP)’’

Start date: 14/02/2024 - End date: 15/02/2024

Time: 08.00-17.00

Location: ໂຮງແຮມ ຮຸ່ງທີບ ສະຫວັນນະເຂດ

|

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຂໍຖືເປັນກຽດແຈ້ງເຊີີນມາຍັງ ທ່ານ ເພື່ອສະໜັບສະໜູນພະນັກງານຂອງທ່ານ ເພື່ອສະໝັກເຂົ້າຮ່ວມຝືກອົບຮົມໃນຫົວຂໍ້: “ການຄຸ້ມຄອງ ການບໍລິຫານແບບມີປະສິດທິຜົນ Management Training program (MTP)’’

  • ວິທີການສ້າງແຮງຈູງໃຈໃຫ້ແກ່ພະນັກງານໃນອົງກອນ ການບໍລິຫານ ແລະ ພັດທະນາຊັບພະຍາກອນມະນຸດ.
  • ການບໍລິຫານອົງກອນໃຫ້ແທດເໝາະກັບການຂະຫຍາຍຕົວຂອງທຸລະກິດ.
  • ການເປັນຜູ້ບໍລິຫານທີ່ຮູ້ຈັກການໜູນໃຊ້ວິກີດຂອງທຸລະກິດໃຫ້ເປັນໂອກາດເປັນຜົນປະໂຫຍດຕໍ່ທຸລະກິດ.
  • ເຕັກນິກການສື່ສານແບບມີປະສິດທິຜົນ ໃນຂະແໜງທຸລະກິດ.    ບັນຍາຍ ແລະ ຖ່າຍທອດບົດຮຽນໂດຍ: ອາຈານຄົນລາວ ແລະ ອາຈານຍີ່ປຸ່ນ.
    • Hitoshi Yaegasshi ຊ່ຽວຊານຈາກ AOTS
    • ທ່ານ ນາງ ດາວວະດິງ ພິລະໄຊພິທັກ, ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)

    ໄລຍະເວລາການຝືກ ແລະ ສະຖານທີ່:

    • ວັນທີ 14-15 ກຸມພາ 2024 ທີ່ໂຮງແຮມຮຸ່ງທີບ

    ຮູບແບບການຝືກອົບຮົມ:

    • ພາຍຫຼັງຈົບການຝືກອົບຮົມແມ່ນຈະໄດ້ຮັບໃບຢັ້ງຢືນຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ແລະ ສະມາຄົມ ເພື່ອການພັດທະນາຊັບພະຍາກອນມະນຸດ ແລະ ອຸດສາຫະກຳຂອງປະເທດຍີ່ປຸ່ນ (AOTS).
    • ເອກະສານ ແລະ ການບັນຍາຍ: ເປັນພາສາລາວ ແລະ ມີນາຍແປພາສາ.
    • ຈະມີອາຫານຫວ່າງ ແລະ ອາຫານທ່ຽງ.
    • ຈັດກຸ່ມສົນທະນາແລກປ່ຽນ
    • ຜູ້ທີ່ເຂົ້າຮ່ວມຄົບກຳນົດ 02 ວັນເຕັມ ຈື່ງຈະໄດ້ຮັບໃບຢັ້ງຢືນການຝືກອົບຮົມ.

    ຄ່າທໍານຽມ:

    • ຮັບຈຳນວນຈຳກັດ ຮັບແຕ່ພຽງແຕ່ 40 ທ່ານ
    • ສຳລັບສະມາຊິກ ສຄອ ສະຫວັນນະເຂດ/ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວປະກອບສ່ວນຈຳນວນ 000 ກີບ.
    • ບໍລິສັດອື່ນໆ ຫຼື ບຸກຄົນທົ່ວໄປທີ່ບໍ່ແມ່ນສະມາຊິກຂອງ ສຄອ ສະຫວັນນະເຂດ/ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ປະກອບສ່ວນຈຳນວນ 000 ກີບ.
    • ຄ່າສະໝັກລົງທະບຽນແມ່ນລວມອາຫານຫວ່າງ ແລະ ອາຫານທ່ຽງ ຈຳນວນ 2 ວັນທີ່ໂຮງແຮມ ຮຸ່ງທີບ, ແຂວງສະຫວັນນະເຂດ.
    • ທ່ານສາມາດຈ່າຍຄ່າລົງທະບຽນສະໜັບສະໜູນຝືກອົບຮົມພັດທະນາບຸກຄະລາກອນໂດຍໂອນຕາມເລກບັນຊີ 010110000223345001 LNC OF COM-IND SAPHA KANKHA HENGSA

    ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

    ໝາຍເຫດ:​ ກະລຸນາສົ່ງຟອມສະໝັກໃຫ້ຫ້ອງການ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ສຄອ ສະຫວັນນະເຂດ ກ່ອນວັນທີ 15 ມັງກອນ 2024, ລາຍລະອຽດການຝືກອົບຮົມແມ່ນຄັດຕິດມາພ້ອມນີ້.

Enter your keyword