ງານສົ່ງເສີມອາຊີວະສຶກສາຮ່ວມມືກັບສະຖານປະກອບການຄັ້ງທີ II

ງານສົ່ງເສີມອາຊີວະສຶກສາຮ່ວມມືກັບສະຖານປະກອບການຄັ້ງທີ II

Start date: 06/04/2021 - End date: 08/04/2021

Time: 09.00-22.00

Location: ວິທະຍາໄລເຕັກນິກ,ແຂວງວຽງຈັນ

~~ຂໍເຊີນ~~

ຜູ້ຕາງໜ້າອົງກອນພາກລັດ, ພາກທຸລະກິດ, ພໍ່ແມ່ຜູ້ປົກຄອງ, ຄູອາຈານ, ນັກສຶກສາ, ສິດເກົ່າ ແລະ ນັກຮຽນສາຍສາມັນ.

ເຂົ້າຮ່ວມ “ງານສົ່ງເສີມອາຊີວະສຶກສາຮ່ວມມືກັບສະຖານປະກອບການ ຄັ້ງທີ II ”

ງານສະເຫຼີມສະຫຼອງ 35 ປີ ວິທະຍາໄລພົບປະອາດີດນັກສຶກສາ ແລະ ແຂ່ງຂັນທັກສະວິຊາຊີບ 2021

ລະຫວ່າງວັນທີ 06 ຫາ 08 ເມສາ 2021, ເວລາ 09:00 – 21:00 ໂມງ ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ

ຄະນະຮັບຜິດຊອບຂອງການຈັດງານຄັ້ງນີ້:

  • ກົມອາຊີວະສຶກສາ, ກະຊວງສຶກສາທີການ ແລະ ກິລາ
  • ວິທະຍາໄລເຕັກນິກ ແຂວງ ວຽງຈັນ
  • ສູນບໍລິການ ອາຊີວະສຶກສາແບບ ຄວບຄູ່ (DCT SC) , ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)
  • ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ(VELA)

ຈຸດປະສົງຂອງງານ

  • ໂຄສະນາປະຊາສຳພັນ ສ້າງຄວາມເຂົ້າໃຈຕໍ່ກັບ ວຽກງານອາຊີວະສຶກສາ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ
  • ເພື່ອເປັນການຍ້ອງຍໍຊົມເຊີຍຜົນສຳເລັດ 35 ປີ ຂອງວິທະຍາໄລ ແລະ ສະຖານປະກອບການທີ່ມີສ່ວນຮ່ວມໃນການພັດທະນາ
  • ສຳມະນາໃຫ້ຄວາມຮູ້, ການກຽມຄວາມພ້ອມ ກ່ອນເຂົ້າຮຽນໃນສາຍອາຊີວະ, ການກະກຽມກ່ອນລົງຝຶກພາກປະຕິບັດ ແລະ ເຕັກນິກ ກຽມຄວາມພ້ອມໃນການສະໝັກວຽກ.

ກອງເລຂາປະສານງານ:

+  ທ່ານ ຈິນດາວົງ ຕ້າວຈັນໄຊ

ວິທະຍາໄລ ເຕັກນິກແຂວງວຽງຈັນ

020 28313947

+  ທ່ານ ລິນທອງ ສີສົງຄາມ

ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ

020 92353301

+  ທ່ານ ຄຳສອນ ຈັນທະສິລິ

ສູນບໍລິການ ອາຊີວະສຶກສາ ແບບຄວບຄູ່, ສຄອຊ

020 55946471

Enter your keyword