ງານວາງສະແດງໂລກ Expo 2020 Dubai

ງານວາງສະແດງໂລກ Expo 2020 Dubai

ໃນວັນທີ 17 ພະຈິກ 2021 ທີ່ ເມືອງດຸໄບ ປະເທດ ສະຫະລັດ ອາຣັບອາມີເຣດ, ໄດ້ມີພິທີສະເຫຼີມສະຫຼອງວັນລາວ (Lao National Day) ໃນງານວາງສະແດງໂລກ Expo 2020 Dubai. ໃນນາມລັດຖະບານລາວເຂົ້າຮ່ວມໂດຍ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ແລະ ພາກທຸລະກິດ.

ງານວາງສະແດງໂລກ EXPO 2020 Dubai ເປັນເວທີອັນສໍາຄັນ ໃຫ້ແກ່ລັດຖະບານ ຂອງ ສປປ ລາວ ໃນການນໍາສະເໜີ ຜົນສຳເລັດການພັດທະນາເສດຖະກິດ ແລະ ສັງຄົມ ໃນໄລຍະຜ່ານມາ, ພິເສດ ແມ່ນຈະນຳສະເຫນີໂອກາດໃນການພັດທະນາຂະແໜງການຕ່າງໆຂອງ ສປປ ລາວ ໂດຍປິ່ນອ້ອມ ຫົວຂໍ້ ການສົ່ງເສີມ ຜ້າຝ້າຍແພໄໝລາວ. ສະນັ້ນ, ເພື່ອໃຫ້ແທດເໝາະກັບຫົວຂໍ້ຂອງງານດັ່ງກ່າວ ທີ່ວ່າ: “Connecting mind creating the future ການເຊື່ອມສານສາຍໃຈ ເພື່ອອະນາຄົດທີ່ສົດໃສ” ໂດຍສະເພາະຢູ່ໃນ Mobility District, ສປປ ລາວ ຈະນໍາສະເໜີ ຂະບວນວິວັດການພັດທະນາຂອງຊາດ ນັບຕັ້ງແຕ່ບູຮານນະການ ຈົນເຖິງປະຈຸບັນ, ໂດຍສະເພາະ ແມ່ນນຳສະເຫນີໂອກາດໃນການພັດທະນາຂອງລາວ ຄຽງຄູ່ກັບການອະນຸລັກວັດທະນະທໍາ ແລະ ສົ່ງເສີມການຜະລິດກະສິກຳປຸງແຕ່ງ, ສິນຄ້າຫັດຖະກຳ ຜ້າຝ້າຍແພໄໝລາວເປັນສິນຄ້າເພື່ອສົ່ງອອກ, ພ້ອມກັນນັ້ນ, ຍັງຈະໄດ້ນໍາເອົາເວທີດັ່ງກ່າວ ເປັນບ່ອນຊອກຫາຄູ່ຮ່ວມພັດທະນາ, ແກ້ໄຂໃນສິ່ງທີ່ທ້າທາຍທີ່ກໍາລັງປະສົບພົບພໍ້.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword