ພິທີຖະແຫຼ່ງຂ່າວ ງານວາງສະແດງຜະລິດຕະພັນ(ເຟີນີເຈີ)ໄມ້ລາວ ຄັ້ງທີ 5 ປະຈໍາປີ 2019

ພິທີຖະແຫຼ່ງຂ່າວ ງານວາງສະແດງຜະລິດຕະພັນ(ເຟີນີເຈີ)ໄມ້ລາວ ຄັ້ງທີ 5 ປະຈໍາປີ 2019

ພິທີຖະແຫຼ່ງຂ່າວ ງານວາງສະ​ແດງຜະລິດຕະພັນ(​​ເຟີນີເຈີ)ໄມ້ລາວ ຄັ້ງ​ທີ 5 ປະຈໍາ​ປີ 2019ຄັ້ງວັນທີ 14/11/2018 ທີ່ ຫ້ອງປະຊຸມ ສຄອ ແຫ່ງຊາດ.

ເພື່ອ​ປະຕິບັດ​ຕາມທິດ​ນະ​ໂຍບາຍ ​ໃນ​ການ​ສົ່ງ​ເສີມ​ການ​ຜະລິດ​ເຄື່ອງ​ເຟີ​ນີ​ເຈີ​​ໄມ້​ລາວ ​​ທັງເປັນ​ການໂຄສະນາ ​ເຜີຍ​ແຜ່​ໃຫ້​ສັງຄົມ​ຮັບ​ຮູ້ ຜະລິດ​ຕະພັນ​ເຟີ​ນີ​ເຈີ​ໄມ້ລາວ​ຫຼາຍ​ຂື້ນ ​ໃຫ້​ຜູ້​ຜະລິດ​ສາມາດ​ເຂົ້າ​ຫາ​ຕະຫຼາດ ​ແລະ ຈຳໜ່າຍ​ສີນ​ຄ້າໄດ້ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ ກ້າວ​ເຂົ້າ​ສູ່​ການ​ສ້າງ​ຕາໜ່າງການວາງສະ​ແດງ-ຂາຍ​ສີນ​ຄ້າ​ເຟີ​ນີ​ເຈີ​ກັບ​ພາກ​ພື້ນ ​ແລະ ສາກົນ​ໃນ​ອານາ​ຄົດ.  ສະມາຄົມ​ເຟນີ​ເຈີ​ລາວ ຈື່ງ​ຂື້ນ​ແຜນການ​ຈັດ​ງານວາງສະ​ແດງຜະລິດຕະພັນເຟີນີເຈີ(ໄມ້ລາວ) ຄັ້ງ​ທີ 5 ປະຈໍາ​ປີ 2019, ຊື່​ງຈະ​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 12-20/01/2019 ທີ່​ ສູນ​ການ​ຄ້າ​ລາວ-​ໄອ​ເຕັກ(ຕຶກເກົ່າ), ຊື່​ງມີ​ລາຍ​ລະອຽດ​ດັ່ງ​​ນີ້:

ຈຸດປະສົງ​ ຂອງ​ການຈັດ​ງານ:

  • ເພື່ອ​ເປັນ​ການຈັດ​ຕັ້ງ​ປະຕິບັດ ​ແລະ ຜັນ​ຂະຫຍາຍ​ ຕາມ​ເນື້ອ​ໃນ​ຈິດ​ໃຈ ຂອງ​ຂັ້ນ​ເທີິງວາງ​ອອກ ​ໃຫ້ປະກົດ​ຜົນ​ເປັນ​ຈິງ​ໄປ​ເທື່ອ​ລະ​ກ້າວ.
  • ​ເພື່ອຜັນຂະຫຍາຍ ຕາມເນື້ອໃນ ຂອງແຈ້ງການ ເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ.
  • ເພື່ອ​ເປັນ​ການ​ອະນຸລັກ​ຮັກສາ​ປ່າ​ໄມ້, ການ​ນຳ​ໃຊ້​ໄມ້​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ​ແລະ ມີ​ໄມ້​​ໄວ້ໃຊ້​ຢ່າງ​ຢືນ​ຍົງ ​ໂດຍ​ການ​ປຸງ​ແຕ່ງ​ໃຫ້​ເປັນ​ຜະລິດ​ຕະພັນ​ສຳ​ເລັດ​ຮູບ​ມາ​ຈາກ​ໄມ້, ຫວາຍ ​ແລະ ​ໄມ້ປ່ອງ ​ໃຫ້​ມີຫຼາກ​ຫຼາຍ​ຜະລິດ​ຕະພັນ ຕາມ​ທີ່​ສັງຄົມ​ປະຈຸ​ບັນ​ຕ້ອງການ ​ແລະ​ ເປັນ​ທີ່​ນິຍົມ​ກັນ​ຢູ່ ດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​​ໄໝ ​ແລະ ທັງ​ເປັນ​ການ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ກັບ​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ໄມ້​ລາວ ​ໃຫ້​ກາຍ​ເປັນ​ສີນ​ຄ້າ​ທີ່​ມີ​ຄຸນ​ນະພາ​ບ ​ແລະ​ ລາຄາສູງຕົງ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ ແລະ ​ຕະຫຼາດ ​ເຮັດ​ໃຫ້​ສາມາດ​ສົ່ງ​ອອກ​ຕ່າງປະ​ເທດ​ໄດ້, ຍັງ​ເປັນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະຊາຊົນ​ບັນດາ​ເຜົ່າ, ຕ້ານ​ໄພ​ຫວ່າງ​ງານ ​ແລະ ຊ່ວຍ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ຕື່ມ​ອີກ​ໃນ​ອະນາ​ຄົດ.
  • ​ເພື່ອ​ສົ່ງ​ເສີມ​ການ​ປູກ​ໄມ້ ​ແລະ ຫັນ​ມາ​ໃຊ້​ໄມ້​ປູກ​ທົດ​ແທນ​ໄມ້​ທຳ​ມະ​ຊາດ, ການພັດທະນາເປັນສີຂຽວ.
  • ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ສະມາຄົມ​ເຟີ​ນີ​ເຈີ​ລາວ.
  • ເພື່ອ​ໃຫ້​ສັງຄົມ​ໄດ້​ຮູ້ຈັກ​ກັບ​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ໄມ້​ລາວ​ຫຼາຍ​ຂື້ນ ​ແລະ ​ກວ້າງຂວາງ​ໄປ​ເລື້ອຍໆ.
  • ເພື່ອສົ່ງເສີມການຈັດວາງສະແດງສີນຄ້າເຟີນີເຈີ ໃຫ້ໂດດເດັ່ນ ມີຊື່ສຽງ ເປັນທີຮູ້ຈັກ ແລະ ທັງເປັນການດືງດູດເອົາລູກຄ້າເຂົ້າມາຊື້-ຂາຍສີນຄ້າເຟີນີເຈີ ໃນ ສປປ ລາວ ໃຫ້ຫຼາຍຂື້ນ.
  • ເພື່ອ​ສົ່ງ​ເສີມ ​ແລະ​ ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້ກັບ​ສີ​ໄມ້​ລາຍ​ມື​ຂອງ​ຄົນ​ລາວ​ເຮົາ ​ແລະ ​ຫົວໜ່ວຍ​ທຸລະ​ກິດ​ເຟີ​ນີ​ເຈີ​ໄມ້​​ລາວ​ໃຫ້​ຂະຫຍາຍ​ໂຕ ​ແລະ ສາມາດ​ເຂົ້າ​ສູ່​ຕະຫຼາດ​ພາກ​ພື້ນ ​ແລະ ສາກົນ​ໄດ້​ໃນ​ອານາ​ຄົດ​.
  • ເພື່ອ​ສຶບຕໍ່ຈາກການຈັດງານວາງສະ​ແດງ​ສີນຄ້າ ປະຈໍາປີ 2018 ທີ່ຜ່ານມາ ໃຫ້ຕໍ່ເໜື່ອງ ແລະ ຍືນຍົງ.

ຊື່​ຂອງ​ງານວ່າ​:

ງານ​ວາງສະ​ແດງ​ຜະລິດ​ຕະພັນ(​ເຟີ​ນີ​ເຈີ​)​ໄມ້ລາວ ຄັ້ງ​ທີ 5 ປະຈໍາປີ 2019

5th LAO WOOD FURNITURE FAIR 2019

             ເປົ້າ​ໝາຍ​ຂອງ​ຜູ້​ເຂົ້າ​ມາຮ່ວມ​ງານ:

ຜູ້​ເຂົ້າ​ມາຮ່ວມ​ວາງສະ​ແດງ:ຜູ້​ເຂົ້າ​ມາຮ່ວມ​ວາງສະ​ແດງ:

  • ​ເຊີນບັນດາ​ໂຮງງານ​ເຟີ​ນີ​ເຈີ ​ແລະ ປຸງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ ທີ່​ເປັນສະມາຊິກ ສຟລ ໃນຂອບເຂດທົ່ວປະເທດ.
  • ​ເຊີນບັນດາ​ໂຮງງານ​ເຟີ​ນີ​ເຈີ ​ແລະ ປຸງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ ນອກ​ສະມາຊິກ ສຟລ ໃນຂອບເຂດທົ່ວປະເທດ.
  • ເຊີນບັນດາ​ໂຮງຊ່າງຫັດຖະກຳ ແລະ ຮ້ານແກະສະຫຼັກ ທັງພາຍໃນ ແລະ ນອກ​ສະມາຊິກ ສຟລ ໃນຂອບເຂດທົ່ວປະເທດ.
  • ​ເຊີນ​ບັນດາ​ຫົວໜ່ວຍທຸລະ​ກິດຂາຍ ​ເຄື່ອງມື, ​ເຄື່ອງ​ຈັກ, ​ອຸປະກອນ​ປະກອບ ແລະ ​ຕົບ​ແຕ່ງ ​ເຄື່ອງ​ເຟີ​ນີ​ເຈີ.
  • ເຊີນບັນດາ​ໂຮງງານ​ເຟີ​ນີ​ເຈີ ​ແລະ ປຸງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ ​ປະ​ເທດເພື່ອນບ້ານ​ໄກ້​ຄຽງ.

ຜູ້​ເຂົ້າ​ມາຊົມ​ງານ​ວາງສະ​ແດງ:

  • ​ແຈ້ງຂ່າວ ​ ພາກ​ລັດ ອົງການ​ຈັດ​ຕັ້ງຕ່າງໆ ​ແລະ ອົງ​ກອນ​ຕ່າງໆ.
  • ​ແຈ້ງ​ຂ່າວ​ ການ​ທູດຢູ່ ສປປ ລາວ.
  • ​ແຈ້ງຂ່າວ ​ນັກທຸລະກິດຕ່າງໆ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ.
  • ​ແຈ້ງ​ຂ່າວ​ ສະມາ​ຊິກ ຂອງ AFIC (ASEAN Furniture Industries Council ) .
  • ​ແຈ້ງຂ່າວ​ ປະຊາຊົນ​ທົ່ວ​ໄປທັງ​ພາຍ​ໃນນະຄອນຫຼວງ ​ແລະ​ ຕ່າງ​ແຂວງ.
  • ແຈ້ງຂ່າວ​ໃຫ້ປະຊາຊົນ ບັນດາ​ປະ​ເທດເພື່ອນ​ບ້ານ​ໄກ້​ຄຽງ.

ໜ້າທີ່​ ຂອງ​ຜູ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ​ແລະ ຂາຍ​ສີນ​ຄ້າ:

  • ຕ້ອງ​ມີ​ການ​ສັ່ງ​ຈ່ອງ​ຫ້ອງ​ກ່ອນ​ມື້​ເປີດ​ງານ ຢ່າງນ້ອຍ 10 ວັນ.
  • ຕ້ອງຈ່າຍຄ່າພັນທະຕ່າງໆຕາມລະບຽບການ.
  • ຕ້ອງເປີດ – ປິດຮ້ານ ຕາມວັນ ແລະ ເວລາ ທີ່ໄກ້ກຳນົດໄວ້.
  • ຕ້ອງໃຫ້ຄວາມຮ່ວມມືກັບຄະນະກຳມະການໃນການສະໜອງຂໍ້ມູນດ້ານການວາງສະແດງ ແລະ ຂາຍສິນຄ້າພາຍໃນງານຢ່າງຖືກຕ້ອງ.
  • ໃຫ້ແຕ່ລະຮ້ານຕິດບັດຄະນະກຳມະການຈັດງານ ເພື່ອສະດວກໃນການຕິດຕໍ່ພົວພັນ.
  • ໃຫ້​ມີ​ແຜ່ນ​ພັບ, ​ແຜ່ນໂຄສະນາ ​ຖ້າ​ເປັນ​ໄປ​ໄດ້​ອາດ​ຈະ​ເປັນ​ຮູ​ບພາບຂອງ​ຜະລິດ​ຕະພັນ ​ແລະ ຂັ້ນ​ຕອນ​ການ​ຜະລິດ ທີ່​ລະອຽດ​ຍີ່ິງ​ເປັນ​ການ​ດີ​ທີ່​ສຸດ ​ເພື່ອ​ຈະ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ໄດ້​ຢ່າງ​ຊັດ​ເຈນ ​ແລະ ​ໝັ່ນ​ໃຈຕໍ່​ກັບ​ລູກ​ຄ້າ.
  • ໃຫ້​ເຮັດ​ບົດ​ແນະນຳ​ກ່ຽວ​ກັບ​ການ​ບົວລະບັດ​ຮັກສາ ແລະ ວິທີ​ການ​ນຳ​ໃຊ້​ຜະລິດ​ຕະພັນ​ ຂອງ​ທ່ານ ​ໃຫ້​ແກ່​ລູກ​ຄ້າ.

ປະ​ເພດ​ສີນ​ຄ້າ​ທີ່​ນຳ​ມາ​ເຂົ້າ​ມາ​ວາງສະ​ແດງ ​ແລະ ຂາຍ​ພາຍ​ໃນ​ງານ:

  • ຜະລິດ​ຕະພັນ​ເຄື່ອງ​ເຟີ​ນີ​ເຈີ​ ທີ່​ຜະລິດ​ດ້ວຍ​ໄມ້, ຫວາຍ ,ໄມ້ປ່ອງ ​​ແລະ ຈາກ​ວັດ​ສະດຸ​ເສດ​ເຫຼືອ​ຕ່າງໆ ​ທີ່​ເຮັດ​ເປັນ​ເຄື່ອງ​ເຟີ​ນີ​ເຈີ.
  • ຜະລິດ​ຕະພັນ​ຫັດຖະກຳ ແລະ ເຄື່ອງ​ແກະສະຫຼັກຕ່າງໆ.
  • ເຄື່ອງປະດັບຕົບແຕ່ງ ແລະ ເອ້ຢ້ອງ ພາຍໃນເຮືອນ.
  • ​ອຸປະກອນປະກອບ ​ແລະ ຮັບ​ໃຊ້, ເຄື່ອງ​ມື ​ແລະ ​ເຄື່ອງ​ຈັກ​ຕ່າງໆ ທີ່​ກ່ຽວ​ກັບ​ການ​ຜະລິດ​ເຄື່ອງ​ເ​ຟີ​ນີ​ເຈີ​ໄມ້.
  • ເຄື່ອງຮັບ​ໃຊ້​ວຽກ​ງານ​ກໍ່ສ້າງ​ເຮືອນ.
  • ອາຫານ ແລະ ຢາ.

ຄ່າ​ເຊົ່າ​ຫ້ອງ​ວາງສະ​ແດງ​ສີນ​ຄ້າ​ພາຍ​ໃນ​ງານ:

  • ຄ່າຫ້ອງວາງສະແດງຂະໜາດມາດຕະຖານ 3 x 3 ມ (ຫ້ອງທໍາມະດາ) ແມ່ນ 200.000 ກີບ/ຫ້ອງ.
  • ຄ່າຫ້ອງວາງສະແດງຂະໜາດມາດຕະຖານ 3 x 3 ມ (ຫ້ອງມູມ) ແມ່ນ 600.000 ກີບ/ຫ້ອງ.

ພິເສດ:

  • ຄ່າຫ້ອງວາງສະແດງ ສຳລັບຫົວໜ່ວຍທຸລະກິດໂອດອບ(ຫ້ອງທໍາມະດາ) ແມ່ນ300.000 ກີບ/ຫ້ອງ.
  • ຄ່າຫ້ອງວາງສະແດງ ສຳລັບຫົວໜ່ວຍທຸລະກິດ ໂອດອບ (ຫ້ອງມູມ) ແມ່ນ 700.000 ກີບ/ຫ້ອງ.(ມີຈຳນວນຈຳກັດ 20 ຫ້ອງ, ຫົວໜ່ວຍ/ຮ້ານ ລະ 1 ຫ້ອງ)      

ໝາຍ​ເຫດ: ລາຄາ​ດັ່ງກ່າວ​ແມ່ນ​ລວມມີຄ່າ: ຫ້ອງ​ວາງສະ​ແດງ​ສີນ​ຄ້າ, ປັກ​ສຽບ, ​ໂຕະ, ຕັ່ງ, ນ້ຳ, ​ໄຟຟ້າ, ອານາ​ໄມ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ລວມທັງ​ວຽກ​ງານ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ການ​ໂຄສະນາ​ຂອງ​ງານ​ໃນ​ຄັ້ງ​ນີ້

 

  • ກິດຈະກຳ​ພາຍ​ໃນ​ງານ:
  1. ມີ​ການວາງສະ​ແດງ ຊື້-ຂາຍ​ ສິນ​ຄ້າ.
  2. ມີ​ການ​ສາທິດ​ການ​ຜະລິດ​ເຄື່ອງ​ເຟີ​ນີ​ເຈີ​ໄມ້ ​ແລະ ​ແກະສະຫຼັກ​ໄມ້ເສດ.
  3. ສຳມະນາ / ຝຶກອົບຮົມ.
  4. ມີ​ການ​ຈົກ​ສະຫຼາກ​ຊີງ​ລາງວັນ(ເຄຶ່ອງເຟີນີເຈີ).
  5. ມີ​ການສະ​ແດງ​ສີນ​ລະ​ປະ(ຟຣີຄອນເສີດ).

ຈຳນວນຫ້ອງວາງສະແດງ:

  • ຈຳນວນຫ້ອງ(ບູດ)ແມ່ນ: 195 ຫ້ອງ (ສຳລັບ ຂອງ ສະມາຄົມ)

(ໃນນີ້ ພິເສດ ມີ 20 ຫ້ອງ ສໍາລັບຫົວໜ່ວຍ ທຸລະກິດໂອດອບ)

  • ຍອດຈ່ອງຫ້ອງ(ບູດ)ຮອດປະຈຸບັນນີ້ ແມ່ນ: 74%
  • ຫົວໜ່ວຍ ຫຼື ຮ/ງ ທີ່ມາຮ່ວມມີຈຳນວນ: 58 ຫ/ໜ
  • ມາຈາກຕ່າງແຂວງມີ:  09 ຫ/ໜ (07 ແຂວງ)

ສະຖານ​ທີ່ ​ແລະ ​ເວລາ​ ໃນ​ການຈັດ​ງານ:

  • ທີ່ ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ(ຕືກ​ເກົ່າ) ຖະໜົນ​ກຳ​ແພງ​ເມືອງ, ບ.ໂພນ​ທັນ​ເໜືອ, ​ມ.ໄຊ​ເສດ​ຖາ, ນະຄອນຫຼວງ​ວຽງ​ຈັນ.
  • ຈັດ​ຂື້ນໃນລະຫວ່າງ​: ວັນ​ທີ 12-20/01/2019. ( ລວມ 9 ມື້)
  • ມື້​ຕົບ​ແຕ່ງແມ່ນ: ວັນ​ທີ 10-11/01/2019.
  • ມື້ພິທີ​ເປີດ​ງານ​ຢ່າງ​ເປັນ​ທາງ​ການແມ່ນ: ວັນ​ທີ 14/01/2019 ​ ​ເວລາ 15:30​ໂມງ.
  • ​ເວລາ​ເປີດ​-ປິດ ຫ້ອງ(ບູດ)​ແມ່ນ: ​ ​ເວລາ​ 10:0021:00 ​ໂມງ (ທຸກໆມື້)
  • ມື້​ສຸດ​ທ້າຍ​ຂອງ​ງານ​ແມ່ນ: ວັນ​ທີ 20/01/2019  (ບໍ່​ມີ​ພິທີ​ປິດ​ງານ).

ຄາດຄະເນວ່າ:

  • ຈະມີການຈໍລະຈອນຊື້-ຂາຍສີນຄ້າ ພາຍໃນງານ (9 ມື້) ປະມານ 10 ຕື້ກີບ.
  • ຈະມີຜູ້ເຂົ້າຊົມພາຍໃນງານ (9 ມື້) ປະມານ 000 ຄົນ.

ການໂຄສະນາງານ:

  • ໂທລະພາບ
  • ວິທະຍຸ
  • ໜັງສືພິມ (3 ສຳນັກ)
  • ສື່ສັງຄົມອອນໄລຕ່າງໆ
  • ປ້າຍຂ້າມທາງ 10 ຈຸດ (10 ເສັ້ນທາງໃນນະຄອນຫຼວງ)
  • ຈໍ LED ຂອງໄອເຕັກ
  • ໂປດສະເຕີ (ຕິດ ແລະ ແຈກຢາຍ)ຕາມສະຖານທີ່ໆສຳຄັນ

ຕິດ​ຕໍ່​ພົວພັນ:

ຫ້ອງການ ສະມາຄົມ​ເຟີ​ນີ​ເຈີ​ລາວ

ເບີ​ໂທລະ​ຊັບ/ແຟັກ: (856-21) 720 454

ມື​ຖື: (856-20) 5666 4355, 5652 9438,

        020 9857 7818, 9549 2209

Lao.furniture.assn@gmail.com

        www: lfalaos.com

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword