ກອງປະຊຸມໃຫຍ່ ຄັ້ງທີ II ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຊຽງຂວາງ

ກອງປະຊຸມໃຫຍ່ ຄັ້ງທີ II ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຊຽງຂວາງ

ກອງປະຊຸມໃຫຍ່ ຄັ້ງທີ II ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຊຽງຂວາງ ໄດ້ໄຂຂື້ນ ໃນວັນທີ 08 ເມສາ 2021 ທີ່ ຫ້ອງປະຊຸມ ສຄອ ແຂວງຊຽງຂວາງ.

ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບົວເງິນ ຫຸມໄຊຍະພົມ, ຮອງເຈົ້າແຂວງ, ແຂວງຊຽງຂວາງ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ບຸນຄົງ ນັນທະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຊຽງຂວາງ ,​ ທ່ານ ເພັດທະລາ ດວງພະຈັນ ຮັກສາການ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຊຽງຂວາງ,ທ່ານ ຄຳພູ ວັນນາຈັກ ອາດີດ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຊຽງຂວາງ  ​ພ້ອມດຽວກັນນັ້ນ ກໍ່ມີບັນດາຜູ້ເຂົ້າຮ່ວມ ບັນດາການນຳເມືອງ, ຕາງໜ້າຈາກ ສຄອ ອ້ອມຂ້າງ, ພະແນກການອ້ອມຂ້າງ ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຄົມອ້ອມຂ້າງ, ສະມາຊິກສົມບູນ ຂອງ ສຄອ ແຂວງຊຽງຂວາງ ແລະ ຕາງໜ້າຈາກຫົວໜ່ວຍທຸລະກິດພາຍໃນແຂວງ ຊຽງຂວາງ.

ກອງປະຊຸມໃຫຍ່ໃນຄັ້ງນີ້ແມ່ນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຢ່າງໃຫ່ຍຫຼວງຕໍ່ ການຈັດຕັ້ງ, ການເຄື່ອນໄຫວ ແລະ ການພັດທະນາ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຊຽງຂວາງ ໃຫ້ມີການເຕີບໃຫ່ຍຂະຫຍາຍຕົວ ເຊິ່ງສາມາດບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ມີຄວາມເປັນເອກະພາບ, ມີຄວາມໂປ່ງໃສ, ຍຸດຕິທຳ ແລະ ມີເນື້ອໃນຄົບຖ້ວນ, ເປັນກໍາລັງແຮງທີ່ສໍາຄັນ ແລະ ເປັນແກ່ນສານນໍາພາພາກທຸລະກິດ ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດໃຫ້ດີຂື້ນ. ຊອກຫາແນວທາງສືບຕໍ່ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ຂະຫຍາຍຕົວຕາມທິດທາງ ແລະ ເປົ້າຫມາຍທີ່ວາງໄວ້.

ທ່ານ ເພັດທະລາ ດວງພະຈັນ ຮັກສາການ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຊຽງຂວາງ ກໍໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງ ສຄອ ແຂວງຊຽງຂວາງ ໃນໄລຍະຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025). ກອງປະຊຸມໃຫ່ຍຄັ້ງທີ II ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງຊຽງຂວາງ ໄດ້ຕົກລົງເຫັນດີເປັນເອກະພາບດັ່ງນີ້:

ຕົກລົງເລືອກເອົາຄະນະປະຈໍາ ແລະ ຄະນະບໍລິຫານງານ ຈຳນວນ 35 ທ່ານ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

  1. ທ່ານ ເພັດທະລາ ດວງພະຈັນ                 ເປັນປະທານ.
  2. ທ່ານ ສົມແພງ ອຸດົມສຸກ ເປັນຮອງປະທານ.
  3. ທ່ານ ຈັນສະໝອນ ທໍາມະວົງ         ເປັນຮອງປະທານ.
  4. ທ່ານ ບຸນອຸ້ມ ພັນທະວົງ ເປັນຮອງປະທານ.
  5. ທ່ານ ສີພັນດອນ ທໍາມະວົງ ເປັນຮອງປະທານ.
  6. ທ່ານ ພູຄໍາ ດວງພະຈັນ         ເປັນຄະນະປະຈໍາ.
  7. ທ່ານ ສຸລິຍາ ທໍາມະວົງ         ເປັນຄະນະປະຈໍາ.
  8. ທ່ານ ສີພາ ພານຸວົງ ເປັນຄະນະປະຈໍາ.
  9. ທ່ານ ເຂັມພອນ ລໍ່ ເປັນຄະນະປະຈໍາ
  10. ທ່ານ ສົມຈັນ ວິສີສົມບັດ ເປັນຄະນະບໍລິຫານງານ.
  11. ທ່ານ ປະສົມເພັດ ພູນທອງຄໍາ       ເປັນຄະນະບໍລິຫານງານ.
  12. ທ່ານ ວັນທອງ ອ່ອນພະຈັນ ເປັນຄະນະບໍລິຫານງານ.
  13. ທ່ານ ດວງຖາວອນ ດວງພະຈັນ ເປັນຄະນະບໍລິຫານງານ.
  14. ທ່ານ ບຸນເພັງ ທໍາມະວົງ ເປັນຄະນະບໍລິຫານງານ.
  15. ທ່ານ ຄໍາຫຼ້າ ພິລາວົງ ເປັນຄະນະບໍລິຫານງານ.
  16. ທ່ານ ເກດຕິສັກ ພັກວິເສດ ເປັນຄະນະບໍລິຫານງານ.
  17. ທ່ານ ສຸວັນທອນ ນິດທະວົງ ເປັນຄະນະບໍລິຫານງານ.
  18. ທ່ານ ບຸນມີ ລັດຕະພົນ         ເປັນຄະນະບໍລິຫານງານ.
  19. ທ່ານ ນາງ ສິລິນາ ກໍາມະປະດິດ         ເປັນຄະນະບໍລິຫານງານ.
  20. ທ່ານ ຖາຍວັນແອງ ເປັນຄະນະບໍລິຫານງານ.
  21. ທ່ານ ນາງ ນິລັນດອນ ສິງສຸວັນ ເປັນຄະນະບໍລິຫານງານ.
  22. ທ່ານ ຈັນສະໝອນ ເທບພອນໄຊ ເປັນຄະນະບໍລິຫານງານ.
  23. ທ່ານ ຄໍາໄຂ ວັນນະວົງ         ເປັນຄະນະບໍລິຫານງານ.
  24. ທ່ານ ດວງສີ ແສມະໂນທອງ ເປັນຄະນະບໍລິຫານງານ.
  25. ທ່ານ ດວງສາຍໃຈ ດວງພະຈັນ          ເປັນຄະນະບໍລິຫານງານ.
  26. ທ່ານ ຈັນທະຈອນ ສີສົມພອນ ເປັນຄະນະບໍລິຫານງານ.
  27. ທ່ານ ສົມເພັດ ແກ້ວມະນີ ເປັນຄະນະບໍລິຫານງານ.
  28. ທ່ານ ສາຍຄໍາ ພົມມະຈັກ ເປັນຄະນະບໍລິຫານງານ.
  29. ທ່ານ ບຸນທະວີ ໄຊຍະແສງ ເປັນຄະນະບໍລິຫານງານ.
  30. ທ່ານ ສີສຸພັນ ນາມວິໄລ ເປັນຄະນະບໍລິຫານງານ.
  31. ທ່ານ ຄໍາແສງ ດວງສີຜົງໄຊ          ເປັນຄະນະບໍລິຫານງານ.
  32. ທ່ານ ນາງ ກີ້ຕາ ສີຫານາດ ເປັນຄະນະບໍລິຫານງານ.
  33. ທ່ານ ສົມພອນ ອຸດົມສຸກ ເປັນຄະນະບໍລິຫານງານ.
  34. ທ່ານ ນາງ ຫຼ້າພັດ ດວງຈະເລີນ ເປັນຄະນະບໍລິຫານງານ.
  35. ທ່ານ ຊຽວຢຸນທອງ ເປັນຄະນະບໍລິຫານງານ.
  • ພ້ອມດຽວກັນນັ້ນ; ໄດ້ເລືອກເອົາປະທານກິດຕິມະສັກ 1 ທ່ານ
  1. ທ່ານ ຄໍາພູ ວັນນາຈັກ ເປັນປະທານກິດຕິມະສັກ.
  • ໄດ້ເລືອກເອົາຄະນະທີ່ປຶກສາ 6 ທ່ານ
  1. ທ່ານ ເດດ ສີວິໄລ                     ເປັນຄະນະທີປຶກສາ.
  2. ທ່ານ ນາງ ກົມມາລີ ຈັນທະວົງ    ເປັນຄະນະທີປຶກສາ.
  3. ທ່ານ ພາໄຊ ໂຄດອາສາ          ເປັນຄະນະທີປຶກສາ.
  4. ທ່ານ ວັນໄຊ ວັນນະຈັກ                     ເປັນຄະນະທີປຶກສາ.
  5. ທ່ານ ນາງ ສົມນາລີ ອ່ອນຕາວົງ ເປັນຄະນະທີປຶກສາ.
  6. ທ່ານ ຄໍາໄພ ສົມຊະນະ ເປັນຄະນະທີປຶກສາ.
  • ແລະ ເລືອກເອົາ ຄະນະກວດກາ 3 ທ່ານ
  1. ທ່ານ ສົມແພງ ອຸດົມສຸກ                     ເປັນປະທານກວດກາ.
  2. ທ່ານ ວັນທອງ ອ່ອນພະຈັນ                     ເປັນຮອງ.
  3. ທ່ານ ຈັນສະໝອນ ເທບພອນໄຊ ເປັນຄະນະ.

ໃນກອງປະຊຸມຍັງໄດ້ຮັບກຽດຈາກ ທ່ານ ບົວເງິນ ຫຸມໄຊຍະພົມ, ຮອງເຈົ້າແຂວງ, ແຂວງຊຽງຂວາງ ໃຫ້ຄຳເຫັນ ແລະ ໂອ້ລົມໃຫ້ທິດເຍືອງທາງແກ່ ສຄອ ແຂວງຊຽງຂວາງ ກໍ່ຄື ຄະນະບໍລິຫານງານ ຊຸດທີ II ໃນຫລາຍຫຼາຍດ້ານ, ເຊິ່ງມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໂດຍສະເພາະໄດ້ຊີ້ນໍາໃຫ້ຄະນະບໍລິຫານງານ ສຄອ ແຂວງຊຽງຂວາງ ຕ້ອງມີຄວາມສາມັກຄີ, ມີຈິດໃຈຮັກຊາດ, ເຊື່ອໝັ້ນການນໍາພາຂອງພັກ ແລະ ລັດຖະບານ, ຕັ້ງໜ້າປະຕິບັດວຽກງານຕາມພາລະບົດບາດແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ, ເອົາໃຈໃສ່ຜັນຂະຫຍາຍຍຸດທະສາດ 6 ເສົາຄໍ້າ ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາ ສຄອ ແຂວງຊຽງຂວາງ ໃຫ້ມີປະສິດທີຜົນ, ມີແບບແຜນວິທີເຮັດວຽກ, ລວມສູນປະຊາທິປະໄຕ, ມີລະບຽບ, ມີຄວາມໂປ່ງໃສ ແລະ ກວດສອບໄດ້. ນອກຈາກນີ້, ທ່ານ ບົວເງິນ ຫຸມໄຊຍະພົມ ຍັງໄດ້ໃຫ້ຄຳເຫັນ ຕື່ມໃນກອງປະຊຸມ ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນໃນອະນາຄົດ ດັ່ງນີ້:

  1. ເຕົ້າໂຮມທຸລະກິດໃຫ້ມີຄວາມສາມັກຄີ ສະໜັບສະໜູນຊ່ວຍເຫຼື່ອ ເຊິ່ງກັນ ແລະ ກັນ.
  2. ຫັນວິກິດໃຫ້ກາຍເປັນໂອກາດ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສົ່ງເສີມການຜະລິດ ແລະ ຊົມໃຊ້ ພາຍໃນ ທົດແທນການນໍາເຂົ້າສິນຄ້າ. ຊອກຫາທ່າແຮງການຜະລິດກະສິກໍາເປັນສິນຄ້າ, ການສົ່ງເສີມການທ່ອງທ່ຽວພາຍໃນແຂວງ ແລະ ການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ.
  3. ຖືເອົາໂອກາດການລົງທຶນຢູ່ໃນ ລະບົບໂລຈິດສະຕິກ ແລະ ການເຊື້ອມໂຍງ, ເຊື່ອມຈອດ ກັບ ບັນດາປະເທດຕ່າງໆ ຂອງ ສປປ ລາວ ໂດຍສະເພາະແມ່ນນໍາໃຊ້ທ່າແຮງການເຊື່ອມໂຍງຂອງ ແຂວງຊຽງຂວາງ ກັບປະເທດເພື່ອນບ້ານ ໃຫ້ໄດ້ຮັບຜົນປະໂຫຍດສຸງສຸດ.
  4. ຂໍບັນດາພະແນການ ໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດດໍາລັດ 237/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສຄອຊ ແລະ ສະໜັບສະໜູນໃຫ້ ບັນດາທຸລະກິດຂອງແຂວງ ເຂົ້າມາຢູ່ໃນການຈັດຕັ້ງຂອງ ສຄອ ແຂວງຊຽງຂວາງ, ສະມາຄົມ ແລະ ກຸ່ມທຸລະກິດ ເພື່ອໃຫ້ສາມາດຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ.
  • ໃຫ້ບັນດາພະແນກການ ຊ່ວຍສະໜັບສະໜູນ ເອື້ອຍອຳນວຍສະພາບແວດລ້ອມ ຕາມລະບຽບກົດໝາຍ, ສ້າງຄວາມເຂັ້ມແຂງໃຫ້ ສຄອ ແຂວງຊຽງຂວາງ.

ກອງປະຊຸມໄດ້ປິດລົງໃນເວລາ 12:30 ຂອງວັນດຽວກັນ

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword