ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ບໍ່ແກ້ວ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ບໍ່ແກ້ວ

ໃນຕອນເຊົ້າຂອງ ວັນທີ 27 ພະຈິກ 2020 ທີ່ ສະໂມສອນເມືຶອງຫ້ວຍຊາຍ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ບໍ່ແກ້ວ ໄດ້ຈັດ ກອງປະຊຸມໃຫຍ່ຄັ້ງທີ I ຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງບໍ່ແກ້ວ ຂື້ນ,

ເຊິ່ງໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ປອ ບົວຄົງ ນາມມະວົງ ເລຂາພັກແຂວງ, ​ເຈົ້າແຂວງແຂວງບໍ່ແກ້ວ, ທ່ານ ສັງຄົມ ຈັນສຸກ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ທ່ານ ສີສຸພັນ ສີລິວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງບໍ່ແກ້ວ, ທ່ານ ຄໍາເມັດ ສີລິມະໂນທໍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງບໍ່ແກ້ວ, ທ່ານ ນາງ ພວງພັນ ພູມສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ແລະ ທ່ານ ວິລອນ ພົງສະຫວັດ ທີ່ປຶກສາ ສຄອ ແຂວງບໍ່ແກ້ວ; ພ້ອມດຽວກັນນັ້ນ ກໍ່ໄດ້ຮັບກຽດເຂົ້າຮ່ວມຈາກ ປະທານ ສພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ, ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອຸດົມໄຊ, ເຈົ້າເມືອງ, ຮອງເຈົ້າເມືອງ,ຕ່າງໜ້າຈາກພາກລັດ ແລະ ພາກທຸລະກິດ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນການລາຍງານ, ສະຫຼຸບຕີລາຄາ ຮັບຮອງການເຄື່ອນໄຫວຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍ່ແກ້ວ ໃນໄລຍະຜ່ານມາ ແລະ ຮັບຮອງແຜນການປະຕິບັດວຽກງານໃນຕໍ່ໜ້າ, ພ້ອມດຽວກັນນັ້ນ, ກໍ່ເພື່ອເປັນການເລືອກຕັ້ງເອົາຄະນະບໍລິຫານງານ ສະໄໝທີ V ຂອງ ສຄອ ແຂວງບໍ່ແກ້ວ ແລະ ເພື່ອເປັນການຮັບຟັງ ການໂອ້ລົມຂອງທ່ານເຈົ້າແຂວງ ແຂວງບໍ່ແກ້ວ ເພື່ອສືບຕໍ່ປະຕິບັດວຽກງານ ສຄອ ແຂວງບໍ່ແກ້ວ ໃຫ້ໄດ້ຮັບຜົນດີ ສອດຄ່ອງຕາມພາລະບົດບາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງບໍ່ແກ້ວ.

ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ສີສຸພັນ ສີລິວົງ, ປະທານ ສຄອ ແຂວງ ບໍ່ແກ້ວ ແລະ ໄດ້ລາຍງານ, ມີການປຶກສາຫາລືຖອດຖອນບົດຮຽນການເຄື່ອນໄຫວ, ຈຸດດີ ແລະ ສິ່ງທ້າທາຍຕ່າງໆ ພ້ອມທັງໄດ້ມີການບ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານ ສຄອ ແຂວງ ບໍ່ແກ້ວ ສະໄໝທີ V ຈາກ ຜູ້ສະໝັກທີ່ໄດ້ຕາມເງື່ອນໄຂ 24 ທ່ານ ແລະ ເລືອກເອົາ ຈໍານວນ 21 ທ່ານ.

ທ່ານ ສັງຄົມ ຈັນສຸກ ຮອງປະທານ ສຄອຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະບໍລິຫານງານຂອງ ສຄອ ແຂວງ ບໍ່ແກ້ວ ທີ່ໄດ້ມີຜົນງານຢ່າງຫຼວງຫຼາຍ, ແຕ່ກໍ່ປາສະຈາກບໍ່ໄດ້ທີ່ຈະມີຈຸດອ່ອນ, ສິ່ງຄົງຄ້າງ, ສິ່ງທ້າທ້າຍຕ່າງໆ ແລະ ເຊື່ອໝັ້ນວ່າຄະນະບໍລິຫານງານຊຸດໃໝ່ຈະມີຄວາມກະຕືລືລົ້ນ, ​ເຕົ້າຮ່ວມຄວາມສາມັກຄີ, ສືບຕໍ່ສ້າງຜົນງານ ນໍາພາທຸລະກິດພາຍໃນແຂວງໃຫ້ມີການພັດທະນາຂື້ນຢ່າງບໍ່ຢຸດຢັ້ງ, ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ, ແລະ ຍັງໄດ້ສະເໜີຂໍການສະໜັບສະໜູນ, ຊຸກຍູ້ສົ່ງເສີມ ແລະອຳນວຍຄວາມສະດວກຈາກອຳນາດການປົກຄອງແຂວງ ກໍ່ຄືຂະແໜງການຕ່າງໆຂອງພາກລັດໃຫ້ແກ່ ສຄອ ແຂວງບໍ່ແກ້ວ, ເພື່ອພ້ອມກັນປະຕິບັດວຽກງານໃຫ້ກົມກຽວກັນ, ຕາມພາລະບາດຂອງຕົນ ແລະ ປະກອບສ່ວນທີ່ສໍາຄັນໃນການສ້າງສາພັດທະນາປະຊາດໃຫ້ຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ. ພ້ອມດຽວກັນນັ້ນ ກໍ່ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງ ແຜນຍຸດທະສາດ 6 ເສົາຄໍ້າ ຂອງ ສຄອຊ ເຊັ່ນ:

–         ເສົາຄໍ້າທີ 1: ການພົບປະລະຫວ່າງລັດ-ທຸລະກິດເພື່ອປັບປຸງແວດລ້ອມການດໍາເນີນທຸລະກິດ;

–         ເສົາຄໍ້າທີ່ 2: ການພັດທະນາສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ໂດຍຜ່ານສູນບໍລິການ  SME (SSC);

–         ເສົາຄໍ້າທີ່ 3: ການສົ່ງເສີມຕະຫຼາດຜະລິດຕະພັນລາວ;

–         ເສົາຄໍ້າທີ່ 4: ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ການສົ່ງເສີມການລົງທຶນທີ່ຢືນຢົງ;

–         ເສົາຄໍ້າທີ່ 5: ການພັດທະນາຜູ້ປະກອບການ ແລະ ກິດຈະກໍາຜູ້ໃຊ້ແຮງງານ

–         ເສົາຄໍ້າທີ່ 6: ການເຂົ້າເຖິງຂໍ້ມູນຂ່າວສານ, ການພົວພັນມວນຊົນ ແລະ ການບໍລິການໃຫ້ສະມາຊິກ.

ຜົນການເລືອກຕັ້ງຄະນະບໍລິຫານງານ ສຄອ ແຂວງບໍ່ແກ້ວ ສະໄໝທີ  V ແມ່ນມີລາຍລະອຽດດັ່ງລຸ່ມນີ້:

  1. ທ່ານ ສີສຸພັນ ສິລິວົງ, ເປັນ ປະທານ
  2. ທ່ານ ນາງ ຄອນສະໄໝ ຈະເລີນຜົນ, ບໍລິສັດ ບໍ່ແກ້ວຊັບຟາຍ ເປັນຮອງປະທານ
  3. ທ່ານ ຄໍຳເມັດ ສິລິມະໂນທໍຳ, ລັດວິສາຫະກິດພັດທະນາກະສິກໍາແຂວງບໍ່ແກ້ວ ເປັນຮອງປະທານ
  4. ທ່ານ ວັນດີ ແກ້ວດວງດີ, ບໍລິສັດ ເມືອງໄພລິນ ເປັນຮອງປະທານ
  5. ທ່ານ ນາງ ນົງລັກ ວິໄລສັກ, ໂຮງງານບໍ່ແກ້ວເຈລະໃນອັນຍະມະນີລາວ ເປັນຮອງປະທານ
  6. ທ່ານ ໄຊທະວົງ ວິຍະເກດ, ບໍລິສັດອາຕົງ ໂຕໂຍຕາ ເປັນຮອງປະທານ
  7. ທ່ານ ສຸພົດ ເພັດອາລຸນ ບໍລິສັດຂົນສົ່ງ ເປັນຮອງປະທານ
  8. ທ່ານ ສີສຸຫັວນ ມາຍົງ , ບໍລິສັດຮຸ່ງອາລຸນ ໂລຈິດສະຕິກ ເປັນຄະນະ
  9. ທ່ານ ພົງສັກ ຄອນສະວັນ, ກຸ່ມບໍລິສັດທ່ອງທ່ຽວ ເປັນຄະນະ
  10. ທ່ານ ສິງທຸນ ວິໄລສານ, ໂຮງງານເຟີນີເຈີ ເປັນຄະນະ
  11. ທ່ານ ໄມ່ ແສງ, ອໍຳນວຍການ ຕະຫຼາດ ສີດອນມີ ເປັນຄະນະ
  12. ທ່ານ ສີວັນ ບຸນຕ່ອມ, ຟາມລ້ຽງໄກ່ ( ຕົວແທນ ເມືອງ ຫ້ວຍຊາຍ ) ເປັນຄະນະ
  13. ທ່ານ ນາງ ປິ່ນແກ້ວ ທໍຳມະວົງ, ວິສາຫະກິດ ສົ່ງເສີມການປູກຜືດ ( ເມືອງ ຕົ້ນ ເຜິ້ງ ) ເປັນຄະນະ
  14. ທ່ານ ຂັນແກ້ວ ອ້ອມເຂັມທອງ, ທຸລະກິດ ນໍ້ຳດື່ມ ( ເມືອງ ເມິງ ) ເປັນຄະນະ
  15. ທ່ານ ແຫຼ້ ສິລິນໍໄລ, ວິສາຫະກິດ ຮ່ວມໃຈພັດທະນາ ( ເມືອງ ຜາອຸດົມ ) ເປັນຄະນະ
  16. ທ່ານ ນາງ ບົວລຽງ ຄິດສະວັດ, ວັັງວິວກຣຸບ ເປັນຄະນະ
  17. ທ່ານ ບຸນຫຼາຍ ມິ່ງບຸບຜາ,ອໍຳນວຍການ, ບໍລິສັດ ນໍ້ຳປະປາ ເປັນຄະນະ
  18. ທ່ານ ມີໄຊ ສີສຸວັດ, ອໍຳນວຍການ ທະນາຄານ ພັດທະນາລາວ ເປັນຄະນະ
  19. ທ່ານ ສຸລິຍົງຍາ ສີຫາລາດ, ອໍຳນວຍການ ບໍລິສັດ ເຊື້ອໄຟລາວ ເປັນຄະນະ
  20. ທ່ານ ສົມພົນ ສະວັນນະລັດ, ອໍຳນວຍການລັດວິສາຫະກິດໄຟຟ້າລາວ ເປັນຄະນະ
  21. ທ່ານ ສຸນທອນ ມະນີສອນ, ອໍຳນວຍການລັດວິສາຫະກິດລາວໂທລະຄົມ ເປັນຄະນະ

ໃນຕອນບ່າຍຂອງວັນດຽວກັນ, ພາຍຫຼັງໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມ ຈາກ ທ່ານ ສີສຸພັນ ສິລິວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍ່ແກ້ວ. ທ່ານ ປອ ບົວຄົງ ນາມມະວົງ ເລຂາພັກແຂວງ, ​ເຈົ້າແຂວງແຂວງບໍ່ແກ້ວ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຫຼາຍຫຼາຍດ້ານ ໂດຍສະເພາະແມ່ນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ, ການສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ການເອົາໃຈໃສ່ປະຕິບັດພັນທະຂອງລັດ ແລະ ສະໜັບສະໜູນສັງຄົມ ແລະ ອື່ນໆ. ພ້ອມດຽວກັນນັ້ນກໍ່ໄດ້ໃຫ້ການໂອ້ລົມຕໍ່ຄະນະບໍລິຫານງານ ສຄອ ແຂວງບໍ່ແກ້ວ ສະໄໝທີ V ເຊິ່ງມີລາຍລະອຽດດັ່ງລຸ່ມນີ້ :

  • ສ້າງແຜນການປະຕິບັດວຽກງານໃຫ້ລະອຽດ, ຜັນຂະຫຍາຍແຜນງານເຂົ້າໃນແຕ່ລະຂົງເຂດ, ແລະ ໃຫ້ມີການມອບໝາຍຄວາມຮັບຜິດຊອບໃຫ້ຈະແຈ້ງ.
  • ເອົາໃຈໃສ່ວຽກງານການເມືອງ-ແນວຄິດ ໂດຍສະເພາະການປະຕິບັດວຽກງານໃຫ້ສອດຄ່ອງກັບແຜນພັດ ທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ໃຫ້ປະຕິບັດສອດຄ່ອງຕາມລະບຽບຫຼັກການ ແລະ ຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ.
  • ຕ້ອງພະຍາຍາມຊຸກຍູ້, ຕິດຕາມ, ຊ່ວຍເຫຼືອສະມາຊິກ ແກ້ໄຂບັນຫາຕ່າງໆ, ​ເປັນຂົວຕໍ່ໃຫ້ແກ່ພາກລັດ ແລະ ພາກທຸລະກິດ,​ ສ້າງຄວາມເຂົ້າໃຈໃຫ້ສະມາຊິກ ແລະ ພາກລັດ ຕໍ່ກັບພາລະບົດບາດຂອງ ສຄອ ແຂວງ
  • ສ້າງກົດລະບຽບ, ແບບແຜນວິທີການເຮັດວຽກໃຫ້ຈະແຈ້ງ ເຊັ່ນ: ມີລະບອບປະຊຸມ, ​ແບບລວມສູນ,​ປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ແລະ ອື່ນໆ.
  • ຊຸກຍູ້ສົ່ງເສີມການສ້າງຕະຫຼາດ, ເພື່ອຮອງຮັບການສົ່ງເສີມການ​ສ້າງຜະລິດຕະພັນໃໝ່ໆ ໃຫ້ມີຄຸນນະພາບ ແລະ ພົ້ນເດັ່ນ.
  • ສຶກສາຄົ້ນຄວ້າປັບປຸງໂຄງຮ່າງການຈັດຕັ້ງຂອງ ສຄອ ແຂວງ ໃນແຕ່ລະໄລຍະ ຕາມສະພາບການຂະຫຍາຍຕົວ ຂອງ ເສດຖະກິດ-ສັງຄົມ.

ພ້ອມດຽວກັນນັ້ນກໍ່ໄດ້ຮຽກຮ້ອງໃຫ້ພາກລັດ ກໍ່ຄືພາກທຸລະກິດ ຮ່ວມແຮງຮ່ວມໃຈກັນ ພັດທະນາແຂວງບໍ່ແກ້ວ ໃຫ້ມີການຂະຫຍາຍຕົວເລື່ອຍໆ ໂດຍສະເພາະແມ່ນສຸມໃສ່ການພັດທະນາດັ່ງນີ້:

  • ພັດທະນາແຂວງບໍ່ແກ້ວ ໃຫ້ກາຍເປັນ ຈຸດເຊື່ອມຕໍ່ເສດຖະກິດຂອງແຕ່ລະແຂວງທັງພາຍໃນ ແລະ ຕ່າງປະເທດ.
  • ພັດທະນາແຂວງບໍ່ແກ້ວ ໃຫ້ກາຍເປັນແຂວງຜະລິດກະສິກຳທີ່ສະອາດ,​ ມີຄຸນນະພາບ ສາມາດສົ່ງອອກຕ່າງປະເທດ.
  • ພັດະທະນາແຂວງບໍ່ແກ້ວ ໃຫ້ກາຍເປັນແຂວງທ່ອງທ່ຽວທີ່ທັນສະໄໝແລະຍືນຍົງ.

ທ່ານ ສີສຸພັນ ສິລິວົງ ໄດ້ຜ່ານບົດສະຫຼຸບກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມໃນ ເວລາ 15:50ໂມງຂອງວັນດຽວກັນ.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword