ກຽມຈັດກິດຈະກຳສະຫລອງການຮ່ວມມື ລະຫວ່າງ ລາວ ແລະ ອົງການແຮງງານສາກົນ ຄົບຮອບ 55 ປີ

ກຽມຈັດກິດຈະກຳສະຫລອງການຮ່ວມມື ລະຫວ່າງ ລາວ ແລະ ອົງການແຮງງານສາກົນ ຄົບຮອບ 55 ປີ

ໃນວັນທີ 25 ຕຸລາ 2019 ທີ່ນະຄອນຫລວງວຽງຈັນ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ໄດ້ຖະແຫລງຂ່າວກ່ຽວກັບ ການກະກຽມ ຈັດກິດຈະກຳ ການສະເຫລີມສະຫລອງການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການແຮງງານສາກົນ ຄົບຮອບ 55 ປີ ແລະ ການສ້າງຕັ້ງອົງການແຮງງານສາກົນຄົບຮອບ 100 ປີ ໂດຍມີທ່ານ ສີມູນ ອຸ່ນລາສີ ຮອງປະທານສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານຄະນະກຳມາທິການ ຕາງໜ້າຜູ້ໃຊ້ແຮງງານ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ການສະຫລອງວັນດັ່ງກ່າວ ໄດ້ກຳນົດໃຫ້ມີກິດຈະກຳຈຳນວນໜຶ່ງ ເປັນຕົ້ນຈະມີກິດຈະກຳຍ່າງເພື່ອສຸຂະພາບ ໃນວັນທີ 16 ພະຈິກ 2019 ທີ່ປະຕູໄຊ ແລະ ງານສຳມະນາໃຫ້ຄຳປຶກສາດ້ານແຮງງານ ,ພາຍໃນງານຈະມີການວາງສະແດງບູດ(ຮ້ານ) ລວມທັງໝົດ 50 ບູດ ທີ່ມາຈາກພາກລັດຖະບານ ແລະ ພາກເອກະຊົນ ເປັນຕົ້ນ: ພາກສ່ວນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະຖາບັນພັດທະນາສີມືແຮງງານທັງໝົດ, ສູນບໍລິການຈັດຫາງານ, ສະມາຄົມ ແລະ ບໍລິສັດຫ້າງຮ້ານຕ່າງໆ. ວັນທີ 16-17 ພະຈິກ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ພາຍໃຕ້ການຮ່ວມມືກັນ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ອົງການແຮງງານສາກົນ (ILO).
ການສະເຫລີມສະຫລອງວັນດັ່ງກ່າວ ເພື່ອເປັນການໂຄສະນາ, ປູກຈິດສໍານຶກ ໃຫ້ແກ່ຊຸມຊົນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການສົ່ງເສີມການມີວຽກເຮັດງານທໍາ ແລະ ມີຄຸນຄ່າ, ວຽກເພື່ອອະນາຄົດທີ່ສົດໃສ, ຂະບວນການຄວາມຕ້ອງການຂອງຕະຫຼາດແຮງງານ, ການປົກປ້ອງ ແລະ ສົ່ງເສີມສິດຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ; ສະແດງໃຫ້ເຫັນເຖິງ ການປະກອບສ່ວນອັນສໍາຄັນ ຂອງອົງການຈັດຕັ້ງສາມຝ່າຍ ຂອງລາວ ແລະ ອົງການແຮງງານສາກົນ ເຂົ້າໃນວຽກງານພັດທະນາເສດຖະກິດ-ສົງຄົມຂອງຊາດ ຕະຫຼອດໄລຍະຜ່ານມາ; ແລະ ເສີມຂະຫຍາຍ ວຽກງານດ້ານມະນຸດສະທໍາ, ເພີ່ມທະວີໃຫ້ການຊ່ວຍເຫຼືອ ຜູ້ທີ່ອ່ອນແອ ແລະ ດ້ອຍໂອກາດໃນສັງຄົມ ໂດຍສະເພາະ ຜູ້ທຸກຍາກ, ແມ່ຍິງ ແລະ ຄົນພິການ ໃຫ້ໄດ້ເຂົ້າມາມີສ່ວນຮ່ວມ ແລະ ເຂົ້າເຖິງຂໍ້ມູນນຂ່າວສານດ້ານແຮງງານ ແລະ ອື່ນໆ.

ທ່ານ ປອ ຄຳແພງ ໄຊສົມແພງ ຍັງໄດ້ກ່າວວ່າ: ສປປ ລາວ ໄດ້ເຂົ້າເປັນສະມາຊິກ ອົງການແຮງງານສາກົນ ໃນວັນທີ 23 ມັງກອນ 1964, ຕະຫລອດໄລຍະເວລາ 55 ປີ ທີ່ເປັນສະມາຊິກ ສປປ ລາວ ໄດ້ສຸມຄວາມພະຍາຍາມຢ່າງເຕັມສ່ວນ ໃນຄວາມຮັບຜິດຊອບ ຕໍ່ບັນຫາກ່ຽວກັບແຮງງານ, ສາມາດໃຫ້ສັດຕະຍາບັນ ບັນດາສົນທິສັນຍາ ກັບອົງການແຮງງານສາກົນ ໄດ້ທັງໝົດ 10 ສະບັບ. ໃນແຕ່ ລະໄລຍະ ລັດຖະບານລາວ ກໍຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການແກ້ໄຂບັນຫາ ແລະ ພັດທະນາວຽກງານແຮງງານ ເພື່ອເປັນການເພີ່ມທະວີຄວາມຍຸຕິທຳໃນສັງຄົມ ແລະ ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ໃຫ້ແກ່ແຮງງານຂອງລາວ, ສະແດງອອກ ໄດ້ກຳນົດເອົາວຽກງານແຮງງານ ຢູ່ໃນເປົ້າໝາຍຈຸດສຸມ ອັນດັບຕົ້ນໆ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ໄດ້ມີການປັບປຸງບັນດາກົດໝາຍ ເຊັ່ນ: ກົດໝາຍ ວ່າດ້ວຍ ແຮງງານ, ກົດໝາຍ ວ່າດ້ວຍ ການປະກັນສັງຄົມ ເປັນແຕ່ລະໄລຍະ; ໄດ້ປັບປຸງ, ອອກ ບັນດານິຕິກຳ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ; ລວມໄປເຖິງ ການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການປົກປ້ອງສັງຄົມແຫ່ງຊາດ ແລະ ອື່ນໆ.
ທັງໝົດນີ້ ກໍເພື່ອແນໃສ່ຮັບປະກັນໃຫ້ ການພັດທະນາເສດຖະກິດ ມີຄວາມໝັ້ນທ່ຽງ, ສັງຄົມມີຄວາມສະຫງົບສຸກ, ຮຽບຮ້ອຍ ແລະ ຍຸຕິທຳປະຊາຊົນບັນດາເຜົ່າທັງໝົດ ມີຄວາມຢູ່ດີກິນດີ ແລະ ຫລຸດຜົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

(ຂອບໃຈຂ່າວ: ເພຈ ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ)

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword