ກອງປະຊຸມທຸລະກິດລາວ ຄັ້ງທີ 15
ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ວັນທີ 2 ເມສາ 2024 ທີ່ ຫໍປະຊຸມແຫ່ງຊາດ ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໂດຍມີເປົ້າໝາຍ
ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ກອງປະຊຸມ ຄັ້ງນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ.

ກອງປະຊຸມເຄິ່ງມື້ ດັ່ງກ່າວນີ້ ມີເປົ້າໝາຍຫຼັກເພື່ອທົບທວນໝາກຜົນ ແລະ ຄວາມຄືບໜ້າ ຈາກກອງປະຊຸມທຸລະກິດລາວ ຄັ້ງທີ 14 ແລະ ໃຫ້ການສະໜັບສະໜູນໂດຍລວມຕໍ່ກັບການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອກຳນົດ ແລະ ແກ້ໄຂບັນຫາສຳຄັນ ທີ່ມີຜົນກະທົບຕໍ່ພາກທຸລະກິດ ໃນ ສປປ ລາວ. ບັນດາຜູ້ຕາງໜ້າຈາກພາກທຸລະກິດ ກໍໄດ້ຊົມເຊີຍລັດຖະບານ ຕໍ່ຄວາມເອົາໃຈໃສ່ໃນການ ປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດ. ອີງຕາມການລາຍງານໃນກອງປະຊຸມ, ເຫັນວ່າ ຈາກ 20 ຂໍ້ສະເໜີ ທີ່ໄດ້ຍົກຂຶ້ນ ຢູ່ກອງປະຊຸມທຸລະກິດລາວ ຄັ້ງທີ 14 ໃນປີ 2023 ນັ້ນ, 6 ຂໍ້ສະເໜີ ແມ່ນໄດ້ຮັບການແກ້ໄຂ, 11 ຂໍ້ສະເໜີ ໄດ້ມີຄວາມຄືບໜ້າໃນການແກ້ໄຂ ແລະ ມີແຜນລະອຽດ ແລະ ກອບເວລາການແກ້ໄຂ, ໃນຂະນະທີ່ 3 ຂໍ້ສະເໜີ ບໍ່ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກມີຂໍ້ຈຳກັດທີ່ສົມເຫດສົມຜົນ ເຊິ່ງຈະໄດ້ມີການປຶກສາຫາລືເພີ່ມເຕີມ.

ໃນປີ 2024, ພາກທຸລະກິດ ແລະ ໜ່ວຍງານທີ່ກ່ຽວຂອ້ງຂອງພາກລັດ ໄດ້ຍົກ 12 ຂໍ້ສະເໜີບູລິມະສິດ ທີ່ມີເປົ້າໝາຍເພື່ອປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ປັບປຸງດ້ານອາກອນ, ການສົ່ງເສີມສະຖຽນລະພາບຂອງ ຂະແໜງການທະນາຄານ ແລະ ການເງິນ, ປັບປຸງຄຸນນະພາບຂອງການສະໜອງ ແລະ ສົ່ງເສີມການພັດທະນາແບບຍືນຢົງຂອງຂະແໜງພະລັງງານໄຟຟ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມ ຂະແໜງທ່ອງທ່ຽວ, ແລະ ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ. ກອງປະຊຸມ ຍັງໄດ້ສະຫຼຸບ ການຕົກລົງ ເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ ຂໍ້ສະ ເໜີບູລິມະສິດໃໝ່ ພາຍໃນ 12 ເດືອນ ຕໍ່ໜ້າ.
ກອງປະຊຸມທຸລະກິດລາວ ຄັ້ງທີ 15 ນີ້ ຖືເປັນບາດກ້າວສຳຄັນ ໃນຄວາມພະຍາຍາມຮ່ວມກັນຂອງພາກລັດ ແລະ ພາກທຸລະກິດ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງພາກທຸລະກິດ ແລະ ເສດຖະກິດ ໃນ ສປປ ລາວ. ຄວາມມຸ້ງໝັ້ນນີ້ ສະແດງໃຫ້ເຫັນເຖິງວິໄສທັດ ຂອງພາກລັດ ແລະ ພາກທຸລະກິດ ທີ່ມີຮ່ວມກັນໃນການສ້າງເສດຖະກິດທີ່ທຸກຄົນມີສ່ວນຮ່ວມ.