ກອງປະຊຸມທຸລະກິດລາວ ຄັ້ງທີ 15

ກອງປະຊຸມທຸລະກິດລາວ ຄັ້ງທີ 15

ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ວັນທີ 2 ເມສາ 2024 ທີ່ ຫໍປະຊຸມແຫ່ງຊາດ ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໂດຍມີເປົ້າໝາຍ

ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ກອງປະຊຸມ ຄັ້ງນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ.
ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຍົກໃຫ້ເຫັນສິ່ງທ້າທາຍ ທີ່ເກີດຈາກສະພາບແວດລ້ອມຄວາມບໍ່ແນ່ນອນຈາກໄພເງິນເຟີ້ທີ່ສູງ, ຄວາມກະແຈກກະຈາຍທາງດ້ານການຄ້າ ແລະ ການລົງທຶນ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ. ພ້ອມກັນນັ້ນ, ໃນຂະນະທີ່ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງທຸກພາກສ່ວນໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໂດຍຜ່ານການກໍານົດ ມາດຕະການ ແລະ ການຈັດຕັ້ງປະຕິບັດມາດຕະການຢ່າງເປັນຮູບປະທໍາ ໃນການປັບປຸງດ້ານຄວາມໂປ່ງໃສ, ຄວາມແນ່ນອນຂອງກົດໝາຍ ແລະ ລະບຽບການ ທີ່ຕິດພັນກັບການດຳເນີນທຸລະກິດ, ທ່ານ ນາຍົກລັດຖະມົນຕີ ຍັງຊຸກຍູ້ໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງແຕ່ຂັ້ນສູນກາງ ຫາ ທ້ອງຖິ່ນ ໃຫ້ຮ່ວມມືນຳພາພາກທຸລະກິດ ທັງຈາກພາຍໃນ ແລະ ຕ່າງປະເທດ ໃນການກຳນົດ ແລະ ກຳຈັດ ອຸປະສັກຕ່າງໆທີ່ຕິດພັນກັບການເລີມຕົ້ນ ແລະ ດຳເນີນທຸລະກິດ. ທ່ານຍັງໄດ້ກ່າວວ່າ “ ໃນຂະນະທີ່ ພາກທຸລະກິດ ຖືກກໍ່ຕັ້ງຂຶ້ນ ໂດຍບັນດາຜູ້ປະກອບການ, ລັດຖະບານ ກໍ່ມີບົດບາດສຳຄັນ ໃນການສະໜັບສະ ໜູນການພັດທະນາຂອງຜູ້ປະກອບການ ໂດຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ ລວມທັງສະໜອງ ການເຂົ້າເຖິງຊັບພະຍາກອນຕ່າງໆ, ແຫຼ່ງທຶນ ແລະ ຕະຫຼາດ ພ້ອມກັບສະໜອງການຊ່ວຍເຫຼືອ ແລະ ປົກປ້ອງດ້ານລະບຽບການ”
ກອງປະຊຸມເຄິ່ງມື້ ດັ່ງກ່າວນີ້ ມີເປົ້າໝາຍຫຼັກເພື່ອທົບທວນໝາກຜົນ ແລະ ຄວາມຄືບໜ້າ ຈາກກອງປະຊຸມທຸລະກິດລາວ ຄັ້ງທີ 14 ແລະ ໃຫ້ການສະໜັບສະໜູນໂດຍລວມຕໍ່ກັບການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອກຳນົດ ແລະ ແກ້ໄຂບັນຫາສຳຄັນ ທີ່ມີຜົນກະທົບຕໍ່ພາກທຸລະກິດ ໃນ ສປປ ລາວ. ບັນດາຜູ້ຕາງໜ້າຈາກພາກທຸລະກິດ ກໍໄດ້ຊົມເຊີຍລັດຖະບານ ຕໍ່ຄວາມເອົາໃຈໃສ່ໃນການ ປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດ. ອີງຕາມການລາຍງານໃນກອງປະຊຸມ, ເຫັນວ່າ ຈາກ 20 ຂໍ້ສະເໜີ ທີ່ໄດ້ຍົກຂຶ້ນ ຢູ່ກອງປະຊຸມທຸລະກິດລາວ ຄັ້ງທີ 14 ໃນປີ 2023 ນັ້ນ, 6 ຂໍ້ສະເໜີ ແມ່ນໄດ້ຮັບການແກ້ໄຂ, 11 ຂໍ້ສະເໜີ ໄດ້ມີຄວາມຄືບໜ້າໃນການແກ້ໄຂ ແລະ ມີແຜນລະອຽດ ແລະ ກອບເວລາການແກ້ໄຂ, ໃນຂະນະທີ່ 3 ຂໍ້ສະເໜີ ບໍ່ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກມີຂໍ້ຈຳກັດທີ່ສົມເຫດສົມຜົນ ເຊິ່ງຈະໄດ້ມີການປຶກສາຫາລືເພີ່ມເຕີມ.
ບັນດາຂໍ້ສະເໜີທີ່ໄດ້ຮັບການແກ້ໄຂ ລວມມີ ການປັບປຸງຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດ ໃນ 6 ຂະແໜງການຫຼັກ, ການເສີມຂະຫຍາຍການເຂົ້າເຖິງຂອງລະບົບຂໍ້ມູນຂ່າວສານສິນເຊື່ອ ແລະ ການປັບປຸງຂັ້ນຕອນການແຈ້ງພາສີທີ່ໃຫ້ສະດວກຂຶ້ນໂດຍຜ່ານລະບົບທັນສະໄໝ. ຜົນສຳເລັດທີ່ພົ້ນເດັ່ນອີກອັນໜຶ່ງແມ່ນການຮັບຮອງ ໂຄງສ້າງ ແລະ ຂະບວນການປຶກສາຫາລືພາຍໄຕ້ກົນໄກກອງປະຊຸມທຸລະກິດລາວຢ່າງເປັນທາງການ ກໍ່ຄື ຂໍ້ຕົກລົງ ນາຍົກລັດຖະມົນຕີ ສະບັບເລກທີ 04/ນຍ, ລົງວັນທີ 8 ມັງກອນ 2024 ເພື່ອກໍານົດຈຸດປະສົງຂອງກອງປະຊຸມທຸລະກິດລາວ ຢ່າງເປັນທາງການ ໂດຍຂໍ້ຕົກລົງໄດ້ລະບຸແຕ່ງຕັ້ງ ຄະນະຊີ້ນໍາກອງປະຊຸມທຸລະກິດລາວ, ຄະນະປະສານງານພາກລັດ, ກອງເລຂາ, ໜ່ວຍງານປຶກສາຫາລືພາກທຸລະກິດ, ລວມໄປເຖິງການກຳນົດຂັ້ນຕອນຂອງການປຶກສາຫາລືລະຫວ່າງ ພາກລັດ ແລະ ທຸລະກິດ ລະດັບສູງ ແລະ ລະດັບວິຊາການ ຢ່າງຊັດເຈນ. ສິ່ງເຫຼົ່ານີ້ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການປັບປຸງ ປະສິດທິພາບ ຂອງການປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ ໃນ ສປປ ລາວ.
ໃນປີ 2024, ພາກທຸລະກິດ ແລະ ໜ່ວຍງານທີ່ກ່ຽວຂອ້ງຂອງພາກລັດ ໄດ້ຍົກ 12 ຂໍ້ສະເໜີບູລິມະສິດ ທີ່ມີເປົ້າໝາຍເພື່ອປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ປັບປຸງດ້ານອາກອນ, ການສົ່ງເສີມສະຖຽນລະພາບຂອງ ຂະແໜງການທະນາຄານ ແລະ ການເງິນ, ປັບປຸງຄຸນນະພາບຂອງການສະໜອງ ແລະ ສົ່ງເສີມການພັດທະນາແບບຍືນຢົງຂອງຂະແໜງພະລັງງານໄຟຟ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມ ຂະແໜງທ່ອງທ່ຽວ, ແລະ ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ. ກອງປະຊຸມ ຍັງໄດ້ສະຫຼຸບ ການຕົກລົງ ເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ ຂໍ້ສະ ເໜີບູລິມະສິດໃໝ່ ພາຍໃນ 12 ເດືອນ ຕໍ່ໜ້າ.
ກອງປະຊຸມທຸລະກິດລາວ ຄັ້ງທີ 15 ນີ້ ຖືເປັນບາດກ້າວສຳຄັນ ໃນຄວາມພະຍາຍາມຮ່ວມກັນຂອງພາກລັດ ແລະ ພາກທຸລະກິດ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງພາກທຸລະກິດ ແລະ ເສດຖະກິດ ໃນ ສປປ ລາວ. ຄວາມມຸ້ງໝັ້ນນີ້ ສະແດງໃຫ້ເຫັນເຖິງວິໄສທັດ ຂອງພາກລັດ ແລະ ພາກທຸລະກິດ ທີ່ມີຮ່ວມກັນໃນການສ້າງເສດຖະກິດທີ່ທຸກຄົນມີສ່ວນຮ່ວມ.

Related Posts

ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບບັນຫາທີ່ຕິດພັນກັບວຽກງານພະລັງງານໄຟຟ້າ

ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບບັນຫາທີ່ຕິດພັນກັບວຽກງານພະລັງງານໄຟຟ້າ

ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບບັນຫາທີ່ຕິດພັນກັບວຽກງານພະລັງງານໄຟຟ້າພາຍໃຕ້ກົນໄກ ກອງປະຊຸມທຸລະກິດລາວ (Lao Business Forum -LBF),…Read more

ກອງປະຊຸມປຶກສາຫາລືພາກລັດ-ທູລະກິດ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ(ສະບັບປັບປູງ 2016)

ກອງປະຊຸມປຶກສາຫາລືພາກລັດ-ທູລະກິດ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ(ສະບັບປັບປູງ 2016)

ກອງປະຊຸມປຶກສາຫາລືພາກລັດ-ທູລະກິດ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ(ສະບັບປັບປູງ 2016), ໃນວັນທີ 27 ຕຸລາ 2023, ໂຮງແຮມ ຄຣາວນ໌ ພລາຊາ…Read more
ກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ແຂວງຫຼວງພະບາງ

ກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ແຂວງຫຼວງພະບາງ

ກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ແຂວງຫຼວງພະບາງ, ໃນວັນທີ 04 ຕຸລາ 2023, ທີ່ຫ້ອງປະຊຸມໂຮງແຮມ ຫຼວງພະບາງວິວ, ແຂວງຫລວງພະບາງ…Read more

Enter your keyword