ກອງປະຊຸມພົບປະນັກທຸລະກິດ ລາວ-ຈີນ ທີ່ ນະຄອນຫລວງປັກກິ່ງ

ກອງປະຊຸມພົບປະນັກທຸລະກິດ ລາວ-ຈີນ ທີ່ ນະຄອນຫລວງປັກກິ່ງ

ໃນວັນທີ 7 ມັງກອນ 2020, ທີ່ ນະຄອນຫລວງປັກກິ່ງ ໄດ້ຈັດ ກອງປະຊຸມພົບປະນັກທຸລະກິດ ລາວ-ຈີນ ໃນຊ່ວງໄລຍະ ການເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງ ພະນະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ໃນລະຫວ່າງວັນທີ 5-9 ມັງກອນ 2020  ພ້ອມດ້ວຍ ຄະນະລັດຖະບານ ແລະ ຄະນະທຸລະກິດລາວເດີນທາງຕິດຕາມ ແລະ ເຂົ້າຮ່ວມກອງປະຊຸມ. ກອງປະຊຸມພົບປະນັກທຸລະກິດ ລາວ-ຈີນ ຈັດໂດຍ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປປ ຈີນ, ສະພາທຸລະກິດຈີນ-ອາຊຽນ ແລະ ຮ່ວມຈັດໂດຍ ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ກຽດໂດຍການເປັນປະທານ ຂອງ ພະນະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ຈຸດປະສົງແມ່ນເພື່ອເປັນເວທີ ແລະ ເປີດໂອກາດ ໃຫ້ນັກທຸລະກິດສອງປະເທດໄດ້ພົບປະປຶກສາຫາລື, ແລກປ່ຽນຂໍ້ມູນທາງດ້ານການຄ້າ-ການລົງທຶນໃນຂະແໜງການຄ້າ ແລະ ການລົງທຶນ, ອະສັງຫາລິມະຊັບ, ກະສິກຳ, ການສຶກສາ, ທ່ອງທ່ຽວ, ໄອທີ ແລະ ອື່ນໆ ເພື່ອກ້າວໄປເຖິງການດຳເນີນທຸລະກິດຮ່ວມກັນໃນອານາຄົດ ແລະ ໄດ້ຮັບໝາກຜົນຢ່າງຈົບງານ. ກອງປະຊຸມໃນຄັ້ງນີ້ ຈະເປັນເວທີທີ່ສຳຄັນໃນການສົ່ງເສີມການຮ່ວມມືເສດຖະກິດ ການຄ້າ ລະຫວ່າງ ສອງປະເທດ ລາວ – ຈີນ ໃຫ້ນັບມື້ນັບຂະຫຍາຍຕົວ, ແລະ ມີປະສິດທີຜົນ ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືລະຫວ່າງທຸລະກິດລາວ ແລະ ຈີນ ໃຫ້ປະກົດຜົນເປັນຈິງ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນທີ່ກອງປະຊຸມ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍໄດ້ກ່າວບົດສະເໜີໂດຍຫຍໍ້ ຕໍ່ ກອງປະຊຸມ.

ບົນພື້ນຖານແນວຄວາມຄິດທີ່ ພະນະທ່ານ ສີຈິ້ນຜິງໄດ້ນໍາສະເໜີນະໂຍບາຍ ໜຶ່ງແລວທາງ ໜຶ່ງເສັ້ນທາງ ໃນປີ 2013, ເຫັນວ່າ ສປປ ລາວ ມີທ່າແຮງສູງໃນການດຳເນີນການຄ້າ ແລະ ການລົງທຶນ, ນອກຈາກສາຍພົວພັນອັນແໜ້ນແຟ້ນ ລະຫວ່າງ ສອງພັກ ສອງລັດ ລາວ-ຈີນ ທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ແລະ ການຮ່ວມມືແລ້ວ, ສປປ ລາວ ຍັງມີທີ່ ຕັ້ງຍຸດທະສາດ ຢຸ່ໃຈກາງ ແລະ ເປັນຈຸດເຊື່ອມໂຍງທີ່ສຳຄັນ ລະຫວ່າງ ສປ ຈີນ ແລະ ບັນດາປະເທດ ລຸ່ມແມ່ນນໍ້າຂອງ ແລະ ອາຊຽນ, ປັດຈຸບັນ ລັດຖະບານລາວ ກໍ່ໄດ້ເອົາໃຈໃສ່ປັບປຸງໂຄງລາງພື້ນຖານເຊັ່ນ: ເສັ້ນທາງຄົມມະນາຄົມທາງບົກ, ທາງລົດໄຟ, ທາງນໍ້າ ແລະ ອື່ນໆ. ໂດຍສະເພາະ ເສັ້ນທາງລົດໄຟ ລາວ – ຈີນ ທີ່ຈະສໍາເລັດໃນທ້າຍປີ 2021 ນີ້ ເຊິ່ງຈະເປັນເງື່ອນໄຂອັນດີທີ່ສຸດໃຫ້ແກ່ການດຳເນີນທຸລະກິດໃນລາວ ແລະ ເຊື່ອມໂຍງກັບສາກົນ. ການລົງທຶນຢູ່ ສປປ ລາວ ແມ່ນສາມາດລົງທຶນໃນຫຼາຍຂະແໜງການ ບໍ່ວ່າຈະເປັນຂະແໜງພະລັງງານ, ກະສິກຳ, ກໍ່ສ້າງ, ທ່ອງທ່ຽວ, ໂລຈິດຕິກ ແລະ ອື່ນໆ, ເຊິ່ງການລົງທຶນຢູ່ ສປປ ລາວ ບໍ່ແມ່ນເປັນການເຂົ້າຫາພຽງແຕ່ຕະຫຼາດ ຂອງ ສປປ ລາວ ເທົ່ານັ້ນ ແຕ່ໝາຍເຖິງການເຂົ້າເຖິງຕະຫຼາດອາຊຽນ ທີ່ມີພົນລະເມືອງຫຼາຍກ່ວາ 600ລ້ານຄົນ.

ນັບແຕ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ພະນະທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ໃນປີ 2017, ແລະ ການໄປມາຫາສູ່ກັນຢ່າງເປັນປົກກະຕິຂອງຄະນະນໍາສອງປະເທດ, ສອງລັດຖະບານໄດ້ມີການລົງນາມສັນຍາຮ່ວມກັນໃນຫຼາຍຫຼາຍສະບັບ, ເຮັດໃຫ້ການຮ່ວມມືລະຫວ່າງ ສອງປະເທດ ລາວ-ຈີນ ນັບມື້ນັບແໜ້ນແຟ້ນ ແລະ ເລິກເຊິ່ງ, ໂດຍສະເພາະປັດຈຸບັນ ສປປ ລາວ ແລະ ສປ ຈີນ ນອກຈາກເປັນຄູ່ຮ່ວມຍຸດທະສາດຮອບດ້ານແລ້ວ ຍັງເປັນຄູ່ຮ່ວມສະຕາກຳດຽວກັນ, ສະນັ້ນທຸລະກິດລາວ ແລະ ຈີນ ບໍ່ແມ່ນຄູ່ແຂ່ງກັນ ແຕ່ແມ່ນອ້າຍນ້ອງກັນ, ແມ່ນຄູ່ຮ່ວມພັດທະນາຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳເນີນທຸລະກິດ.

ພິທິເຊັນສັນຍາ MOU ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາທຸລະກິດຈີນ-ອາຊຽນ

ໃນປະຈຸບັນ ສະມາຊິິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍ່ມີຫຼາຍໆໂຄງການທີ່ກຳລັງພັດທະນາ ແລະ ຕ້ອງການການຮ່ວມມືຈາກນັກລົງທຶນຕ່າງປະເທດ, ເຊິ່ງຄະນະທຸລະກິດລາວ ທີ່ເຂົ້າຮ່ວມກອງປະຊຸມໃນມື້ນີ້ມີນັກທຸລະກິດຫລາຍຂະແໜງການທີ່ເຂົ້າຮ່ວມເຊັ່ນ: ຂະແໜງການຄ້າ-ການລົງທຶນ, ກໍ່ສ້າງ, ໄອທີ, ນ້ຳມັນເຊື້ອໄຟ, ຮ້າງຊັບພະສິນຄ້າ,ໂຮງແຮມ, ກະສິກຳ, ເຟີນິເຈີ້ ແລະ ອະສັງຫາລິມາຊັບ ນອກນີ້ກໍ່ຍັງມີໂຄງການທີ່ຕ້ອງການຊອກຫາຄູ່ຮ່ວມທຸລະກິດ ເຊັ່ນ: ຂະແໜງກະສິກຳ, ຂະແໜງທ່ອງທ່ຽວ, ຂະແໜງອັກສັງຫາ ແລະ ທີ່ພັກອາໄສ, ຂະແໜງ ພະລັງງານ ແລະ ການຮ່ວມມືຂະແໜງ ໄອຊີທີ.

ນອກຈາກການລົງທຶນທົ່ວໄປແລ້ວ ນັກລົງທຶນສາມາດລົງທຶນ ທີ່ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເຊັ່ນ: ເຂດພັດທະນາເສດຖະກິດກວມລວມໄຊເສດຖາ ທີ່ ນະຄອນຫຼວງຈັນ, ເຂດເສດຖະກິດພິເສດສະຫວັນປາກ ທີ່ ແຂວງ ສະຫວັນນະເຂດ ເຊິ່ງການລົງທຶນໃນເຂດດັ່ງກ່າວແມ່ນຈະໄດ້ຮັບນະໂຍບາຍສະເພາະ. ພ້ອມດຽວກັນນັ້ນໃນປະຈຸບັນ ແຂວງອຸດົມໄຊທີ່ເປັນອີກໜື່ງຈຸດຜ່ານຂອງເສັ້ນທາງລົດໄຟ ລາວ – ຈີນ ແມ່ນກໍາລັງສຶກສາໂຄງການສ້າງເຂດທົດລອງການຄ້າເສລີອາຊຽນ ແລະ ໄດ້ຮັບການເຫັນດີຈາກອຳນາດການປົກຄອງແຂວງ ໂດຍສະເພາະແມ່ນສ້າງເປັນເຂດພັກສິນຄ້າປອດພາສີ ແລະ ລະບົບໂລຈິດຕິກທີ່ທັນສະໄໝ ເພື່ອສ້າງເງື່ອນໄຂໃນການອຳນວຍຄວາມສະດວກໃນການດຳເນີນທຸລະກິດ ໂດຍປະຕິບັດນະໂຍບາຍການເກັບພາສີແບບພິເສດ, ເຊິ່ງ ສປ ຈີນ ແມ່ນມີປະສົບການສູງກ່ຽວກັບການສ້າງເຂດດັ່ງກ່າວ.

ເພື່ອເປັນການອຳນວຍຄວາມສະດວກ, ສະໜັບສະໜູນ ແລະ ສົ່ງເສີມການຮ່ວມມືທຸລະກິດ ລາວ – ຈີນ ປະຈຸບັນ ສະພາການຄ້າແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ສ້າງຕັ້ງຄະນະກຳມະທິການສົ່ງເສີມການຮ່ວມມື ທຸລະກິດ ລາວ – ຈີນ ໂດຍ ແມ່ນ ປະທານ ສຄອຊ ເປັນປະທານ ແລະ ມີທຸລະກິດລາວ ແລະ ທຸລະກິດຈີນ ທີ່ມີຊື່ສຽງທີ່ດໍາເນີນທຸລະກິດຢູ່ໃນລາວ ເປັນຄະນະ ເພື່ອຈະຊ່ວຍໃນການປະສານງານ, ໃຫ້ຄຳປຶກສາໃນການຮ່ວມມື ແລະ ການລົງທຶນຢູ່ໃນລາວໃຫ້ມີປະສິດທີຜົນ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword