ພິທີເປີດງານມະຫາກຳສົ່ງເສີມແຮງງານລາວ 2022

ພິທີເປີດງານມະຫາກຳສົ່ງເສີມແຮງງານລາວ 2022

ເປີດມະຫາກຳ ສົ່ງເສີມແຮງງານລາວ ຊຸກຍູ້ການສ້າງວຽກເຮັດງານທຳ

ມະຫາກຳສົ່ງເສີມແຮງງານລາວ ເວທີໃຫ້ຜູ້ປະກອບການ ແລະ ແຮງງານໄດ້ມາພົບປະ-ແລກປ່ຽນ, ສົ່ງເສີມການສ້າງວຽກເຮັດງານທຳ ໃຫ້ກັບແຮງງານທີ່ຫວ່າງງານ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນບ່າຍ ວັນທີ 16 ມີນາ 2022 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ. ໂດຍການກົດປຸ່ມເປີດງານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ງານຄັ້ງນີ້ຈັດຂຶ້ນໂດຍການຮ່ວມກັນຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ), ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ກະຊວງສຶກສາທິການ ແລະ ກິລາ ແລະ ສູນກາງສະຫະພັນກຳມະບານລາວ.

ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ງານຄັ້ງນີ້ແມ່ນ ເພື່ອສ້າງກາລະໂອກາດ ແລະ ຄວາມເຂັ້ມແຂງ ໃຫ້ກັບບັນດາແຮງງານທີ່ຫວ່າງງານ ແລະ ຫົວໜ່ວຍທຸລະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ໂດຍມີສ່ວນຮ່ວມກັບອົງກອນສໍາຄັນໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ, ສະຖາບັນການສຶກສາ, ສູນຝຶກອົບຮົມ, ສະມາຄົມ-ກຸ່ມ ທຸລະກິດທີ່ກ່ຽວຂ້ອງ, ອົງກອນຜູ້ສະໜັບສະໜູນ ແລະ ຜູ້ໃຊ້ແຮງງານ.

ໃນງານຈະໄດ້ມີເວທີພົບປະແລກປ່ຽນ, ສຶກສາ, ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ເຊິ່ງເປັນໄລຍະເວລາ 2 ປີກວ່າ ໄດ້ສົ່ງຜົນກະທົບທົ່ວທຸກຂະແຫນງການ ແລະ ສ້າງຄວາມຫຍຸ້ງຍາກ,ສິ່ງທ້າທາຍຫລາຍປະການໃຫ້ແກ່ພາກທຸລະກິດ. ແຕ່ເຖິງຢ່າງໃດກໍ່ຕາມ, ອີງຕາມນະໂຍບາຍຂອງລັດຖະບານໃນການປ້ອງກັນສະກັດກັ້ນການແຜ່ລະບາດ ແລະ ການຟື້ນຟູເສດຖະກິດ ເຮັດໃຫ້ການດຳເນີນທຸລະກິດໄດ້ມີການປັບປຸງໃຫ້ດີຂຶ້ນໃນແຕ່ລະໄລຍະ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ງານໃນຄັ້ງນີ້ມີຜູ້ປະກອບການໃນທົ່ວ ປະເທດເຂົ້າຮ່ວມລວມໝົດມີ 68 ຮ້ານວາງສະແດງ ຈາກ 65 ພາກສ່ວນໃນຫຼາຍຂະແໜງການ ເຊັ່ນ: ບໍລິສັດຈັດຫາງານ, ຂະແໜງການເຟິນິເຈີ, ອຸດສາຫະກຳ, ອຸດສາຫະກຳປຸງແຕ່ງ, ຂະແໜງ ການເງິນ-ການ ທະນາຄານ, ການຄ້າ – ການບໍລິການ, ສະຖາບັນການສຶກສາ. ຄຽງຄູ່ກັບການຈັດງານວາງສະແດງໃນຄັ້ງນີ້, ຍັງມີການສະແດງສິລະປະ, ລາຍການເຕັ້ນ, ການສະແດງ ຄວາມສາມາດພິເສດຂອງບັນດານ້ອງໆ ນັກຮຽນ-ນັກສຶກສາ; ມີກິດຈະກໍາສໍາມະນາໃນຫົວຂໍ້ຕ່າງໆເພື່ອມາໃຫ້ຄວາມຮູ້ ແລະ ແລກປ່ຽນຄຳຄິດຄຳເຫັນຮ່ວມກັນ ເຊັ່ນ: ການສຳມະນາກ່ຽວກັບແນວທາງການຊຸກຍູ້ສົ່ງເສີມວຽກງານການສຶກສາ, ການພັດທະນາທັກສະທີ່ຕະຫຼາດແຮງງານມີຄວາມຕ້ອງການ, ການກຽມຄວາມພ້ອມກ່ອນ ການສະໝັກວຽກ, ຄວາມຮູ້ພຶ້ນຖານກ່ຽວກັບນະໂຍບາຍທີ່ຕິດພັນກ່ຽວກັບການຈ້າງງານ, ສາຍພົວພັນ ແຮງງານ ລະຫວ່າງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ການປົກປ້ອງແຮງງານ ແລະ ເວທີສົນທະນາ ການນຳໃຊ້ດີຈີຕອນ ເຂົ້າໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.

ນອກນັ້ນ, ເກັບກຳຂໍ້ມູນຄວາມຕ້ອງການແຮງງານຈາກບໍລິສັດ, ຕຳແໜ່ງຫວ່າງ, ການນໍາສະເໜີທຶນ ການສຶກສາ, ການທົດສອບສີມືແຮງງານ, ການສາທິດ ແລະ ການແຂງຂັນສີມືຂະແໜງລົດຍົນ, ຂະແໜງບໍລິການ, ຂະແໜງອຸດສະກໍາປຸ່ງແຕ່ງໄມ້ ເພື່ອຊີງທຶນການສຶກສາ ແລະ ການບັນຈຸເຂົ້າເຮັດວຽກ. ຮັບຊົມການສາທິດ ຊ່າງໄມ້-ເຄື່ອງເຮືອນ, ຊ່າງປຸງກາເຟ Barista, ຊ່າງປຸງອາຫານ, ຊ່າງຊ້ອມແປງ ຍານພາຫະນະ ພ້ອມທັງຫຼິ້ນເກມ ຖາມ-ຕອບ ເອົາລາງວັນ ຕະຫຼອດໄລຍະ 5ມື້ ຂອງງານຕັ້ງແຕ່ວັນທີ 16-20ມີນາ 2022ນີ້. ເຊື່ອໝັ້ນວ່າງານໃນຄັ້ງນີ້ຈະເປັນນິມິດໝາຍອັນສຳຄັນ ອີກບາດກ້າວ ໜຶ່ງໃນການກະຕຸ້ນໃຫ້ມີການຮ່ວມມື ລະຫວ່າງພາກລັດ ແລະ ພາກທຸລະກິດ ເຮັດບົດບາດສຳຄັນໃນການ ພັດທະນາ ການສຶກສາ, ການຍົກລະດັບ ທັກສະສີມືຂອງແຮງງານລາວ ໃຫ້ທຽບເທົ່າອາຊຽນ ແລະ ສາກົນ.

ທ່ານ ດາວວອນ ພະຈັນທະວົງ ຮອງປະທານປະສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ກ່າວເປີດງານວ່າ: ເພື່ອໃຫ້ບັນລຸວິໄສທັດ ພວກເຮົາຈະບໍ່ປ່ອຍໃຜໄວ້ຂ້າງຫຼັງ “ອະນາຄົດຂອງຊາວໜຸ່ມ, ອະນາຄົດຂອງຊາດ ແມ່ນພາລະກິດຂອງພວກເຮົາ”. ນີ້ແມ່ນບາດກ້າວທີ່ດີໃນການຮ່ວມແຮງຮ່ວມໃຈກັນສຸ່ມໃສ່ການພັດທະນາກໍາລັງແຮງງານໃຫ້ສອດຄອງຕາມຄວາມຕ້ອງການແຮງງານໂດຍສະເພາະແມ່ນໃນການພັດທະນາໄວໜຸ່ມໃຫ້ຮຽນສາຂາວິຊາຊີບ ແລະ ພັດທະນາສີມືແຮງງານຈະເປັນການລິເລີ່ມທີ່ດີທີ່ຈະມີການຮ່ວມແຮງຮ່ວມໃຈກັນນໍາກັນທັງສາມຝ່າຍ, ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູ່ຮ່ວມພັດທະນາ ໄດ້ໃຫ້ຄວາມສໍາຄັນຊ່ວຍກັນຜັນຂະຫຍາຍເປັນໂຄງການລະອຽດ, ສ້າງກົນໄກລະບຽບການບໍລິຫານ ແລະ ວາງແຜນນະໂຍບາຍກິດຈະກໍາໃຫ້ສອດຄອງວຽກງານການພັດທະນາຊັບພະຍາກອນມະນຸດ ແລະ ນະໂຍບາຍສົ່ງເສີມພັດທະນາແຮງງານໃຫ້ກຽມພ້ອມເຂົ້າສູ່ຕະຫຼາດແຮງງານທີ່ສອດຄອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແມ່ນເປັນປັດໄຈໜຶ່ງທີ່ສໍາຄັນທີ່ສຸດໃນການສ້າງຄວາມເຂັ້ມແຂງໃຫ້ກັບພາກທຸລະກິດ ແລະ ການສົ່ງເສີມການເຕີບໂຕຂອງທຸລະກິດ ທີ່ຈະໄດ້ແຮງງານມີປະສິດຕິພາບ, ມີສີມືແຮງງານ, ມີນິໄສອຸດສາຫະກໍາ ແລະ ຜົນຜະລິດທີ່ມີຄຸນນະພາບເພີ່ມຂຶ້ນ ເພື່ອແນ່ໃສ່ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາ ຂອງ ລັດຖະບານລາວ.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword