ກອງປະຊຸມຮັບຟັງການໂອ້ລົມຂອງ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ສຄອຊ ປະຈຳປີ 2022

ກອງປະຊຸມຮັບຟັງການໂອ້ລົມຂອງ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ສຄອຊ ປະຈຳປີ 2022

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດກອງປະຊຸມຮັບຟັງການໂອ້ລົມຂອງພະນະທ່ານນາຍົກລັດຖະມົນຕີ ແລະ ງານມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນຂອງ ສຄອຊ ທີ່ ຫໍປະຊຸຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 23 ມັງກອນ 2023 ເວລາ 14:20 ໂມງ,

ໂດຍການເປັນປະທານຂອງ ພະນະທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງມີຄະນະການນໍາຂັ້ນສູງເຂົ້າຮ່ວມຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງພາຍໃນ, ກະຊວງ ໂຍທາທິການແລະຂົນສົ່ງ, ກະຊວງແຜນການແລະການລົງທຶນ, ຄະນະປະທານ ສຄອຊ, ນະຄອນຫຼວງ,ແຂວງ, ຜູ້ຕາງໜ້າອົງການຈັດຕັ້ງຂອງພາກລັດ ແລະ ພາກທຸລະກິດ ລວມທັງໝົດຫລາຍກວ່າ 400 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການໂອ້ລົມຂອງ ພະນະທ່ານນາຍົກລັດຖະມົນຕີ ເພື່ອສ້າງຄວາມເຂົ້າໃຈເລິກເຊິ່ງຍິ່ງຂື້ນໃຫ້ແກ່ພາກທຸລະກິດກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ແລະ ເປັນທິດເຍືອງທາງຊີ້ນຳນໍາພາ ຜູ້ປະກອບການກໍ່ຄືພາກທຸລະກິດ ທີ່ໄດ້ຮັບຜົນກະທົບຈາກ ພະຍາດໂຄວິດ-19 ແລະ ຂໍ້ຄັດແຍ່ງລະຫວ່າງ ລັດເຊຍ ແລະ ອູເກຣອິນ ໃຫ້ສາມາດປັບປຸງ, ປະຄັບປະຄອງທຸລະກິດ,ແລະມີການຂະຫຍາຍຕົວຂື້ນໄປເລື່ອຍໆ ປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ພ້ອມດຽວກັນນັ້ນໄດ້ມີພິທີການມອບຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 ເພື່ອຊ່ວຍຍົກສູງພາລະບົດບາດຂອງພາກທຸລະກິດ, ຍ້ອງຍໍຜົນງານ ແລະໃຫ້ກຳລັງໃຈຜູ້ປະກອບການທີ່ເປັນສະມາຊິກຂອງ ສຄອຊ, ນະຄອນຫຼວງ, ແຂວງ,ນະຄອນ,ເມືອງ ແລະອົງການຈັດຕັ້ງທຸລະກິດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ສຄອຊ ແລະເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ກັບບັນດາບໍລິສັດນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາຮ່ວມມື ດຳເນີນທຸລະກິດໃນອານາຄົດ ແລະ ເປັນການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ແນ່ໃສ່ການສ້າງວຽກເຮັດງານທຳ ແລະແຫຼ່ງລາຍຮັບ ໃຫ້ນັບມື້ນັບຫຼາຍຂື້ນ
ກອງປະຊຸມໄດ້ມີການດຳເນີນໃນ3ວາລະຕົ້ນຕໍທີ່ມີເນື້ອໃນດັ່ງນີ້:
ວາລະທີ1: ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ລາຍງານສະພາບການກະກຽມງານໂດຍຫຍໍ້ ແລະໄດ້ມີການຍ້ອງຍໍຊົມເຊີຍບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ, ບັນດາສະພາການຄ້າຕ່າງປະເທດປະຈໍາ ສປປ ລາວ ທີ່ມີຜົນງານໃນການຊີ້ນໍານໍາພາສະມາຊິກທີ່ເປັນນັກລົງທຶນຕ່າງປະເທດຂອງຕົນໃຫມີຜົນງານໃນການດຳເນີນທຸລະກິດແລະປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ, ແລະເພື່ອລະນຶກຜົນງານ ແລະ ການບຸກບືນຂອງຜູ້ປະກອບການທຸລະກິດ ສຄອຊ ກໍ່ໄດ້ມີການມອບລາງວັນທຸລະກິດຊັ້ນນໍາດີເດັ່ນປະຈໍາປີ 2022 ເຊິ່ງ ໃນປີນີ້ເປັນຄັ້ງທີ 06, ເຊິ່ງການມອບລາງວັນໃນຄັ້ງນີ້ ສຄອຊ ໄດ້ຮ່ວມມືກັບອົງການສື່ມວນຊົນກໍຄືໜັງສືພິມ Vientiane Times ຄັດເລືອກໄດ້ ຈໍານວນ 80 ຫົວໜ່ວຍ ທີ່ມາຈາກ ນະຄອນຫຼວງວຽງຈັນ 61 ຫົວໜ່ວຍ, ແຂວງຫຼວງນໍ້າທາ 04 ຫົວໜ່ວຍ, ແຂວງວຽງຈັນ 01 ຫົວໜ່ວຍ, ແຂວງບໍລິຄໍາໄຊ 01 ຫົວໜ່ວຍ, ແຂວງສະຫວັນນະເຂດ 06 ຫົວໜ່ວຍ, ແຂວງສາລະວັນ 01 ຫົວໜ່ວຍ, ແຂວງຈໍາປາສັກ 05 ຫົວໜ່ວຍ ແລະ ແຂວງອັດຕະປື 05 ຫົວໜ່ວຍ. ລວມມູນຄ່າການສຳລະອາກອນຂອງ 80 ຫົວໜ່ວຍມີຢູ່ປະມານ 2,000 ຕື້ກີບ ແລະ ມີການຈ້າງງານຫຼາຍກວ່າ 15,000 ຄົນ. ເຊິ່ງໃຫ້ກຽດມອບລາງວັນດັ່ງກ່າວໂດຍ ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ສໍາລັບເງື່ອນໄຂມາດຕະຖານໃນການຄັດເລືອກນັກທຸລະກິດຊັ້ນນໍາດີເດັ່ນແມ່ນມີ 05 ຂໍ້ຫຼັກເຊັ່ນ:
1. ເປັນສະມາຊິກຂອງ ສຄອຊ, ສຄອ ແຂວງ – ນະຄອນຫຼວງ,ນະຄອນ,ເມືອງ, ສະມາຄົມ,ກຸ່ມທຸລະກິດ ແລະ ສຄອ ຕ່າງປະເທດປະຈໍາ ສປປ ລາວ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ສຄອຊ.
2. ເປັນທຸລະກິດທີ່ໄດ້ດໍາເນີນທຸລະກິດຕາມລະບຽບກົດໝາຍ ແລະເສຍພັນທະເຂົ້າລັດຖະບານ
3. ໃນໄລຍະວິກິດການໄດ້ບຸກບືນສ້າງທຸລະກິດຂອງຕົນເອງໃຫ້ເຂັ້ມແຂງ, ສາມາດປະຄັບປະຄອງທຸລະກິດ ຫຼື ມີການປ່ຽນແປງຂະຫຍາຍຕົວ, ສ້າງວຽກເຮັດງານທໍາ, ປະກອບໃນການຟື້ນຟູເສດຖະກິດຂອງຊາດ.
4. ເປັນທຸລະກິດທີ່ມີການປະກອບສ່ວນໃຫ້ການຊ່ວຍເຫຼືອສັງຄົມ ເພື່ອຜ່ານຜ່າວິກິດຕ່າງໆ.
5. ມີການເຄື່ອນໄຫວເຂົ້າຮ່ວມກິດຈະກໍາ, ວຽກງານຂອງ ສຄອຊ ຕາມແຜນງານ 06 ເສົາຄໍ້າ. ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ສຄອຊ, ສຄອ ແຂວງ-ນະຄອນຫຼວງ, ສຄອ ເມືອງ, ສະມາຄົມ, ກຸ່ມທຸລະກິດ ແລະ ອື່ນໆ.
ໂດຍອີງຕາມການລາຍງານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ຍັງໄດ້ໃຫ້ຮູ້ວ່າ ການຄັດເລືອກເອົາບັນດາຫົວໜ່ວຍທຸລະກິດຊັ້ນນໍາດີເດັ່ນໃນຄັ້ງນີ້ຍັງຈະຕ້ອງໄດ້ມີການປັບປຸງເພີ່ມເຕີມໃນຫຼາຍດ້ານ. ເນື່ອງຈາກຍັງມີຫຼາຍຫົວໜ່ວຍທຸລະກິດທີ່ມີຜົນງານດີເດັ່ນ ແຕ່ບໍ່ໄດ້ມີລາຍຊື່ຮັບລາງວັນໃນຄັ້ງນີ້ ເພາະສ່ວນຫຼາຍບໍ່ໄດ້ສົ່ງຟອມສະໝັກຄັດເລືອກຕາມວັນເວລາທີ່ກຳນົດ
ວາລະທີ 2: ການສະເໜີຄຳຄິດຄຳເຫັນຂອງຫົົວຫນ່ວຍທຸລະກິດ
ພາຍຫຼັງການມອບຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ຂອງ ສຄອຊ ປະຈຳປີ 2022 ໂດຍການເປັນສັກຂີພະຍານຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະລັດຖະມົນຕີ,ຮອງລັດຖະຕີ ຂອງບັນດາກະຊວງທີ່ກ່ຽວຂ້ອງ, ຕາງໜ້າໃຫ້ແກ່ຫົວໜ່ວຍທຸລະກິດທີ່ໄດ້ຮັບລາງວັນຈຳນວນ 4 ທ່ານກໍ່ໄດ້ປະກອບຄຳຄິດຄຳເຫັນເຊິ່ງສັງລວມໄດ້ດັ່ງນີ້:
 ທ່ານ ຈັນເພັງ ບຸນນະຜົນ, ບໍລິສັດ ພູເບ້ຍມາຍນິ້ງ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງພັກ ແລະ ລັດຖະບານທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ບໍລິສັດ ກໍ່ຄືການລົງທຶນຈາກຕ່າງປະເທດ ເຊິ່ງຕະຫຼອດໄລຍະຜ່ານມາ ບໍລິສັດພູເບ້ຍໄດ້ປະກອບສ່ວນພັນທະຕ່າງໆຢ່າງເປັນປົກກະຕິ ລວມມູນຄ່າ ຫຼາຍກ່ວາ 927 ລ້ານ ໂດລາ ແລະໄດ້ມີການຈ້າງງານທັງພາຍໃນແລະພາຍນອກ, ສ້າງລາຍຮັບໃຫ້ແກ່ປະຊາຊົນໃນທ້ອງຖິ່ນແລະຜູ້ປະກອບການຂອງລາວ ແລະ ຕ່າງປະເທດ, ລວມມູນຄ່າຫຼາຍກ່ວາ 2,3ຕື້ໂດລາ. ຄຽງຄູ່ກັບການລົງທຶນໃນ ສປປ ລາວ, ບໍລິສັດໄດ້ເອົາໃຈໃສ່ສ້າງແລະຈັດຕັ້ງປະຕິບັດຫຼາຍກ່ວາ 420ໂຄງການພັດທະນາຊຸມຊົມ, ໂດຍພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຈາກລັດຖະບານສູນກາງແລະທ້ອງຖິ່ນ. ບໍລິສັດພູເບ້ຍມານິ້ງມີຄວາມມຸ້ງໝັ້ນຈະສືບຕໍ່ການລົງທຶນພັດທະນາຢູ່ ສປປ ລາວ ແລະ ຫວັງເປັນຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນ ແລະ ໃຫ້ທິດຊີ້ນໍາຈາກພັກ ແລະ ລັດຖະບານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.
 ທ່ານ ນ ສຸໄພວັນ ທ່ຽງຈັນໄຊ, ບໍລິສັດບົວລະພາກະສິກຳ-ປ່າໄມ້ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານໂດຍສະເພາະກະຊວງກະສິກຳແລະປ່າໄມ້ ແລະ ການນຳແຂວງວຽງຈັນບັນດາເມືອງແລະບ້ານຂອງແຂວງວຽງຈັນ ທີ່ໄດ້ໃຫ້ການສະຫນັບສະຫນູນມາຕະຫລອດ ແລະ ຊ່ວຍອຳນວຍຄວາມສະດວກຫລາຍດ້ານ ເຮັດໃຫ້ບໍລິສັດມີການພັດທະນາຢ່າງຕໍ່ເນື່ອງ, ແລະມີຜົນງານປະກອບສ່ວນໃນການສ້າງວຽກເຮັດງານ ແລະ ພັດທະນາເສດຖະກິດສັງຄົມຂອງຊາດ. ແຕ່ເຖິງຢ່າງໃດກໍ່ຕາມກໍ່ຍັງມີຄວາມຫຍູ້ງຍາກບາງຢ່າງທີ່ຍັງຄ້າງແລະຕ້ອງການໃຫ້ລັດຖະບານຊ່ວຍສະໜັບສະໜູນ ແລະ ປັບປຸງແກ້ໄຂ, ແລະຍົກຕົວຢ່າງປ່າຜະລິດພູເບ້ຍ ທີ່ມີ 33,000ຮຕ ທີ່ເປັນດິນທີ່ເຫມາະສົມໃນການປູກໄມ້ແຕ່ລົງສຳຫລວດຕົວຈິງໄດ້ປະມານ13,000ຮຕ (ເທົ່າກັບ 38% ເທົ່ານັ້ນ) ແລະຍັງມີຂໍ້ສະເໜີອື່ນໆດັ່ງນີ້:
– ການຈັບຈອງທີ່ດິນຂອງບຸກຄົນຫຼືກຸ່ມຄົນ ທີ່ມີເອກະສານຖືກຕ້ອງ ແຕ່ບໍ່ມີການບຸກເບີກ ຫຼື ພັດທະນາໃຫ້ຖືກຕ້ອງຕາມເງື່ອນໄຂ
– ບາງກຸ່ມຄົນລັກລອບດຳເນີນການປູກຢາງພາລາໃນພື້ນທີ່ເຫັນດີໃນການສຳຫຼວດໂດຍບໍ່ໄດ້ຮັບອະນຸ ຍາດ, ແຕ່ຕ້ອງການໃຫ້ບໍລິສັດທົດແທນຄ່າໃຊ້ຈ່າຍການປູກຢາງພາລາ, ເຊິ່ງບໍ່ເໝາະສົມ,ສ້າງຄວາມປັ່ນປ່ວນໃຫ້ແກ່ປະຊາຊົນ ແລະກ້າວໄປເຖິງຂໍ້ຄັດແຍ່ງໃນພື້ນທີ່ປ່າຜະລິດແຫ່ງຊາດ
– ສະເໜີຊ່ວຍແກ້ໄຂການບຸກລຸກຍຶດນໍາໃຊ້ທີ່ດິນຂອງປະຊາຊົນໃນເຂດສຳປະຖານຂອງບໍລິສັດ
– ບໍລິສັດໄດ້ຮັບໃບຢັ້ງຢືນການສ່ົງອອກຜະລິດຕະພັນໄມ້ປູກໄປຕ່າງປະເທດ, ແຕ່ຍັງມີຄວາມຫຍຸ້ງຍາກໃນການສົ່ງອອກ,ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຊ່ວຍອຳນວຍຄວາມສະດວກແລະຊີ້ນໍາໃຫ້ແກ່ບໍລິສັດ ເພື່ອເຮັດໃຫ້ສາມາດສົ່ງອອກໄດ້ສະດວກຕາມລະບຽບການ
– ສະເຫນີພາກລັດຊ່ວຍໂຄສະນາເຜີຍແຜ່ນິຕິກໍາ ແລະ ກົດໝາຍຕ່າງໆ ເພື່ອໃຫ້ປະຊາຊົນທ້ອງຖິ່ນແລະກຸ່ມຄົນຕ່າງໆທີ່ກ່ຽວຂ້ອງເຂົ້າໃຈ ແລະ ບໍ່ສ້າງຄວາມປັ່ນປ່ວນທີ່ຈະເຮັດໃຫ້ເກີດຂໍ້ຄັດແຍ່ງທີ່ບໍ່ຈຳເປັນ
 ທ່ານ ສາຄອນ ພິລາງາມ, ບໍລິສັດທ່າບົກ ທ່ານາແລ້ງ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພັກ ແລະ ລັດຖະບານ ກໍ່ຄືອຳນາດການປົກຄອງທຸກຂັ້ນ ທີ່ໄດ້ໃຫ້ການຊີ້ນໍານໍາພາຢ່າງໃກ້ຊິດ ເຮັດໃຫ້ບໍລິສັດສາມາດປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ເຊິ່ງສະແດງໃຫ້ເຫັນໃນການຈັດເກັບລາຍຮັບດ່ານສາກົນເຂົ້າງົບປະມານສາມາດປະຕິບັດໄດ້ ຫລາຍກ່ວາ 2500ຕື້ກີບ ຫຼືເທົ່າກັບ 94,44% ຂອງແຜນການປີ 2022. ບໍລິສັດຈະສືບຕໍ່ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາທ່າບົກ ທ່ານາແລ້ງໃຫ້ບັນລຸເປົ້າໝາຍຢ່າງຕໍ່ເນື່ອງ ແລະ ສ້າງຜົນປະໂຫຍດໃຫ້ແກ່ ເສດຖະກິດປະເທດຊາດຢ່າງຍືນຍົງ
 ທ່ານ ບຸນຖັນ ຈິດຕະວົງ, ບໍລິສັດປີໂຕລຽມເທຣດດິ້ງລາວ ມະຫາຊົນ ໄດ້ສະແດງຄວາມຮູ້ບຸນຄຸນມາຍັງພັກແລະລັດຖະບານ ທີ່ໄດ້ອຳນວຍຄວາມສະດວກໃນການດຳເນີນທຸລະກິດຂອງບໍລິສັດເພື່ອສ້າງຜົນງານຮັບໃຊ້ປະເທດຊາດຮັບໃຊ້ສັງຄົມທາງດ້ານການສະໜອງພະລັງງານ ແລະ ນໍ້າມັນເຊື້ອໄຟໃຫ້ທົ່ວເຖິງເພື່ອບັນລຸວິໃສທັດຂອງບໍລິສັດກໍ່ຄື: ພະລັງງານເພື່ອຊາດ ພະລັງງານເພື່ອການພັດທະນາ
ວາລະທີ 3: ຮັບຟັງການໂອ້ລົມຂອງພະນະທ່ານ ນາຍົກລົດຖະມົນຕີ
ພະນະທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ສະແດງຄວາມຊົມເຊີຍຕໍ່ບັນດາ ຫົວໜ່ວຍທຸລະກິດທີ່ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ຂອງ ສຄອຊ ປະຈຳປີ 2022, ແລະໄດ້ໃຫ້ການໂອ້ລົມແກ່ທີ່ປະຊຸມໂດຍສະເໜີບາງຄຳຄິດຄຳເຫັນຕໍ່ກັບ ທິດທາງວຽກງານຈຸດສຸມຂອງລັດຖະ ບານ ແລະ ແຜນພັດທະນາເສດຖະກິດສັງຄົມຄັ້ງທີ 9 ທີ່ພົວພັນກັບພາກທຸລະກິດເຊັ່ນ:
1. ຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະງົບແລະ ຄວາມເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນ
2. ຄຸ້ມຄອງເສດຖະກິດມະຫາພາກໃຫ້ໄປຕາມທິດທີ່ກຳນົດໄວ້
3. ຊຸກຍູ້ທ່າແຮງດ້ານເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ
4. ເລັ່ງໃສ່ການພັດທະນາຊັບພະຍາກອນມະນຸດຢ່າງຕັັ້ງໜ້າໂດຍເນັັ້ນເອົາຄຸນນະພາບເປັນກົກ.
5. ສຸມໃສ່ພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບວຽກງານ 3 ສ້າງໃຫ້ແຂງແຮງ ແລະ ມີຈຸດສຸມກວ່າເກົົ່າ.
6. ປົກປັກຮັກສາ ແລະນາໃຊ້ຊັບພະຍາກອນທໍາມະຊາດຕາມທິດຍືນຍົງ ແລະ ຕິດພັນກັບການຟື້ນຟູຜົນກະທົບຈາກໄພພິບັດທໍາມະຊາດຕາມຄວາມສາມາດຕົວຈິງ.
7. ປັບປຸງການຄຸ້ມຄອງບໍລິຫານລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມລະບຽບກົດໝາຍທີື່ເຂັັ້ມງວດກວ່າເກົົ່າ ແລະ ຮັບປະກັນທາງດ້ານປະສິດທິພາບ ແລະ ປະສິດທິຜົນ.
8. ເພີ່ມທະວີການຮ່ວມມືກັບບັນດາປະເທດເພືື່ອນມິດ ແລະ ຄູ່ຮ່ວມພັດທະນາ ດ້ວຍການສ້າງສະພາບແວດລ້ອມທີື່ ເອື້ອອໍານວຍໃຫ້ແກ່ການເຊືື່ອມໂຍງ-ເຊືື່ອມຈອດ ຕາມທິດທີື່ກອງປະຊຼຸມໃຫ່ຍ ຄັັ້ງທີື່ XI ຂອງພັກກໍໍານົດໄວ້.
ໃນນີ້ໄດ້ເນັ້ນ ໃສ່ເປົ້າໝາຍທີ່ເປັນບຸລິມະສິດ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃຫ້ກ້າວໄປຢ່າງໜັກ ແໜ້ນ ແລະໃຫ້ຮ່ວມກັນສູ້ຊົນປະຕິບັດໃຫ້ປະກົດຜົນເປັນຈິງ ຄື: “ພວກເຮົາຕ້ອງໄດ້ພ້ອມກັນບຸກທະລຸໃນທຸກໆດ້ານ ເພື່ອປັບປຸງ ແລະ ກໍ່ສ້າງວິສາຫະກິດ, ບໍ່ອະຄະຕິ ຕໍ່ນັກທຸລະກິດ, ຖືນັກທຸລະກິດ ຜູ້ປະກອບການ ຄື ນັກຮົບປະຕິວັດ ໃນພາລະກິດການສ້າງສາ ພັດທະນາປະເທດຊາດ. ການຊຸກຍູ້ສົ່ງເສີມບັນດາວິສາຫະກິດ ຕ້ອງແທດເໝາະ ກັບຄວາມເປັນຈິງ, ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ກ່ຽວກັບການສົ່ງເສີມກຳລັງແຮງ ຂອງພາກສ່ວນເສດຖະກິດ ໂດຍຮັບປະກັບໃຫ້ທຸກພາກສ່ວນ ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍ, ທັງມີສະພາບແວດລ້ອມທີ່ອຳນວຍ ແລະ ເຄື່ອນໄຫວຢ່າງຄ່ອງຕົວ, ປະກອບສ່ວນເຂົ້າໃນການຂະຫຍາຍກຳລັງການຜະລິດ, ສ້າງສາພັດທະນາປະເທດຊາດ, ທັງມີຄວາມສາມາດແຂ່ງຂັນ ໃນຂະບວນວິວັດ ແຫ່ງການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ.” ພ້ອມດຽວກັນນີ້ກໍ່ໄດ້ຮຽກຮ້ອງໃຫ້ພາກທຸລະກິດ ເອົາໃຈໃສ່ຢ່າງຈິງຈັງຕໍ່ການເຕີບໂຕທີ່ຍືນຍົງ ຕາມທິດສີຂຽວ. ສໍາລັບຂໍ້ສະເໜີ,ບັນຫາທີ່ ນັກທຸລະກີດສະເໜີມານັ້ນ,ລັດຖະບານຮັບຊາບ ແລະຈະມອບໃຫ້ບັນດາຂະແໜງ ການກ່ຽວຂ້ອງຄົ້ນຄວ້າແກ້ໄຂ ແລະ ໃຫ້ມີຄຳຕອບ ໃນກອງປະຊຸມທຸລະກິດລາວທີ່ຈະຈັດຂຶ້ນໃນຕໍ່ໜ້າ ແລະໄດ້ເນັ້ນໃຫ້ບັນດາຫົວໜ່ວຍທຸລະກິດຈົ່ງມີຄວາມເຊື່ອໝັ້ນ, ເພາະລັດຖະບານຊຸດນີ້ມີຄວາມຕັ້ງໃຈຢ່າງແນວແນ່ໃນການແກ້ໄຂບັນຫາ, ໂດຍສະເພາະບັນຫາທີ່ເກີດຈາກຂອດປະສານງານ, ນະໂຍບາຍ ແລະ ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword