ພິທີເປີດງານວາງສະແດງ ຜະລິດຕະພັນ ໄທ (ຊ່ຽງໃໝ່) – ລາວ ຢ່າງເປັນທາງການ

ໃນຕອນແລງຂອງ ວັນທີ 22/02/2018 ເວລາ 17:00ໂມງ  ໄດ້ມີ ພິທີເປີດງານວາງສະແດງ ຜະລິດຕະພັນ ໄທ( ຊ່ຽງໃໝ່) -ລາວ ຢ່າງເປັນທາງການ.

ໂດຍການເປັນປະທານ ຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ( ຝ່າຍລາວ)  ແລະ ທ່ານ ກິດ ທະນາວານິດ  ຮອງຜູ້ວາລາດສະການ ຈັງຫັວດ ຊ່ຽງໃໝ່ (ຝ່າຍໄທ) ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມມີ:  ທ່ານ ໄພວັນ ປະຖໍາມະວົງ ຫົວໜ້າ ພະແນກ ສົ່ງເສີມການຕະຫຼາດ, ກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ສັງຄົມ ຈັນສຸກ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ ( ຝ່າຍລາວ). ທ່ານ ອະພິວັດ ທິລະວາດ ສຳນັກງານ ພັດທະນາຊຸມຊົນຈັງຫວັດ.

ງານດັ່ງກ່າວຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ພັດທະນາຊົມຊົນຈັງຫັວດ ຊ່ຽງໃໝ່, ໂດຍມີ ບໍລິສັດໄທ ແລະ ບໍໍລິສັດ ລາວ, ສິນຄ້າທີ່ນໍາມາວາງສະແດງໃນຄັ້ງນີ້ມີ, ປະເພດອາຫານ, ເຄື່ອງດື່ມ, ຫັດຖະກໍາໄມ້, ຫັດຖະກໍາຜ້າໄໝ-ຜ້າຝ້າຍ. ງານດັ່ງກ່າວຈະດໍາເນີນໄປ 5 ວັນເລີ່ມແຕ່ ວັນທີ 22-25/02/2018

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword