ພິທີເປີດງານວາງສະແດງ ຜະລິດຕະພັນ ໄທ( ຊ່ຽງໝ່) -ລາວ ຢ່າງເປັນທາງການ

ພິທີເປີດງານວາງສະແດງ ຜະລິດຕະພັນ ໄທ( ຊ່ຽງໝ່) -ລາວ ຢ່າງເປັນທາງການ

ໃນຕອນແລງຂອງ ວັນທີ 22/02/2018 ເວລາ 17:00ໂມງ  ໄດ້ມີ ພິທີເປີດງານວາງສະແດງ ຜະລິດຕະພັນ ໄທ( ຊ່ຽງໝ່) -ລາວ ຢ່າງເປັນທາງການ.

ໂດຍການເປັນປະທານ ຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ( ຝ່າຍລາວ)  ແລະ ທ່ານ ກິດ ທະນາວານິດ  ຮອງຜູ້ວາລາດສະການ ຈັງຫັວດ ຊ່ຽງໃໝ່ (ຝ່າຍໄທ) ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມມີ:  ທ່ານ ໄພວັນ ປະຖໍາມະວົງ ຫົວໜ້າ ພະແນກ ສົ່ງເສີມການຕະຫຼາດ, ກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ສັງຄົມ ຈັນສຸກ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ ( ຝ່າຍລາວ). ທ່ານ ອະພິວັດ ທິລະວາດ ສຳນັກງານ ພັດທະນາຊຸມຊົນຈັງຫວັດ.

ງານດັ່ງກ່າວຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ພັດທະນາຊົມຊົນຈັງຫັວດ ຊ່ຽງ     ໃໝ່, ໂດຍມີ ບໍລິສັດໄທ ແລະ ບໍໍລິສັດ ລາວ, ສິນຄ້າທີ່ນໍາມາວາງສະແດງໃນຄັ້ງນີ້ມີ, ປະເພດອາຫານ, ເຄື່ອງດື່ມ, ຫັດຖະກໍາໄມ້, ຫັດຖະກໍາຜ້າໄໝ-ຜ້າຝ້າຍ. ງານດັ່ງກ່າວຈະດໍາເນີນໄປ 5 ວັນເລີ່ມແຕ່ ວັນທີ 22-25/02/2018

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword