ພິທີເປີດໂຄງການໃໝ່ຂອງອົງການແຮງງານສາກົນຢູ່ ສປປລາວ ທີ່ມີເປົ້າໝາຍແມ່ນແຮງງານໃນ ສວນກາເຟ ແລະ ຊາ

ພິທີເປີດໂຄງການໃໝ່ຂອງອົງການແຮງງານສາກົນຢູ່ ສປປລາວ ທີ່ມີເປົ້າໝາຍແມ່ນແຮງງານໃນ ສວນກາເຟ ແລະ ຊາ

ໂຄງການໃໝ່ນີ້ມີເປົ້າໝາຍເພື່ອຫຼຸດຜ່ອນຄວາມສ່ຽງຂອງແຮງງານຢູ່ພູພຽງບໍລະເວນໂດຍຜ່ານການຝຶກອົບຮົມ ແລະສ້າງຄວາມເຂັ້ມແຂງໃຫ້ກັບອົງການຈັດຕັ້ງຂັ້ນຮາກຖານ

ແຮງງານໃນຂະແໜງກາເຟແລະຊາຂອງສປປລາວຈະໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງການປົກປ້ອງທາງສັງຄົມທີ່ດີຂຶ້ນ ແລະ ຄວາມປອດໄພ ແລະ ສຸຂະພາບແຮງງານຈະໄດ້ຮັບການປັບປຸງຂື້ນພາຍຫຼັງການເປີດໂຕຂອງໂຄງການໃໝ່ຂອງອົງການແຮງງານສາກົນທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ (EU).

ໂຄງການ“ຫຼຸດຜ່ອນຄວາມສ່ຽງໃນສປປລາວ: ສ້າງຄວາມກ້າວໜ້າໃຫ້ແກ່ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟແລະຊາຂອງສປປລາວ(SOLAR)” ໄດ້ເປີດເປັນທາງການໃນມື້ວັນທີ 28 ເມສາ 2022 ທີ່ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຈາກຕາງໜ້າກະຊວງແຮງງານແລະສະຫວັດດີການສັງຄົມ, ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ, ສູນກາງສະຫະພັນກຳ ມະບານລາວ, ອົງການແຮງງານສາກົນ ແລະ ສະຫະພາບເອີຣົບ.

ໂຄງການດັ່ງກ່າວຈະສຸມໃສ່ສາມເມືອງຂອງພູພຽງບໍລະເວນ, ເຊິ່ງເປັນທີ່ຮູ້ຈັກດີວ່າເຂດດັ່ງກ່າວນີ້ສາມາດຜະລິດອ ແລະ ສົ່ງອອກກາເຟ ແລະຊາ ທີ່ມີຄຸນນະພາບສູງ. ເຖິງຢ່າງໃດກໍ່ຕາມ, ແຮງງານສ່ວນຫຼາຍແມ່ນອາໄສການຈ້າງງານແບບນອກລະບົບແລະຕາມລະດູການ ໂດຍປົກກະຕິແລ້ວເຂົາເຈົ້າຂາດສັນຍາການຈ້າງງານທີ່ຖືກຕ້ອງ, ການຄຸ້ມຄອງດ້ານປະກັນສັງຄົມ ແລະ ປະສົບກັບບັນຫາການລະເມີດສິດທິແຮງງານ, ຄວາມຮຸນແຮງ ແລະ ການລ່ວງລະເມີດທາງເພດ. ສ່ວນຫຼາຍແລ້ວແຮງງານຈະປະສົບກັບອຸປະຕິເຫດ ແລະ ພະຍາດຕ່າງໆຍ້ອນການຍົກເຄື່ອງໜັກ, ການນຳໃຊ້ເຄື່ອງຈັກທີ່ບໍ່ປອດໄພ, ງູແລະແມງໄມ້ກັດ, ແລະການສຳຜັດກັບຢາປາບສັດຕູພືດ.

ບັນດາກິດຈະກຳຕ່າງໆຈະຊ່ວຍໃຫ້ແຮງງານ-ໂດຍສະເພາະແມ່ນແຮງງານນອກລະບົບແລະແມ່ຍິງສາມາດເຂົ້າເຖິງປະກັນສັງຄົມແຫ່ງຊາດ, ຄວາມປອດໄພແລະສຸຂະພາບແຮງງານຈະໄດ້ຮັບການປັບປຸງ. ການປູກຈິດສໍານຶກຈະໄດ້ຮັບການຍົກສູງຂຶ້ນລະຫວ່າງຜູ້ອອກແຮງງານແລະຜູ້ຕາງຫນ້າຂອງເຂົາເຈົ້າແລະຄວາມສາມາດຂອງອົງການຈັດຕັ້ງສັງຄົມແລະພາກສ່ວນອື່ນໆໃນຂັ້ນຮາກຖານຈະໄດ້ຮັບການຍົກລະດັບຂຶ້ນ. ໂຄງການດັ່ງກ່າວນິ້ຍັງແນໃສ່ການເສີມຂະຫຍາຍກົນໄກຮ່ວມມືໃຫ້ແກ່ຜູ້ອອກແຮງງານໃນການແບ່ງປັນບັນຫາ, ຄວາມກັງວົນຂອງເຂົາເຈົ້າ ແລະ ໃຫ້ເຂົາເຈົ້າຮັບຮູ້ສິດທິດ້ານແຮງງານຂອງເຂົາເຈົ້ານຳອີກ.

ໃນພິທີເປີດ, ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າ: ໂຄງການດັ່ງກ່າວຈະຊ່ວຍໃຫ້ພວກເຮົາຮັບປະກັນວ່າຜົນປະໂຫຍດຂອງການຂະຫຍາຍຕົວໃນຂະແຫນງກາເຟ ແລະ ຊາ ທີ່ຈະສົ່ງຜົນໃຫ້ແກ່ການປັບປຸງເງື່ອນໄຂການເຮັດວຽກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດພູພຽງບໍລະເວນ. ການປົກປ້ອງທາງສັງຄົມແມ່ນຜູ້ອອກແຮງງານທຸກຄົນຈະມີສະພາບການເຮັດວຽກທີ່ປອດໄພ ແລະ ມີ ຄຸນຄ່າ. ພວກເຮົາຈະເຮັດວຽກຮ່ວມກັບຄູ່ຮ່ວມງານສາມຝ່າຍແລະອົງການຈັດຕັ້ງຂັ້ນຮາກຖານເພື່ອປັບປຸງການບໍລິການຂອງພວກເຮົາແລະຮັບປະກັນວ່າແຮງງານຈະສາມາດເຂົ້າເຖິງປັດໃຈຕ່າງໆເຫຼົ່ານີ້ຢ່າງທົ່ວເຖິງ.”

ທ່ານແກຼມບັກເລ, ຜູ້ອໍານວຍການຫ້ອງການອົງການແຮງງານສາກົນຮັບຜິດຊອບປະເທດໄທ, ກຳປູເຈຍແລະ ສປປ ລາວ ກ່າວວ່າ: ລັກສະນະສະເພາະຂອງໂຄງການນີ້ແມ່ນພວກເຮົາຈະເຮັດວຽກຮ່ວມກັບຄູ່ຮ່ວມງານຕັ້ງແຕ່ກະຊວງຈົນເຖິງອົງການຈັດຕັ້ງຂັ້ນພື້ນຖານເພື່ອເຂົ້າເຖິງຊາວກະສິກອນໃນສວນກາເຟແລະຊາ. ພວກເຮົາສາມາດເຊື່ອມໂຍງນະໂຍບາຍກັບກິດຈະກຳຕ່າງໆຢູ່ຂັ້ນຮາກຖານ ແລະ ໂດຍການການຝຶກອົບຮົມໃຫ້ກຸ່ມແຮງງານ, ຫຼຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ”

ໂຄງການທີ່ໄດ້ຮັບທຶນຈາກສະຫະພາບເອີຣົບນີ້ຈະເຮັດວຽກຮ່ວມກັບລັດຖະບານ (ອົງການປະກັນສັງຄົມລາວແຫ່ງຊາດ ແລະ ກະຊວງແຮງງານ ແລະສະຫວັດດີການສັງຄົມ, ແຂວງ ແລະ ເມືອງ), ຕາງໜ້າຜູ້ອອກແຮງງານ (ສະຫະພັນກຳມະ ບານລາວ, ສະຫະພັນແມ່ຍິງລາວ, ແຮງງານນອກລະບົບ ຫຼືຊາວກະສິກອນ), ແລະ ຕາງໜ້າຜູ້ໃຊ້ແຮງງານ(ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະມາຄົມກາເຟລາວ, ແລະ ສະມາຄົມຊາທີ່ສ້າງຕັ້ງໃໝ່).

ໂຄງການນີ້ຈັດຕັ້ງປະຕິບັດຮ່ວມກັນໂດຍອົງການແຮງງານສາກົນ ແລະ Oxfam ຮ່ວມກັບອໍານາດການປົກຄອງທ້ອງຖິ່ນແລະອົງການຈັດຕັ້ງຂັ້ນຮາກຖານ. ອົງການຈັດຕັ້ງເຫຼົ່ານີ້ຈະໄດ້ຮັບການສະຫນັບສະຫນູນໂດຍຜ່ານການຝຶກອົບຮົມ, ການປຶກສາຫາລືແລະການຊ່ວຍເຫຼືອດ້ານວິຊາການໃນຂົງເຂດຕ່າງໆເຊັ່ນສິດທິຂອງແຮງງານແມ່ຍິງ, ການປົກປ້ອງທາງສັງຄົມ, ຄວາມປອດໄພ ແລະ ສຸຂະພາບແຮງງານແລະສິດທິແຮງງານ ເພື່ອພັດທະນາຄວາມສາມາດຂອງເຂົາເຈົ້າ ແລະ ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານໃນຂົງເຂດວຽກຂອງຕົນ ແລະ ໄດ້ຮັບການສະຫນັບສະຫນູນຈາກສະຫະພາບເອີຣົບ ແລະ ສອດຄ່ອງກັບຈຸດປະສົງຂອງສະຫະພາບເອີຣົບໃນການສະຫນັບສະຫນູນຫົວໜ່ວຍທຸລະກິດແລະການເຮັດວຽກທີ່ມີຄຸນຄ່າໃນຕ່ອງໂສ້ການຜະລິດ. ທ່ານນາງອີນາມາຈິວລີໂອນິເຕິ, ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳສປປລາວໄດ້ສະແດງຄວາມຊົມເຊີຍຕໍ່ “ການຮ່ວມມືທີ່ມີໝາກຜົນລະຫວ່າງສະຫະພາບເອີຣົບ, ອົງການແຮງງານສາກົນແລະກະຊວງແຮງງານ ແລະ ສະຫວັດດີການສັງຄົມ”, ແລະເນັ້ນໃສ່ “ການເພີ່ມມູນຄ່າຂອງໂຄງການໃໝ່ນີ້ຈະເປັນການເສີມສ້າງການຮ່ວມມືໃນຂົງເຂດກະສິກຳ, ປ່າໄມ້ ແລະ ໂພຊະນາການ, ພ້ອມທັງການສະໜັບສະໜູນຂອງສະຫະພາບເອີຣົບຕໍ່ການຄ້າທີ່ຍຸດຕິທຳກັບເອີຣົບ.”

(ຂ່າວສານ ຮສສ)

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword