LNCCI ຮ່ວມກັບ AUF ສຳເລັດການຈັດສຳມະນາ 2 ຫົວຂໍ້ “ການເຊື່ອມໂຍງເສດຖະກິດລາວສູ່ພາກພື້ນ” ແລະ “ການຝາກຂໍ້ມູນໃນ Google Drive ແລະ ສ້າງແບບສອບຖາມ/ສຳຫຼວດ ໂດຍ Google form ພ້ອມດ້ວຍການສ້າງ QR code ”

ໃນວັນທີ 24 ພຶດສະພາ 2022, ເວລາ 09:00-16:00 ໂມງ ທີ່ ຫ້ອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF)

ໄດ້ຈັດສຳມະນາ ໃນຫົວຂໍ້ “ການເຊື່ອມໂຍງເສດຖະກິດລາວສູ່ພາກພື້ນ” ແລະ  “ການຝາກຂໍ້ມູນໃນ Google Drive ແລະ ສ້າງແບບສອບຖາມ/ສຳຫຼວດ ໂດຍ Google form ພ້ອມດ້ວຍການສ້າງ QR code ” ຈຸດປະສົງຂອງການຈັດງານສຳມະນາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນຂ່າວສານເສດຖະກິດໃນປັດຈຸບັນຂອງ ສປປ ລາວ ແລະ ບັນດາປະເທດພາກພື້ນ, ໂດຍເນັ້ນໃສ່ສົ່ງເສີມພະນັກງານຂອງກຸ່ມ, ສະມາຄົມ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ທົ່ວປະເທດ ໃຫ້ມີຄວາມຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບການເຊື່ອມໂຍງເສດຖະກິດລາວອອກສູ່ພາກພື້ນ ແລະ ສຳລັບຫົວຂໍ້ທີ 2 ແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ເສີມສ້າງທັກສະໃຫ້ແກ່ບັນດາພະນັກງານ, ວິຊາການກຸ່ມ, ສະມາຄົມ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ທົ່ວປະເທດ ໃນການນຳໃຊ້ດິຈິຕອລ ເຂົ້າໃນການຈັດຕັ້ງປະຕິບັດວຽກງານກໍ່ຄືການຈັດເກັບຂໍ້ມູນໃນ Google drive, ການນຳໃຊ້ Google form ໃນການສ້າງແບບສອບຖາມ, ແບບຟອມການລົງທະບຽນຜ່ານທາງອອນລາຍ ແລະ ການສ້າງ QR code ໃນການເຊື່ອມຕໍ່ເຂົ້າເຖິງຂໍ້ມູນ ເພື່ອຄວາມສະດວກສະບາຍ, ວ່ອງໄວ ແລະ ຍັງເປັນການຫຼຸດຜ່ອນການນຳໃຊ້ອຸປະກອນທີ່ບໍ່ຈຳເປັນພາຍໃນຫ້ອງການອີກດ້ວຍ

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword