LNCCI ຮ່ວມກັບ AUF ສຳເລັດການຈັດສຳມະນາ 2 ຫົວຂໍ້ “ການເຊື່ອມໂຍງເສດຖະກິດລາວສູ່ພາກພື້ນ” ແລະ “ການຝາກຂໍ້ມູນໃນ Google Drive ແລະ ສ້າງແບບສອບຖາມ/ສຳຫຼວດ ໂດຍ Google form ພ້ອມດ້ວຍການສ້າງ QR code ”

LNCCI ຮ່ວມກັບ AUF ສຳເລັດການຈັດສຳມະນາ 2 ຫົວຂໍ້ “ການເຊື່ອມໂຍງເສດຖະກິດລາວສູ່ພາກພື້ນ” ແລະ “ການຝາກຂໍ້ມູນໃນ Google Drive ແລະ ສ້າງແບບສອບຖາມ/ສຳຫຼວດ ໂດຍ Google form ພ້ອມດ້ວຍການສ້າງ QR code ”

ໃນວັນທີ 24 ພຶດສະພາ 2022, ເວລາ 09:00-16:00 ໂມງ ທີ່ ຫ້ອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF)

ໄດ້ຈັດສຳມະນາ ໃນຫົວຂໍ້ “ການເຊື່ອມໂຍງເສດຖະກິດລາວສູ່ພາກພື້ນ” ແລະ “ການຝາກຂໍ້ມູນໃນ Google Drive ແລະ ສ້າງແບບສອບຖາມ/ສຳຫຼວດ ໂດຍ Google form ພ້ອມດ້ວຍການສ້າງ QR code ” ຈຸດປະສົງຂອງການຈັດງານສຳມະນາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນຂ່າວສານເສດຖະກິດໃນປັດຈຸບັນຂອງ ສປປ ລາວ ແລະ ບັນດາປະເທດພາກພື້ນ, ໂດຍເນັ້ນໃສ່ສົ່ງເສີມພະນັກງານຂອງກຸ່ມ, ສະມາຄົມ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ທົ່ວປະເທດ ໃຫ້ມີຄວາມຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບການເຊື່ອມໂຍງເສດຖະກິດລາວອອກສູ່ພາກພື້ນ ແລະ ສຳລັບຫົວຂໍ້ທີ 2 ແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ເສີມສ້າງທັກສະໃຫ້ແກ່ບັນດາພະນັກງານ, ວິຊາການກຸ່ມ, ສະມາຄົມ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ທົ່ວປະເທດ ໃນການນຳໃຊ້ດິຈິຕອລ ເຂົ້າໃນການຈັດຕັ້ງປະຕິບັດວຽກງານກໍ່ຄືການຈັດເກັບຂໍ້ມູນໃນ Google drive, ການນຳໃຊ້ Google form ໃນການສ້າງແບບສອບຖາມ, ແບບຟອມການລົງທະບຽນຜ່ານທາງອອນລາຍ ແລະ ການສ້າງ QR code ໃນການເຊື່ອມຕໍ່ເຂົ້າເຖິງຂໍ້ມູນ ເພື່ອຄວາມສະດວກສະບາຍ, ວ່ອງໄວ ແລະ ຍັງເປັນການຫຼຸດຜ່ອນການນຳໃຊ້ອຸປະກອນທີ່ບໍ່ຈຳເປັນພາຍໃນຫ້ອງການອີກດ້ວຍ

 

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword