ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເປັນກຽດຕ້ອນຮັບ ປະທານສະພາທີ່ປຶກສາທຸລະກິດ ອິນໂດເນເຊຍ ພ້ອມດ້ວຍຄະນະ 13 ທ່ານ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເປັນກຽດຕ້ອນຮັບ ປະທານສະພາທີ່ປຶກສາທຸລະກິດ ອິນໂດເນເຊຍ ພ້ອມດ້ວຍຄະນະ 13 ທ່ານ

ໃນລະຫວ່າງວັນທີ 31 ພຶດສະພາ ເຖິງ ວັນທີ 2 ມີຖຸນາ 2023, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນ ຂອງ ສປປ ລາວ

ນຳພາຄະນະໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໃນນາມ ປະທານ ສະພາທີ່ປຶກສາທຸລະກິດອາຊຽນລາວ ພ້ອມດ້ວຍ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສຄອຊ ໃນນາມສະມາຊິກ ASEAN-BAC Laos ແລະ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ ໃນນາມ ສະມາຊິກ ASEAN-BAC Laos ໄດ້ຮ່ວມກັບ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC), ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດອິນໂດເນເຊຍ (KADIN) ນໍາໂດຍ ທ່ານ Arsjad Rasjid, ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ອິນໂດເນເຊຍ ໃນນາມ ປະທານສະພາທີ່ປຶກສາທຸລະກິດ ອິນໂດເນເຊຍ ພ້ອມດ້ວຍຄະນະ 13 ທ່ານ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກງານກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງ ສປປ ລາວ ເຊັ່ນ: ໄດ້ເຂົ້າຂໍ່ານັບຢ້ຽມຢາມ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ປອ ບຸນແຝງ ພົມມະໄລສິດ, ລັດຖະມົນຕີ, ກະຊວງສາທາລະນະສຸກ, ທ່ານ ນາງ ບຸນຄໍ້າ ວໍລະຈິດ, ລັດຖະມົນຕີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຈັນສະຫວັດ ບຸຜາ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ໄດ້ລົງຢ້ຽມຢາມ ບໍລິສັດ ວຽງຈັນ ໂລຈິດສຕິກ ພາກ ຈຳກັດ ຕ້ອນຮັບໂດຍ ທ່ານ ສີລາ ວຽງແກ້ວ ທີ່ປຶກສາອາວຸໂສບໍລິສັດວຽງຈັນ ໂລຈິສຕິກພາກຈຳກັດ ທ່ານ Tee Chee Seng, ຮອງປະທານ ບໍລິສັດ ວຽງຈັນ ໂລຈິດສຕິກ ພາກ ຈຳກັດ, ທ່ານ ສາຄອນ ພິລາງາມ, ຜູ້ອຳນວຍການໃຫຍ່ ບໍລິສັດ ທ່າບົກ-ທ່ານາແລ້ງ.
ຈຸດປະສົງແມ່ນເພື່ອຖອດຖອນ, ຮັບຟັງຄຳຄິດເຫັນຈາກບັນດາຜູ້ນຳປະເທດອາຊຽນ ແລະ ບັນດານັກທຸລະກິດເພື່ອເສີມຂະຫຍາຍການຮ່ວມມືທັງພາກລັດ ແລະ ເອກະຊົນ ໃນຂະແໜງການຕ່າງໆໂດຍສະເພາະ 5 ຂະເເໜງການບູລິມາສິດ ເຊັ່ນ: ດິຈິຕອລ, ດ້ານສຸຂະພາບ, ການພັດທະນາເເບບຍືນຍົງ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ ແລະ ແລກປ່ຽນບົດຮຽນການເປັນເຈົ້າພາບອາຊຽນຂອງອິນໂດເນເຊຍ; ພ້ອມກັນນັ້ນ, ເພື່ອເປັນການກຽມຄວາມພ້ອມການຖ່າຍໂອນການເປັນປະທານກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນປີ 2024.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword