ປະທານ ສຄອຊ ໄດ້ນຳພາຄະນະບໍລິຫານງານ ສຄອຊ ພ້ອມດ້ວຍຄະນະທຸລະກິດ ຕິດຕາມພະນະທ່ານນາຍົກລັດຖະມົນຕີ ແຫ່ງສປປລາວ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ

ໃນລະຫວ່າງວັນທີ 6-7 ມັງກອນ 2024 , ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ນຳພາຄະນະບໍລິຫານງານ ສຄອຊ ພ້ອມດ້ວຍຄະນະທຸລະກິດ ຈຳນວນ 57 ທ່ານ

ຕິດຕາມພະນະທ່ານນາຍົກລັດຖະມົນຕີ ແຫ່ງສປປລາວ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ. ໃນໄລຍະຢ້ຽມຢາມດັ່ງກ່າວໄດ້ ເຂົ້າຮ່ວມກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດ ໂດຍການເປັນປະທານຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ພະນະທ່ານ ຟ່າມ ມິງຈິງ ນາຍົກລັດຖະມົນຕີເເຫ່ງ ສສ. ຫວຽດນາມ
ພ້ອມດຽວກັນນັ້ນ ໃນພາກບ່າຍຂອງວັນທີ 7 ມັງກອນ 2024 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ສະມາຄົມນັກທຸລະກິດ ຫວຽດນາມ ຈັດງານ Lunch Networking ລະຫວ່າງນັກທຸລະກິດລາວ ແລະ ຫວຽດນາມ ຈຸດປະສົງເເມ່ນເພື່ອພົບປະໂອ້ລົມແລກປ່ຽນດ້ານການດຳເນີນທຸລະກິດ ແລະ ເພື່ອເປັນການປຶກສາຫາລືຊອກຫາຊ່ອງທາງ ຫລື ກາລະໂອກາດໃນການຮ່ວມທຸລະກິດຮ່ວມກັນໃຫ້ນັບມື້ນັບແຫນ້ນແຟ້ນ ເລິກເຊິ່ງ ແລະມີປະສິດທິຜົນ ໂດຍສະເພາະແມ່ນຂະແຫນງການຄ້າ, ການລົງທຶນ, ໂລຈິສຕິກ, ພະລັງງານ-ບໍ່ແຮ່ ທ່ອງທ່ຽວ, ກະສິກຳ, ການບໍລິການ ແລະ ອື່ນໆ.
ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ມີຄໍາເຫັນສະເຫນີໃຫ້ທຸລະກິດທັງສອງຝ່າຍຮັກແພງສາມັກຄີຮ່ວມມືກັນໃນຂະແຫນງກັນດັ່ງກ່າວ ພ້ອມກັນພັດທະນາໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດປະກອບສ່ວນອັນສຳຄັນໃນການສ້າງເສດຖະກິດສັງຄົມທັງສອງປະເທດໃຫ້ນັບມື້ນັບຂະຫຍາຍຕົວ ເຊິ່ງ ສຄອຊ ຈະຊ່ວຍຊຸກຍູ້ສົ່ງເສີມ ອຳນວຍຄວາມສະດວກໃຫ້ແກ່ຫົວຫນ່ວຍທຸລະກິດຢ່າງເຕັມທີ່ພ້ອມດຽວກັນນັ້ນກໍ່ໄດ້ສະເຫນີລັດຖະບານທັງສອງປະເທດຊ່ວຍສະຫນັບສະຫນູນທາງດ້ານນະໂຍບາຍຕ່າງຕ່າງເພື່ອເອື້ອຍອຳນວຍການດຳເນີນທຸລະກິດໃຫ້ປະກົດຜົນເປັນຈິງແລະມີປະສິດທິຜົນ
ລາຍລະອຽດເພິ່ມເຕີມສາມາດຕິດຕໍ່ ສຄອຊ ໃນໂມງລັດຖະການ
ເບີໂທ: +85621 453312
ອີເມວ: info@lncci.la

Related Posts

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.…Read more
ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

Enter your keyword