ສຄອ ແຫ່ງຊາດລາວ ສະເໜີ 8 ນະໂຍບາຍ ແລະ ມາດຕະການ  ຕໍ່ລັດຖະບານ ເພື່ອຟື້ນຟູເສດຖະກິດ ຫຼັງ COVID-19

ສຄອ ແຫ່ງຊາດລາວ ສະເໜີ 8 ນະໂຍບາຍ ແລະ ມາດຕະການ ຕໍ່ລັດຖະບານ ເພື່ອຟື້ນຟູເສດຖະກິດ ຫຼັງ COVID-19

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ ແຫ່ງຊາດລາວ) ໃນນາມຄະນະສະເພາະກິດຕາມຂໍ້ຕົກລົງເລກທີ 32/ນຍ ຂໍຖືເປັນກຽດຢ່າງສູງ ນໍາສົ່ງບົດລາຍງານສັງລວມຂໍ້ສະເໜີກ່ຽວກັບມາດຕະການ ແລະ ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດ ຈາກວິກິດການ COVID-19

ພາຍຫຼັງທີ່ມີການສໍາຫຼວດ ແລະ ຄົ້ນຄວ້າຈາກໜ່ວຍງານ ສະເພາະກິດ ຂອງ ສຄອ ແຫ່ງຊາດລາວ. ບົດລາຍງານດັ່ງກ່າວນີ້ ສຄອ ແຫ່ງຊາດລາວ ໄດ້ສະເໜີໃຫ້ລັດຖະບານພິຈາລະນາບາງນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດ ຂອງ ສປປ ລາວ ໃນໄລຍະຂອງການລະບາດ ແລະ ຫຼັງໄລຍະຂອງການລະບາດຂອງພະຍາດ COVID-19 ໃນໂລແມງ IV ຂອງບົດລາຍງານດັ່ງກ່າວນີ້. ຂໍ້ສະເໜີທີ່ສໍາຄັນປະກອບມີ:

  1. ການຟື້ນຟູເສດຖະກິດຈາກວິກິດການ COVID-19 ຮຽກຮ້ອງໃຫ້ລັດຖະບານໄດ້ວາງນະໂຍບາຍ ແລະ ມາດຕະການສະເພາະເພື່ອສ້າງໄມ້ງັດເສດຖະກິດ ໃນການຜະລິດໃນທຸກໆຂະແໜງການໄດ້ຜະລິດຄືນໃໝ່ໂດຍມີປະສິດທິພາບສູງກວ່າເກົ່າ. ການຟື້ນຟູເສດຖະກິດອາດໃຊ້ເວລາເຖິງ 28 ເດືອນ ຕາມສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ.
  2. ສຄອ ແຫ່ງຊາດລາວ ສະເໜີໃຫ້ລັດຖະບານ ອອກນະໂຍບາຍ ແລະ ມາດຕະການເພື່ອແກ້ໄຂໃຫ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນມີສະພາບຄ່ອງ ໃນການສະໜອງທຶນກູ້ຢືມໃຫ້ແກ່ທຸລະກິດອັນສໍາຄັນແມ່ນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 238/ທຫລ ຂອງທະນາຄານແຫ່ງ ສປປ ລາວໃຫ້ເປັນເອກະພາບ. ມາດຕະການສະເພາະສຸກເສີນປະກອບດ້ວຍ ການຜ່ອນຜັນຂໍ້ກໍານົດຜ່ອນທຶນ, ການປ່ອຍເງິນກູ້ເປັນເງິນຕາຕ່າງປະເທດ, ການສ້າງກົນໄກສັບປ່ຽນສະກຸນເງິນຕາ, ການສ້າງກອງທຶນຄໍ້າປະກັນເງິນກູ້, ການປ່ອຍເງິນກູ້ສຸກເສີນໃຫ້ ສະຖາບັນການເງິນຈຸລະພາກ ແລະ ການປ່ອຍເງິນກູ້ຂອງກອງທຶນສົ່ງເສີມ
  3. ສຄອ ແຫ່ງຊາດລາວ ຂໍສະໜັບສະໜູນໃຫ້ລັດຖະບານພິຈາລະນາເຂົ້າຮ່ວມໂຄງການຂອງ IMF ຍ້ອນເຫັນວ່າຈະເປັນການຊ່ວຍເຫຼືອແກ້ໄຂບັນຫາລະດັບມະຫາພາກເພື່ອການຟື້ນຟູ ແລະຂະຫຍາຍເສດຖະກິດຂອງ ສປປ ລາວ.
  4. ສຄອ ແຫ່ງຊາດລາວ ສະເໜີໃຫ້ມີການພັດທະນາການບໍລິການຮຸ້ນເອກະຊົນໂດຍການອະນຸຍາດສ້າງກອງທຶນຮຸ້ນເອກະຊົນ (Private Equity-PE), ຜູ້ລົງທຶນໃນຮຸ້ນ (Venture Capital-VC) ແລະ ການບໍລິການອື່ນໆເພື່ອລະດົມທຶນເຂົ້າມາຟື້ນຟູເສດຖະກິດ.
  5. ສຄອ ​ແຫ່ງ​ຊາດ​ລາວ ສະ​ເໜີ​ໃຫ້ລັດຖະບານພິຈາລະນາຂາຍຊັບສິນທີ່ບໍ່ໄດ້ນໍາໃຊ້ ຫຼື ມີສະພາບບໍ່ຄ່ອຍດີປານໃດແລະການເກັບຊັບສິນທີ່ມີປະໂຫຍດແລະມີສະພາບດີໄວ້ຖ້າຜູ້ຊື້ຮຸ້ນຂອງວິສາຫະກິດຫາກແມ່ນນັກລົງທຶນທີ່ມີຄຸນນະພາບມັນຈະນໍາຜົນປະໂຫຍດໃຫ້ແກ່ວິສາຫະກິດນັ້ນແລະສ້າງລາຍຮັບເຂົ້າງົບປະມານທີ່ແນ່ນອນ. ຂະບວນການຂາຍນັ້ນຕ້ອງໄດ້ປະຕິບັດມາດຕະຖານສາກົນດ້ານຄວາມໂປງໃສ ແລະ ຍຸດຕິທໍາ.
  6. ເພື່ອສາມາດຟື້ນຟູການຜະລິດທຸລະກິດ ແລະ ເສດຖະກິດ, ສຄອ ແຫ່ງຊາດລາວ ໄດ້ຄໍານວນວ່າລັດຖະບານຄວນຈະຕ້ອງໄດ້ຈັດ​ສັນທຶນຢ່າງຕໍ່າສຸດ 380 ລ້ານໂດລາສາຫາລັດຫຼື 2% ຂອງ GDP ປີ 2019 ເພື່ອມາຖົມຂຸມການໃຊ້ຈ່າຍງົບປະມານ, ຈັດສັນໃຫ້ພາກທຸລະກິດຜະລິດຄືນໃໝ່ ແລະ ປະຕິບັດພັນທະຕໍ່ສັງຄົມທີ່ຖືກກະທົບ. ໃນນັ້ນຕ້ອງການໃຫ້ພາກທຸລະກິດຈໍານວນປະມານ 152 ລ້ານໂດສາຫາລັດ ຫຼື 40% ຂອງຈໍານວນເງິນທີ່ລະດົມມາ.
  7. ເພື່ອຟື້ນຟູເສດຖະກິດ ແລະ ເພີ່ມທຶນໃຫ້ກັບພາກທຸລະກິດ, ສຄອ ແຫ່ງຊາດລາວ ສະເໜີໃຫ້ ລັດຖະບານອອກນະໂຍບາຍແລະມາດຕະການດ້ານພາສີອາກອນປະກອບດ້ວຍ ການຫຼຸດອາກອນມູນຄ່າເພີ່ມເປັນ 5% (ຫຼຸດລົງ 50%) ແລະ ຍົກເວັ້ນອາກອນກໍາໄລ ໃຫ້ແກ່ຂະແໜງການທີ່ຖືກກະທົບຫຼາຍ ແລະ ເປັນບູລິມາສິດໃນໄລຍະ 28 ເດືອນ ນັບແຕ່ເດືອນ 7 ປີ 2020 ເປັນຕົ້ນໄປ.
  8. ສະ​ເໜີ​ໃຫ້ລັດຖະບານສືບຕໍ່ປັບປຸງນະໂຍບາຍ ແລະ ວາງມາດຕະການເພື່ອປັບປຸງແວດລ້ອມທຸລະກິດໃຫ້ດີຂື້ນເຮັດໃຫ້ລະດັບການດໍາເນີນທຸລະກິດໄດ້ຫຼູດລົງຈາກທີ່ 154 ໂດຍສະເພາະແມ່ນການສືບຕໍ່ນໍາໃຊ້ເວທີ່ທຸລະກິດລາວ (LBF) ເປັນເວທີ ແລະ ເຄື່ອງມືໃນການແກ້ໄຂບັນຫາ ແລະ ຂໍ້ຈໍາກັດຮ່ວມກັບພາກທຸລະກິດ. ສິ່ງສໍາຄັນອີກຢ່າງໜຶ່ງແມ່ນການເພີ້ມທະວີການປະຕິບັດຄໍາສັ່ງເລກທີ 02/ນຍ ແລະ ການຈັດຕັ້ງຄະນະປະສານງານພາກລັດ ແລະ ພາກທຸລະກິດເພື່ອຕິດຕາມປະເມີນຜົນການຈັດຕັ້ງປະຕິບັດມະຕິດັ່ງກ່າວ.

ພ້ອມດຽວກັນນີ້ເພື່ອໃຫ້ການຟື້ນຟູເສດຖະກິດ ໃຫ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ມີຄວາມຮຽກຮ້ອງຕ້ອງການໃຫ້ພາກລັດ ແລະ ພາກທຸລະກິດສ້າງພັນທະພາບໃຫ້ສະໜິດແໜ້ນຂື້ນ ເພື່ອການວາງແຜນພັດທະນາ, ຈັດຕັ້ງປະຕິບັດ, ກວດກາ ແລະ ປະເມີນຜົນບັນຫາແຜນງານ ແລະ ໂຄງການຂອງລັດຖະບານ. ພັນທະພາບລັດ-ທຸລະກິດແມ່ນຫ້ອງການຕ້ອງໄດ້ປັບປຸງໃນການຊຸກຍູ້ສົ່ງເສີມການຜະລິດສິນຄ້າ, ການຊົມໃຊ້ຜະລິດຕະພັນຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ (ຕາມຂໍ້ຕົກລົງເລກທີ 51/ນຍ) ພ້ອມທັງໃນການພັດທະນາລະບົບການສຶກສາເຕັກນິກວິຊາຊີບ (TVET) ແລະ ການພັດທະນາ ແລະ ໂຄສະນາການທ່ອງທ່ຽວ.

ໃນໄລຍະຕໍ່ໄປ ສຄອ ແຫ່ງຊາດລາວ ຍັງຈະໄດ້ສືບຕໍ່ການຕິດຕາມຜົນກະທົບຂອງວິກິດການ COVID-19 ຕໍ່ທຸລະກິດ ແລະ ລາຍວານໃຫ້ຄະນະສະເພາະກິດຂອງລັດຖະບານເປັນປະຈໍາ. ສຄອ ແຫ່ງຊາດລາວ ຈະໄດ້ຕິດຕາມການພິຈາລະນານະໂຍບາຍ ແລະ ມາດຕະການສະເພາະ ເພື່ອຟື້ນຟູການຜະລິດຄືນໃໝ່ ແລະ ເຜີຍແຜ່ນະໂຍບາຍ ແລະ ມາດຕະການໃໝ່ໃຫ້ແກ່ຜູ້ປະກອບການທຸລະກິດ. ສຄອ ແຫ່ງຊາດລາວ ຍັງຈະໄດ້ສ້າງ ແລະ ຈັດຕັ້ງປະຕິບັດໂຄງການນໍາລ່ອງ ເພື່ອລິເລີ່ມການຈັດຕັ້ງປະຕິບັດການຟື້ນຟູການຜະລິດຄືນໃໝ່ທີ່ປະກອບມີ: 1). ໂຄງການປັບປຸງລະບົບກູ້ຢືມໃຫ້ກຸ່ມຊາວສວນ ແລະ MSME ຢູ່ນະຄອນຫຼວງວຽງຈັນ; 2). ໂຄງການສະໜອງສິນເຊື່ອຈາກກອງທຶນ SME; 3). ໂຄງການພື້ນຟູທຸລະກິດທ່ອງທ່ຽວ; 4). ໂຄງການຟື້ນຟູອຸດສາຫະກໍາປຸງແຕ່ງ; ແລະ 5). ໂຄງການສ້າງໜ່ວຍງານໃຫ້ຄໍາປຶກສາຕໍ່ SME (SME Clinic) ທີ່ຖືກກະທົບຈາກ COVID-19. ສຸດທ້າຍ ສຄອ ແຫ່ງຊາດລາວ ຈະໄດ້ປັບປຸງເນື້ອໃນຂອງຍຸດທະສາດ ແລະ ແຜນການ 5 ປີ 2021-2025 ຂອງ ສຄອ ແຫ່ງຊາດລາວ ໃຫ້ແທດເໝາະກັບການປ່ຽນແປງສະພາບ ແລະ ຄວາມຕ້ອງການຈາກວິກິດການ COVID-19.

ລາຍລະອຽດຂອງບົດລາຍງານສັງລວມຂໍ້ສະເໜີກ່ຽວກັບມາດຕະການ-ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບແລະພື້ນພູເສດຖະກິດ ຈາກວິກິດການ COVID-19ແລະ ບົດສໍາຫຼວດຜົນກະທົບຂອງ COVID-19 ຕໍ່ພາກທຸລະກິດລາວ ຄັດຕິດມາພ້ອມນີ້.

Download:

1. ໜັງສືສະເໜີ

2. ບົດລາຍງານສັງລວມຂໍ້ສະເໜີກ່ຽວກັບມາດຕະການ-ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບແລະພື້ນພູເສດຖະກິດ ຈາກວິກິດການ COVID-19

3. ບົດສໍາຫຼວດຜົນກະທົບຂອງ COVID-19 ຕໍ່ພາກທຸລະກິດລາວ

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword