ສຄອຊ ລົງຢ້ຽມຢາມ ສະມາຊິກ, ໂຮງງານ ອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ

ສຄອຊ ລົງຢ້ຽມຢາມ ສະມາຊິກ, ໂຮງງານ ອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ

ໃນຕອນເຊົ້າ ຂອງວັນທີ 24 ພະຈິກ 2020, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ພ້ອມດ້ວຍຄະນະບໍລິຫານງານ ສຄອຊ ຊຸດທີ VIII ລົງຢ້ຽມຢາມ ໂຮງງານ ອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ, ໂດຍມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມການຜະລິດໃນ ສປປ ລາວ.

ໄດ້ຮັບການຕ້ອນຮັບຢ່າງສົມກຽດໂດຍ ທ່ານ ລັງກອນ ໄຊຍະວົງ ປະທານພ້ອມດ້ວຍ ຄະນະຜູ້ຮ່ວມກໍ່ຕັ້ງ ບໍລິສັດກຸ່ມໄຊຍະວົງ ຈຳກັດຜູ້ດຽວ.

ໂຮງງານອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ, ຊື່ຫຍໍ້ ໂຮງງານທໍ່ໂຕໂຢ ຫຼື TOYO PIPE FACTORY ສ້າງຕັ້ງຂື້ນໃນ ປີ 2016 ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝຈາກ ສະຫະພາບຢູໂຣບ ແລະ ອາເມລິກາ ແລະ ຄຸ້ມຄອງການຜະລິດດ້ວຍທີມງານວິຊາການມືອາຊີບ ປະສົບການຫລາຍກວ່າ 20 ປີ ໄປຄຽງຄູ່ກັບນໍາໃຊ້ ລະບົບ 5s & Kaizen, PDCA ແລະ ການຮັບຖ່າຍທອດເຕັກໂນໂລຊີຈາກຊ່ຽວຊານຕ່າງປະເທດ. ປະຈຸບັນ ໂຮງງານທໍ່ໂຕໂຢໄດ້ກາຍເປັນໂຮງງານທີ່ທັນສະໄໝທີ່ສຸດໃນ ສ.ປ.ປ ລາວ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າ, ຈາກການນໍາພັກລັດ ແລະ ສັງຄົມ.

ໂຮງງານທໍ່ໂຕໂຢເນັ້ນຜະລິດທໍ່ນໍ້າ, ທໍ່ໄຟ, ທໍ່ຫຸ້ມສາຍໂທລະຄົມ, ທໍ່ກະເສດ, ທໍ່ຊົນລະປະທານ ແລະ ອຸປະກອນການປະປາ. ພາຍໃຕ້ເຄື່ອງໝາຍການຄ້າ TOYO ແລະ ASIA GREEN ທີ່ໄດ້ຄຸນນະພາບມາດຕະຖານສາກົນ. ທຸກຜະລິດຕະພັນ ກາTOYO ແລະ ASIA GREEN ໄດ້ຮັບການຍອມຮັບຈາກຕະຫຼາດໃນຂອບເຂດທົ່ວປະເທດລາວ ແລະ ບັນດາປະເທດໃນຂົງເຂດປະເທດອາຊ່ຽນ. ປະຈຸບັນໂຮງງານທໍ່ໂຕໂຢ ໄດ້ຮັບໃບຢັ້ງຢືນມາດຕະຖານ ລະບົບຄຸ້ມຄອງຄຸນນະພາບ ISO 9001:2015; ໃບຢັ້ງຢືນຜະລິດຕະພັນລາວ ຄຸນນະພາບສູງ ຫຼື MADE IN LAOS; ໃບຢັ້ງຢືນມາດຕະຖານລາວ ຫຼື ມ.ລ 71-2009; ໃບຢັ້ງຢືນຫ້ອງທົດລອງຄຸນນະພາບ ແລະ ໃບຢັ້ງຢືນຄຸນນະພາບສິນຄ້າ ສໍາຫລັບທຸກຜະລິດຕະພັນ ຈາກກົມມາດຕະຖານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

 ນອນຈາກນັ້ນ ໂຮງງານທໍ່ໂຕໂຢ ຍັງໄດ້ຮັບລາງວັນທຸລະກິດຂາຍຍົກ-ຂາຍຍ່ອຍດີເດັ່ນອາຊຽນ; ລາງວັນທຸລະກິດລິເລີ່ມ ແລະ ຂັບເຄື່ອນນະວັດຕະກຳດີເດັ່ນອາຊຽນ, ລາງວັນນັກທຸລະກິດຍິງດີເດັ່ນອາຊ່ຽນ ແລະ ລາງວັນທຸລະກິດຊັ້ນນຳດີເດັ່ນແຫ່ງຊາດ ໃນປິ 2019 ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword