ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຕ້ອນຮັບຄະນະນັກທຸລະກິດໄທທັງໝົດ 30 ທ່ານ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ
ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສຄອຊ ແລະ ທ່ານ ນາງ ດວງມາລາ ພົມມະວົງ,ຄະນະບໍລິຫານງານ ສຄອຊ ຕາງໜ້າໃຫ້ແກ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
ຕ້ອນຮັບຄະນະນັກທຸລະກິດໄທທັງໝົດ 30 ທ່ານ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ. ໂດຍການພົບປະໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອໂອ້ລົມແລະ ແລກປ່ຽນບົນຮຽນການຄ້າການລົງທຶນຢູ່ ສປປ ລາວ, ໂອກາດທາງດ້ານການດຳເນີນທຸລະກິດ ແລະ ການຮ່ວມມືຢ່າງເປັນພັນທະມິດທາງດ້ານທຸລະກິດຂອງນັກລົງທຶນລາວ ແລະ ໄທ.ໃນວັນທີ 11 ພະຈິກ 2022, ເວລາ 09:00-11:00 ໂມງ ທີ່ ຫ້ອງການ ສຄອຊ,