ພິທີເປີດງານຜະລິດຕະພັນລາວ 2020 (Made in Laos 2020)

ພິທີເປີດງານຜະລິດຕະພັນລາວ 2020 (Made in Laos 2020)

ໃນຕອນບ່າຍ ຂອງວັນທີ 30 ທັນວາ 2020 ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ ໄດ້ຈັດ ພິທີເປີດງານຜະລິດຕະພັນລາວ 2020 (Made in Laos 2020) ຂື້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ກໍາມະການ ກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ງານຜະລິດຕະພັນລາວ 2020 ຫຼື Made In Laos 2020 ແມ່ນເປັນການຮ່ວມຈັດລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ບັນດາສະພາການຄ້າ ແລະ ອຸດສາຫະກຳແຂວງ, ເຊິ່ງພິເສດໃນປີນີ້ ແມ່ນເປັນປີລິເລີ່ມທີ່ໄດ້ມີເຈົ້າພາບຮ່ວມກໍ່ຄື ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ເຊິ່ງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ກໍ່ໄດ້ມີການຕົບແຕ່ງພິເສດທີ່ເປັນເອກະລັກເພື່ອໂຊຜົນງານການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ, ແລະ ປີຕໍ່ໆໄປຈະໄດ້ໝູນວຽນໃຫ້ແຕ່ລະແຂວງເປັນເຈົ້າພາບຮ່ວມເຊັ່ນກັນ. ງານຜະລິດຕະພັນລາວ 2020 ໄດ້ເລີ່ມແຕ່ວັນທີ 25 ທັນວາ 2020 ແລະ ຈະເປີດຈົນເຖິງປີໜ້າ ວັນທີ 3 ມັງກອນ 2021 ລວມທັງໝົດ 10 ວັນ.

ໃນພິທີດັ່ງກ່າວ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ກໍ່ໄດ້ຂື້ີນລາຍງານໃນການກະກຽມງານ.  ງານຜະລິດຕະພັນລາວ 2020 ສາມາດລະດົມຜູ້ປະກອບການເຂົ້າຮ່ວມວາງສະແດງຈາກທຸກໆແຂວງໃນທົ່ວປະເທດ, ເຊິ່ງລວມມີ  121 ບໍລິສັດ ແລະມີທັງໝົດ 220 ຫ້ອງວາງສະແດງ. ເຊິ່ງເພີ່ມຂື້ນຈາກປີຜ່ານມາທີ່ມີພຽງ 171 ຫ້ອງວາງສະແດງ ແລະ 117 ບໍລິສັດ. ລວມມູນຄ່າຜະລິດຕະພັນທັງໝົດທີ່ເຂົ້າຮ່ວມມາວາງສະແດງໃນປີນີ້ແມ່ນຫລາຍກ່ວາ 13 ຕືື້ກີບ.

ຜະລິດຕະພັນຕົ້ນຕໍທີ່ນໍາມາວາງສະແດງໃນຄັ້ງນີ້ລວມມີຈາກຫຼາຍຫຼາຍຂະແໜງການເຊັ່ນ:

  • ຫັດຖະກຳແຜ່ນແພ
  • ເຄື່ອງປະດັບ
  • ໄມ້ແກະສະຫຼັກ
  • ເຟີນີເຈີ້
  • ກະສິກຳ
  • ອຸດສາຫະກຳ
  • ເຄື່ອງດື່ມ ແລະ ອາຫານ
  • ຮູບພາບ ສິນລະປະ ວັດທະນາທຳ
  • ທະນາຄານ
  • ອະສັງຫາ
  • ການບໍລິການ ແລະ ອື່ນໆ

ຄຽງຄູ່ກັບການຈັດງານວາງສະແດງໃນຄັ້ງນີ້, ຍັງມີການສະແດງສິນລະປະ, ກິດຈະກຳ ແຈກແຖມຂອງຂວັນຕ່າງໆ ແລະ ຍັງມິກິດຈະກຳສຳມະນາໃນຫົວຂໍ້ຕ່າງໆ ເພື່ອມາໃຫ້ຄວາມຮູ້ ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເຊັ່ນ:

  • ການນໍາສະເໜີແຜນຍຸດທະສາດ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
  • ການເຂົ້າຫາແຫຼ່ງທຶນ,ຕະຫຼາດ ແລະ E-Commerce
  • ການສຳມະນາ ສຳຫຼັບຄົນຮຸ້ນໃໝ່ທີ່ສົນໃຈເຮັດທຸລະກິດ
  • ການສຳມະນາກ່ຽວກັບທັກສະອາຊີບທີ່ຕ້ອງການຈາກຜູ້ໃຊ້ແຮງງານ
  • ກອງປະຊຸມສຳມະນາ ການປັບຕົວຈາກຜົນກະທົບ COVID ຂະແໜງກະສິກຳ
  • ເວທີສົນທະນາຄວາມຕ້ອງການຂອງຜູ້ຊົມໃຊ້ຕໍ່ຜະລິດຕະພັນລາວ
  • ການສົ່ງເສີມລາວ ທ່ຽວ ລາວ
  • ແລະ ອື່ນໆ

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ນຳສະເໜີແຜນຍຸດທະສາດ 6 ເສົາຄໍ້າ ຂອງ ສຄອຊ ໂດຍຫຍໍ້ ເຊິ່ງ ວຽກງານສົ່ງເສີມຜະລິດຕະພັນລາວ ແມ່ນໜື່ງໃນຫົກເສົາຄໍ້າຍຸດທະສາດ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ແມ່ນໜ້າວຽກໜື່ງທີ່ມີຄວາມໝາຍຄວາມສຳຄັນ ໃນການສ້າງວຽກເຮັດງານທຳ, ສົ່ງເສີມພັດທະນາຜະລິດຕະພັນລາວ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ແລະ ເປັນການສ້າງຄວາມພາກພູມໃຈຕໍ່ສິນຄ້າ-ຜະລິດຕະພັນທີ່ຜະລິດໃນລາວ, ແລະ ທ່ານ ອຸເດດ ສຸວັນນະວົງ ກໍ່ໄດ້ເປີດງານຜະລິດຕະພັນລາວ 2020 (Made in Laos 2020) ຂື້ນ ຢ່າງເປັນທາງການ.

See more pictures: https://www.facebook.com/media/set/?vanity=LNCCI&set=a.1048984645568717

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword