ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2023 (Made In Laos 2023)

ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2023 (Made In Laos 2023)

ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2023 (Made In Laos 2023),ວັນທີ 30 ມັງກອນ 2023, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສຄອຊ ,
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໃຫ້ກຽດເປັນປະທານໃນພິທີ ຮ່ວມກັບ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົງເສີມການຄ້າ,ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ນາງ ມາລາ ຈັນທະລາມ ຫົວໜ້າຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຈຳປາສັກ,ທ່ານ ສິດທິໄຊ ເກດຕະວົງ, ຜູ້ອຳນວຍການຝ່າຍກິດຈະກໍາເພື່ອ ສັງຄົມ ແລະ ບໍລິຫານ ບໍລິສັດເບຍລາວ, ທ່ານ ນາງ ຈັນຖະດອມ ເມກສະຫັວນ, ຜູ້ອໍານວຍການ ຝ່າຍບັນຊີ-ການເງີນ ບໍລິສັດປີໂຕຣລ້ຽມເທຣດດີງລາວ ມະຫາຊົນ ແລະ ທ່ານ ນາງ ຄຳພາ ຄຳບຸນເຮືອງ, ຮອງອຳນວຍການໃຫຍ່ ຝ່າຍການຄ້າ, ບໍລິສັດ ລາວເວີນ ມະຫາຊົນ.
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ຜູ້ຊີ້ນໍາວຽກງານວາງສະແດງ ໄດ້ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ຈໍາປາສັກ ແລະ ສຄອ ແຂວງທົ່ວປະເທດ ຈະໄດ້ຈັດ ງານ ຜະລິດຕະພັນລາວ ປະຈໍາປິ 2023 (Made in Laos 2023 ) ເຊີ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 10– 19 ກຸມພາ 2023 (10 ວັນ) ທີ່ສູນວາງສະແດງສິນຄ້າລາວ – ໄອເຕັກ.
ງານວາງສະແດງຜະລິດຕະພັນລາວໄດ້ຈັດຂື້ນຄັ້ງທຳອິດ ໃນປີ 2011 ຈົນເຖິງປັດຈຸບັນ, ແລະ ປີນີ້ ສຄອ ແຂວງ ຈຳປາສັກ ເປັນເຈົ້າພາບຮ່ວມຫຼັກໃນການຈັດງານ, ເຊິ່ງສຄອ ແຂວງ ຈຳປາສັກ ຈະໄດ້ມີການອອກແບບຕົບແຕ່ງ Booth pavilion ເປັນພິເສດ ແລະ ສວຍງາມເພື່ອສື່ໃຫ້ເຫັນ ວິທີຊີວິດການເປັນຢູ່, ຮີດຄອງປະເພນີ, ວັດທະນະທຳທີ່ສວຍງາມ ແລະ ບັນດາແຫລ່ງທ່ອງທ່ຽວຕ່າງໆ ທາງດ້ານ ວັດທະນະທຳ ແລະ ທຳມະຊາດ ທີ່ຕິດພັນກັບການດຳລົງຊີວິດ ຂອງຊາວ ແຂວງຈຳປາສັກ ນອກຈາກນັ້ນຍັງໄດ້ເຫັນເຖິງການຂະຫຍາຍຕົວທາງດ້ານເສດກິດ ບໍ່ວ່າຈະເປັນເຂດເສດຖະກິດພິເສດ ແລະ ສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ແລະ ສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ ຈຳປາສັກ.
ງານວາງສະແດງໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກຄູ່ຮ່ວມຍຸດທະສາດ ຈາກ 2 ບໍລິສັດຄື: ບໍລິສັດ ປີໂຕຣລ້ຽມເທຣດດີງລາວ ມະຫາຊົນ ແລະ ບໍລິສັດ ເບຍລາວ, ນອກຈາກນັ້ນກໍ່ມີ ບັນດາບໍລິສັດ ແລະ ໂຄງການ ທີ່ໃຫ້ການສະໜັບສະໜູນ ງານອີກດ້ວຍ
ຈຸດປະສົງຫຼັກໃນການຈັດງານໃນປີນີ້ ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານໍາໃຊ້ຜະລິດຕະພັນລາວໃຫ້ຫຼາຍຂື້ນ ພ້ອມດຽວກັນນັ້ນກໍ່ເປັນການປຸກລະດົມຂົນຂວາຍເພີ່ມທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້, ອີກທັງເພື່ອສົ່ງເສີມການຜະລິດຂະໜາດນ້ອຍ ໃຫ້ກ້າວສູ່ຂະໜາດກາງ ແລະ ໃຫ້ກາຍເປັນຂະໜາດໃຫ່ຍ ໃຫ້ກາຍເປັນອຸດສາຫະກຳການຜະລິດທາງດ້ານປະລິມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພຽບພ້ອມແຂ່ງຂັນຈຳໜ່າຍຕະຫລາດພາຍໃນແລະສົ່ງອອກສູ່ສາກົນໄດ້, ພ້ອມດຽວກັນນີ້,ການຈັດງານໃນຄັ້ງນີ້ ຍັງຈະເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ໆ ແລະ ຕ້ອງການເປີດຕົວສິນຄ້າ ແລະ ບໍລິການໃໝ່ໆຂອງບໍລິສັດ ໃຫ້ບັນດາແຂກທີ່ມາຊົມງານທັງພາຍໃນ ແລະ ສາກົນໄດ້ຮັບຊາບ, ອີກທັງຍັງເປັນການແລກປ່ຽນຄວາມຮູ້, ເຕັກນີກດ້ານວິຊາການ, ວິທີການຜະລິດ ເພື່ອນຳມາພັດທະນາການຜະລິດສິນຄ້າຂອງຕົນ. ພ້ອມທັງເປັນການໂຄສະນາຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ-ວັດທະນະທຳ, ການຄ້າ-ການລົງທືນ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກ ຂອງແຂວງທີ່ເປັນເຈົ້າພາບຮ່ວມຈັດງານ ຕະຫຼອດເຖີງທຸກແຂວງທີ່ເຂົ້າຮ່ວມງານໃນຄັ້ງນີ້ອີກດ້ວຍ.
ງານວາງສະແດງໃນຄັ້ງນີ້ ມີຫຼາກຫຼາຍຜະລິດຕະພັນ, ທີ່ຜະລິດ ແລະ ປະກອບ ຢູ່ ສປປ ລາວ, ເຂົ້າຮ່ວມຫຼາຍກ່ວາ 200 ຫ້ອງວາງສະແດງ ຈາກຫລາຍກ່ວາ 130 ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ, ແລະ ມີຫຼາກຫຼາຍຂະແໜງການເຊັ່ນ:
1. ຂະແໜງ ຜະລິດຕະພັນ ສິນຄ້າໜື່ງເມືອງໜືງຜະລິດຕະພັນ (ໂອດັອບ)
2. ຂະແໜງ ຜະລິດຕະພັນ ເມດອີນລາວ
3. ຂະແໜງ ຜະລິດຕະພັນ ຫັດຖະກຳ
4. ຂະແໜງ ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ
5. ຂະແໜງ ຜະລິດຕະພັນອຸດສາຫະກໍາ
6. ຂະແໜງ ຜະລິດຕະພັນ ໄອທີ, ຂົນສົ່ງ, ທະນາຄານ ແລະ ການບໍລິການ
7. ຂະແໜງ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ
8. ຂະແຫນງ ຜະລິດຕະພັນ ເຟິນິເຈີ
9. ຂະແໜງ ຜະລິດຕະພັນ ກະສິກໍາ
ພິເສດ ປີນີ້ບັນດາທ່ານ ຍັງຈະໄດ້ພົບກັບສິນຄ້າຫລາກຫລາຍຈາກ 3 ປະເທດ ທີ່ມາລົງທືນໃນ ສປປ ລາວ ໃນອັນດັບຕົ້ນໆຄື: ສປຈີນ, ລາຊາອານາຈັກໄທ ແລະ ສ ສ.ຫວຽດນາມ (ອີງຕາມແຫລ່ງຂໍ້ມູນຈາກ: ບົດນໍາສະເຫນີກ່ຽວກັບໂອກາດໃນການລົງທຶນ ໃນ ສປປ ລາວ, ກົມສົ່ງເສີມການລົງທຶນ ກະຊວງແຜນການແລະການລົງທຶນ ປີ 2022 ) ເຊີ່ງປີນີເປັນປີທຳອິດທີ່ ສຄອຊ ໄດ້ເຊີນນັກລົງທືນ 3 ປະເທດ ເຂົ້າຮ່ວມງານໃນຄັ້ງນີ້.
ນອກຈາກນີ້,ພາຍໃນງານມີຫຼາກຫລາຍກິດຈະກໍາເຊັ່ນ : ການວາງສະແດງສິນຄ້າ, ງານປະຊຸມສຳມະນາຕ່າງໆ ໃຫ້ຄວາມຮູ້, ງານພົບປະທຸລະກິດ, ກິດຈະກຳແຈກຂອງລາງວັນ ແລະ ກິດຈະກຳບັນເທີງອື່ນໆ ຕະຫລອດໄລຍະການຈັດງານ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword