ພິທີເປີດງານວາງສະແດງ ຜະລິດຕະພັນລາວ 2019

ພິທີເປີດງານວາງສະແດງ ຜະລິດຕະພັນລາວ 2019

ໃນວັນທີ 22 ກໍລະກົດ 2019 ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໄດ້ມີ ພິທີເປີດງານວາງສະແດງ ຜະລິດຕະພັນລາວ 2019 ຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານເປີດງານຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.

ງານ​ງານວາງສະແດງ ຜະລິດຕະພັນລາວ 2019 (Made in Laos 2019) ໃນ​ຄັ້ງ​ນີ້​ກໍ່ຄື​ດັ່ງ​ທຸກ​ຄັ້ງ​ຂອງ​ການຈັດ​ງານ, ​ເຊິ່ງໄດ້ສືບ​ຕໍ່ລະດົມຂົນຂວາຍຜູ້ປະກອບ​ການ, ຜູ້ຜະລິດສິນຄ້າໃນທຸກຂະ​ແໜງ​ໃນທົ່ວປະເທດ ເພື່ອນຳເອົາຜະລິດຕະພັນທີ່ເປັນ​ເອກະລັກ​ຂອງ ​ແຕ່ລະ​ແຂວງມາວາງສະແດງ, ໂຄສະນາ ແລະ ຈຳໜ່າຍເພື່ອແນໃສ່ຍົກລະດັບການຜະລິດ – ການຈໍາໜ່າຍ ພາຍໃນ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ​, ມີ​ຄຸນ​ນະພາ​ບ,ໄດ້​ມາດຕະຖານ​ ​ແລະກ້າວຂື້ນສູ່ລະດັບ ສາກົນ ແລະ ເປັນການສ້າງຄວາມພາກພູມໃຈຕໍ່ສິນຄ້າ-ຜະລິດຕະພັນທີ່​ຜະລິດ​ໃນລາວ ​ແລະ ກໍ່ແມ່ນ​ກິດຈະກຳ​ໜື່ງ​ຂອງ​ພາກ​ທຸລະ​ກິດ ເພື່ອ​ສະໜັບສະໜູນ ປີທ່ອງ​ທ່ຽວ​ລາວ – ຈີນ ​ໃນ​ການ​ດືງດູດ​ນັກ​ທ່ອງ​ທ່ຽວ ​ແລະ ນັກ​ລົງທຶນ ​ເຂົ້າ​ມາລາ​ວ​ໃຫ້​ນັບ​ມື້​ນັບຫຼາຍ​ຂື້ນ. ເຊິ່ງງານ​ໄດ້ເລີ່ມ​ໃຫ້​ວາງສະ​ແດງ​ ແລະ​ຈຳ ​ໜ່າຍ​ສິນຄ້າແຕ່ວັນທີ 20/07/2019 ເປັນຕົ້ນມາ ແລະ ດຳເນີດການເປັນເວລາ 9ວັນ ເລີ່ມແຕ່ວັນທີ 20-28 ກໍລະກົດ 2019 ທີ່ ສູນການຄ້າລາວ-ໄອເຕັກ(ຕຶກເກົ່າ).

ທ່ານ ນາງ ຈັນທະຈອນ ວົງໄຊ,​ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ລາຍງານສະພາບການຂອງງານ ແລະ ໄດ້ກ່າວວ່າ: “ຂ້າພະເຈົ້າຕີລາຄາສູງ ແລະ ເຊື່ອໝັ້ນວ່າງານໃນຄັ້ງນີ້ຈະເປັນນິມິດໝາຍອັນສຳຄັນອີກ ບາດກ້າວໜື່ງໃນການປະກອບສ່ວນສົ່ງເສີມການ​ຂະ​ຫຍາ​ຍຕົວ​ຂອງ​ເສດຖະກິດ​ຂອງ ສປປ ລາວ ​ໂດຍ​ສະ​ເພາະ​ແມ່ນການຮ່ວມມື ທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ​ທຸລະ​ກິດ​ດ້ວຍ​ກັນ ​ແລະ ເປັນການສົ່ງເສີມຜະລິດຕະພັນລາວໃຫ້ມີການພັດທະນາຂື້ນເລື້ອຍໆ ທາງດ້ານຄຸນນະພາບ ໃຫ້ທຽບເທົ່າສາກົນເທື່ອລະກ້າວ ແລະ ສາມາດຕໍ່ຍອດຜະລິດຕະພັນໃຫ້ສາມາດສົ່ງອອກຕະຫລາດສາກົນ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ປະກອບສ່ວນ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໃຫ້​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ”.

ໃນປີນີ້ ສາມາດ​ລະດົມ​ໄດ້​ທັງ​ໝົດ 171 ຫ້ອງ ຈາກ 117 ບໍລິສັດ ເຂົ້າຮ່ວມ ​ເຊິ່ງມາ​ຈາກ 17ແຂວງ ( ມີ​ພຽງ​ແຕ່ແຂວງ ເຊກອງ ທີ່ບໍ່ໄດ້ເຂົ້າຮ່ວມ). ງານວາງສະແດງໃນປີນີ້ ເຫັນວ່າມີຜູ້ປະກອບການມີຄວາມສົນໃຈ ແລະ ເຂົ້າຮ່ວມງານຫລາຍຂື້ນຖ້າທຽບໃສ່ປີຜ່ານມາ​ເຖິງ​ວ່າ​ຈຳນວນ​ຫ້ອງ​ວາງສະ​ແດງ​ຈະ​ຫຼຸດ​ລົງ, ຈາກ 180 ຫ້ອງ ມາ​ເປັນ 172 ຫ້ອງ ​ແຕ່ ຈຳນວນ​ບໍລິສັດ, ຜູ້​ປະກອບ​ການ​ແມ່ນ ມີ​ຈຳນວນ​ເພິ່ມຂື້ນຈາກ 115 ບໍລິສັດ ມາ​​ເປັນ 117 ບໍລິສັດ. ພ້ອມດຽວກັນນີ້ຂະແໜງຜະລິດພັນທີ່ເຂົ້າຮ່ວມກໍ່ມີຄວາມຫຼາກຫຼາຍກ່ວາຄັ້ງຜ່ານມາເຊັ່ນ: ຜົນງານຮູບເງົາລາວ, ຜະລິດຕະພັນທໍ່ນໍ້າລາວ, ເກີບ, ການບໍລິການການຂົນສົ່ງ, ອາຫານ ແລະ ເຄື່ອງດື່ມຕ່າງໆ.​ ເຖິງ​ວ່າຕົວ​ເລກ​ຈະ​ເພິ່ມຂື້ນ​ຈຳນວນ​ບໍ່ຫຼາຍ,​ ແຕ່​ກໍ່ຖືວ່າໃນປີນີ້ແມ່ນພັດທະນາກ່ວາປີກາຍໃນລະດັບໜື່ງ. ທັງ​ນີ້ກໍ່ຍ້ອນໄດ້ຮັບການຊີ້​ນໍາ​ຢ່າງ​ໃກ້​ສິດ​ຈາກ​ລັດຖະບານ, ​​ໂດຍ​ສະ​ເພາະ ​ກະຊວງ​ອຸ​ດສາ​ຫະກຳ ​ແລະ ການ​ຄ້າ,​ ພ້ອມ​ດຽວ​ກັນ​ນັ້ນ ​ກໍ່​ຍ້ອນການເປັນເຈົ້າການຮ່ວມກັນ ຂອງ ສຄອ ແຂວງ, ສາມາຄົມ, ກຸ່ມ ທຸະກິດ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນຕ່າງໆ ເຮັດໃຫ້ສາມາດ ລະດົມທຸລະກິດເຂົ້າຮ່ວມ ໄດ້ ຕາມເປົ້າໝາຍ, ຜະລິດຕະພັນຕົ້ນຕໍທີ່ນໍາມາວາງສະແດງລວມມີ:

  • ຜະລິດຕະພັນທີ່ເດັ່ນຈາກ17 ​ແຂວງ ​ລວມມີ: ຊາ​ຜົ້ງ​ສາລີ, ຜ້າ​ຝ້າຍ​ບໍ່​ແກ້ວ, ຫັດຖະກໍາ ອຸດົມໄຊ, ສິ້ນ​ຊໍາ​ເໜືອ, ຫັດຖະກຳ​ຫຼວງ​ພະ​ບາງ, ​ເຂົ້າ​ໄກ່​ນ້ອຍ​ຊຽງ​ຂວາງ, ຫວາຍ​ແຂວງ​ວຽງ​ຈັນ, ໝໍ້ແປງ ບໍລິ​ຄຳ​​​ໄຊ, ເສັ້ນລ້ອນໄຊສົມບູນ, ກາ​ເຟປາກ​ຊ່ອງ, ໄມ້ແກະສະຫຼັກອັດຕະປື ​ແລະ ສິນຄ້າ​ເອກະລັກ​ອື່ນ​ໆ ຂອງແຕ່ລະແຂວງ​ເຊິ່ງ​ໄດ້​ຄັດ​ຈ້ອນ​ມາ​ວາງສະ​ແດງ​ໃນ​ງານ​ຄັ້ງ​ນີ້. ສິນຄ້າຕົ້ນຕໍລວມມີ:
  • ຜະລິດຕະພັນຫັດຖະກຳ
  • ​ເຄື່ອງ​ປະດັບ
  • ເຂົ້າ, ຊາ, ກາເຟ
  • ຜະລິດຕະພັນອາຫານ, ເຄື່ອງດື່ມ
  • ຜະລິດຕະພັນ​ໄມ້​ແປ​ຮູບ, ​​ເຟີ​ນີ​ເຈີ້​ໄມ້, ​ເຄື່ອງ​ຕົບ​ແຕ່ງ​ທີ່​ຜະລິດ​ຈາກ​ໄມ້
  • ຜະລິດຕະພັນຮູບ​ເງົາ​ຂອງ​ລາວ
  • ການບໍລິການການຄ້າ, ການທະນາຄານ, ຂົນສົ່ງ, ​ອະສັງຫາ
  • ໃນໂອກາດປີທ່ອງທ່ຽວລາວຈີນ ຍັງໄດ້ເຊື້ອເຊີນທຸລະກິດຈີນເຂົ້າຮ່ວມວາງສະແດງເຊັ່ນເຫຼົ້າເໝົາຖາຍ, ແລະ ຍັງມີຫົວໜ່ວຍທຸລະກິດຈາກປະເທດໄທຈໍານວນໜື່ງເຂົ້າຮ່ວມ.

ຄຽງ​ຄູ່​ກັບ​ການຈັດ​ງານ​ວາງສະ​ແດງ​​ໃນ​ຄັ້ງ​ນີ້, ຍັງ​ຈະໄດ້ເຊື້ອເຊີນຄະນະສິນລະປະມາສະແດງ ແລະ ຈະ​ມີ​ງານ​ຟີຣມິນິຄອນ​ເສີດ​ ເຊິ່ງ​ໄດ້​ເຊື້ອ​ເຊີນ​ນັກ​ຮ້ອງ​ລາວ​ຈາກ​ຄ້າຍ​ເພັງ​ຕ່າງໆທີ່​ມີ​ຊື່​ສຽງ​​ ​ແລະ ຍັງ​ມິ​ກິດຈະກຳ​ສຳ​ມະ​ນາ​ໃນ​ຫົວ​ຂໍ້​ຕ່າງໆ​ເຊັ່ນ:

  • ສຳມະນາເລື້ອງສຸກຂະພາບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ ໃນວັນທີ 24 ກໍລະກົດ 2019, ທີ່ເວທີກາງ ສູນວາງສະແດງສິນຄ້າແຫ່ງນີ້
  • ກອງ​ປະຊຸມ​ສຳ​ມະ​ນາ​ ການ​ກະກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງສິນຄ້າຢູ່ຕ່າງປະເທດ ສຳລັບວິຫະກິດຂະໜາດນ້ອຍ ແລະ ກາງ ຂອງລາວ ຈັດຂື້ນໃນວັນທີ 25 ກໍລະກົດ 2019, ທີ່ສູນການຄ້າລາວ-ໄອເຕັກແຫ່ງນີ້
  • ກອງປະຊຸມ ພົບປະທຸລະກິດ ( ສະມາຊິກ ສຄອຊ ) ໃນວັນທີ 26 ກໍລະກົດ 2019 ທີ່ ສູນການຄ້າລາວ-ໄອເຕັກ
  • ການນຳສະເໜີ ກ່ຽວກັບຜະລິດຕະພັນ, ການບໍລິການທີ່ທັນສະໄໝ ແລະ ເງື່ອນໄຂການເຂົ້າຫາແຫ່ລງທືນຂອງ ທະນາຄານ ພັດທະນາລາວ ເຊິ່ງຈັດຂື້ນໃນວັນທີ 27 ກໍລະກົດ 2019 ທີ່ສູນການຄ້າລາວ-ໄອເຕັກ ​ ​ແລະ ອື່ນໆ

​          ໃນ​ການຈັດກອງ​ປະຊຸມ​ສຳ​ມະ​ນາ​ ແມ່ນ​ໄດ້​ເຊື້ອ​ເຊີນ​ຜູ້​ບັນຍາຍ​ທີ່​ມີ​ປະສົບ​ການ, ​ ​​ແລະ ​ໄດ້​ເຊື້ອ​ເຊີນ​ຜູ້​​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ, ຜູ້ປະກອບ​ການ ເພື່ອມາຮັບຟັງແລະແລກປ່ຽນບົດຮຽນເຊິ່ງກັນແລະກັນ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword