ພິທີເປີດງານຜະລິດຕະພັນລາວ 2022 (Made in Laos 2022) ຢ່າງເປັນທາງການ

ພິທີເປີດງານຜະລິດຕະພັນລາວ 2022 (Made in Laos 2022) ຢ່າງເປັນທາງການ

ໃນຕອນບ່າຍຂອງວັນທີ 23 ກຸມພາ 2022 ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ(ຕຶກເກົ່າ) ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດພິທີເປີດ ງານຜະລິດຕະພັນລາວ 2022 (Made in Laos 2022) ຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປີດງານ ຂອງ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ງານຜະລິດຕະພັນລາວ ແມ່ນ ໄດ້ຈັດຂື້ນເກືອບທຸກໆປີ ໂດຍຄັ້ງທໍາອິດໄດ້ຈັດຂື້ນໃນປີ 2011 ເຊິ່ງໄດ້ຮັບການສະໜັບສະໜູນແລະຊີ້ນໍາຢ່າງໃກ້ສິດຈາກ ລັດຖະບານ ໂດຍສະເພາະແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງຫລັກຂອງການຈັດງານແມ່ນ ເພື່ອເປັນການສ້າງກິດຈະກຳຂອງພາກທຸລະກິດ ໃນການສ້າງເວທີເພື່ອເປັນການໂຄສະນາສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ, ເພື່ອເອື້ອອໍານວຍ ສົ່ງເສີມໃຫ້ແກ່ຜູ້ປະກອບການທີ່ເຮັດການຜະລິດທັງພາຍໃນ ແລະ ຕ່າງປະເທດ ລົງທຶນ ໃນ ສປປ ລາວ ໂດຍສະເພາະການນໍາໃຊ້ກາຫມາຍ Made in Laos  ແລະ ການສ້າງຍີ່ຫໍ້ສິນຄ້າທີ່ຜະລິດໃນລາວທີ່ມີມາດຕະຖານ ແລະ ຄຸນນະພາບໃຫ້ນັບມື້ນັບຫຼາຍຂື້ນ, ສ້າງມູນຄ່າເພີ່ມຂອງສິນຄ້າ, ​ສົ່ງເສີມການສ້າງວຽກເຮັດງານທໍາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ນັບມື້ນັບດີຂຶ້ນ, ແລະ ເປັນກໍາລັງແຮງໜື່ງຈາກພາກທຸລະກິດປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂື້ນໄປເລື້ອຍໆ.

ອີງຕາມແຜນຍຸດທະສາດ  5 ປີ 2021-2025 ການພັດທະນາພາກທຸລະກິດຂອງ ສຄອຊ,  ໃນນັ້ນວຽກງານສົ່ງເສີມຜະລິດຕະພັນລາວ ແມ່ນໜື່ງໃນຫົກເສົາຄໍ້າຍຸດທະສາດ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ແມ່ນໜ້າວຽກໜື່ງທີ່ມີຄວາມໝາຍຄວາມສຳຄັນເພື່ອສົ່ງເສີມພັດທະນາຜະລິດຕະພັນລາວ ໃຫ້ໄດ້ທັງປະລິມານ,​ ມີມາດຕະຖານ ແລະ ຄຸນນະພາບ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ແລະ ເພື່ອເປັນການທົດແທນການນໍາເຂົ້າ, ພ້ອມດຽວກັນນັ້ນກໍ່ເພື່ອເປັນການສ້າງຄວາມພາກພູມໃຈຕໍ່ສິນຄ້າ-ຜະລິດຕະພັນທີ່ຜະລິດໃນລາວ ໃຫ້ສັງຄົມໄດ້ຮັບຮູ້ຕໍ່ກັບຜະລີດສິນຄ້າຂອງຄົນລາວເຮົາ.

ງານຜະລິດຕະພັນລາວ ຄັ້ງທີ 9 ນີ້ ຫຼືວ່າ Made In Laos 2022 ນີ້.  ສຄອຊ ໄດ້ເຊີນ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ ເປັນຄູ່ຮ່ວມຫລັກໃນການວາງສະແດງສິນຄ້າ ແລະ ການທ່ອງທ່ຽວ, ບັນດາສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ກຸ່ມສະມາຄົມທຸລະກິດ ທີ່ຂຶ້ນກັບ ສຄອຊ, ເຊິ່ງທາງ ສຄອ ແຂວງຫລວງພະບາງ ໄດ້ມີການຕົບແຕ່ງພິເສດທີ່ເປັນເອກະລັກ ເພື່ອສະແດງຜົນງານທີ່ໂດນເດັ່ນພາຍໃນແຂວງໂດຍສະເພາະແມ່ນການທ່ອງທ່ຽວຂອງເມືອງມໍລະດົກໂລກທີ່ເປັນທີ່ເອກອ້າງຂອງ ສປປ ລາວ. ງານຜະລິດຕະພັນລາວ 2022 ໄດ້ເລີ່ມເປີດໃຫ້ເຂົ້າຊົມ ແລະ ພົວພັນຈັບຈອງສິນຄ້າຕັ້ງແຕ່ວັນທີ 19 ກຸມພາ 2022  ເປັນຕົ້ນມາ ແລະ ຈະປິດໃນ ວັນທີ 28 ກຸມພາ 2022 ລວມທັງໝົດ 10 ວັນ. ແລະ ໄດ້ເຮັດພິທີເປີດຢ່າງເປັນທາງການໃນມື້ນີ້, ເຊິ່ງງານຄັ້ງນີ້ ສາມາດຈັດຂື້ນໄດ້ ກໍ່ຍ້ອນການຮ່ວມແຮງຮ່ວມໃຈລະຫວ່າງຜູ້ປະກອບການໃນທົ່ວປະເທດ ແລະ ຂາດບໍ່ໄດ້ກໍ່ຄືຜູ້ສະໜັບສະໜູນຈາກຫຼາຍຫົວໜ່ວຍທຸລະກິດ ໂດຍສະເພາະແມ່ນຄູ່ຮ່ວມຍຸດທະສາດຫຼັກໃນການຈັດງານກໍ່ຄື ບໍລິສັດເບຍລາວ ຈຳກັດ ແລະ ບໍລິສັດ ປີໂຕລຽມເທຣດດິ້ງລາວ ມະຫາຊົນ ທີ່ໄດ້ສືບຕໍ່ເປັນຄູ່ຮ່ວມຍຸດທະສາດໃຫ້ການສະໜັບສະໜູນຫຼັກທາງດ້ານງົບປະມານ, ພ້ອມດຽວກັນນັ້ນກໍ່ໄດ້ຮັບການສະໜັບສະໜູນອຳນວຍຄວາມສະດວກທາງດ້ານສະຖານທີ່ຈາກ ສູນການຄ້າ ລາວໄອເຕັກ ແລະ ຍັງມີຫຼາຍພາກສ່ວນທີ່ໃຫ້ການສະໜັບສະໜູນໃນການຈັດງານໃນຄັ້ງນີ້.

ການແຜ່ລະບາດຂອງເຊື້ອພະຍາດ COVID 19 ເຊີ່ງເປັນໄລຍະເວລາ 2 ປິກ່ວາ ໄດ້ສົ່ງຜົນກະທົບທົ່ວທຸກຂະແຫນງການ ແລະ ສ້າງຄວາມຫຍູ້ງຍາກ/ສີ່ງທ້າທາຍຫລາຍປະການໃຫ້ແກ່ພາກທຸລະກິດແຕ່ເຖິງຢ່າງໃດກໍ່ຕາມ, ອີງຕາມນະໂຍບາຍຂອງລັດຖະບານໃນການປ້ອງກັນສະກັດກັ້ນການແຜ່ລະບາດ ແລະ ການຟື້ນຟູເສດຖະກິດ, ເຮັດໃຫ້ການດໍາເນີນທຸລະກິດໄດ້ມີການປັບປຸງໃຫ້ດີຂື້ນໃນແຕ່ລະໄລຍະ, ງານຄັ້ງນີ້ກໍ່ປາດສະຈາກບໍ່ໄດ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດດັ່ງກ່າວ ເຮັດໃຫ້ຫຼາຍຫົວໜ່ວຍທຸລະກິດບໍ່ສາມາດເຂົ້າຮ່ວມໄດ້ໂດຍສະເພາະແມ່ນຂະແໜງອຸດສາຫະກຳ ແລະ ອື່ນໆ. ຈາກການຮ່ວມແຮງຮ່ວມໃຈຂອງພາກທຸລະກິດ, ງານໃນຄັ້ງນີ້ມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມລວມໝົດມີ 127 ບໍລິສັດ ຈາກ 17 ແຂວງແລະ ມີທັງໝົດ 201 ຫ້ອງວາງສະແດງ.

ຜະລິດຕະພັນຕົ້ນຕໍທີ່ນໍາມາວາງສະແດງໃນຄັ້ງນີ້ລວມມີຈາກຫຼາຍຫຼາຍຂະແໜງການເຊັ່ນ:

  • ຫັດຖະກຳແຜ່ນແພ, ເຄື່ອງປະດັບ, ໄມ້ແກະສະຫຼັກ, ເຟີນີເຈີ້, ກະສິກຳ, ອຸດສາຫະກຳ, ອຸດສາຫະກໍາປຸງແຕ່ງ, ເຄື່ອງດື່ມແລະອາຫານ, ຮູບພາບ ສິນລະປະ ວັດທະນາທຳ, ການບໍລິການ ແລະ ອື່ນໆ
  • ສິນຄ້າທີ່ເປັນຍີ່ຫໍ້ທີ່ມີຊື່ສຽງເຂົ້າຮ່ວມວາງສະແດງໃນຄັ້ງນີ້ນອກຈາກ ເບຍລາວ, ກາເຟສີນຸກ, ກາເຟດາວ, ຍັງມີສິນຄ້າທີ່ໂດດເດັ່ນຈາກແຕ່ລະແຂວງເຊັ່ນ: ຫັດຖະກຳແຜ່ນແຜ່ຂອງແຕ່ລະແຂວງ, ເບຍຫຼວງພະບາງ, ຫມາກຂາມປ້ອມອົບແຫ້ງແກ້ວສະຫວັນ, ເຫລົ້າບາກາ, ຊາບູຮານຜົ້ງສາລີ, ນໍ້າມັນງາໄຊຍາມອນອຸດົມໄຊ, ວາຍຫມາກເລີ້ງ, ເຂົ້າໄກ່ນ້ອຍຊຽງຂວາງ, ຜະລິດຕະພັນຍີ່ຫໍ້ຍອດຊໍາ ແຂວງຊໍາເໜືອ, ຜະລິດຕະພັນຍີ່ຫໍ້ ອີ່ຫຼີ, ຍີ່ຫໍ້ບ້ານບ້ານ, ຫັດຖະກຳໄມ້ປູກ, ເຂົ້າຍີ່ຫໍ້ສາຍບົວແຂວງຄໍາມ່ວນ,  ຫັດຖະກຳຫວາຍແຂວງວຽງຈັນ, ໝໍ້ແປງໄຟຟ້າ ແຂວງ ບໍລິຄຳໄຊ, ເຫຼົ້າເກດສະໜາ ແຂວງຈຳປາສັກ, ຜະລິດຕະພັນໜື່ງເມືອງ ໜື່ງຜະລິດຕະພັນ, ພ້ອມທັງບັນດາຜະລິດຕະພັນໃຫມ່ໆທີ່ພາກລັດ ແລະ ອົງການຈັດຕັ້ງສາກົນສົ່ງເສີມ, ບໍລິສັດສົ່ງເສີມການຂາຍ ແລະ ອື່ນໆ

ຄຽງຄູ່ກັບການຈັດງານວາງສະແດງໃນຄັ້ງນີ້, ຍັງມີການສະແດງສິນລະປະ, ແລະ ຍັງມິກິດຈະກຳສຳມະນາໃນຫົວຂໍ້ຕ່າງໆເພື່ອມາໃຫ້ຄວາມຮູ້ ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເຊັ່ນ: ການສໍາມະນາກ່ຽວກັບການຊຸກຍຸ້ສົ່ງເສີມວຽກງານມາດຕະຖານຕໍ່ກັບຜະລິດຕະພັນລາວ, ຄວາມຮຸ້ພຶ້ນຖານກ່ຽວກັບກົນໄກ່ກອງປະຊຸມທຸລະກິດລາວ (Lao Business Forum), ເວທີສົນທະນາການນໍາໃຊ້ດີຈີຕໍໃນການສົ່ງເສີມ ແລະ ຊື້/ຂາຍຜະລິດຕະພັນ ເວທີສົນທະນາການທ່ຽວແບບມີຄວາມຮັບຜິດຊອບ, ທ່ຽວແບບໃສ່ໃຈ ແລະ ສີ່ງແວດລ້ອມ ແລະ ອື່ນໆ

See more photo: https://www.facebook.com/media/set/?vanity=LNCCI&set=a.1315681192232393

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword