ກອງປະຊຸມພົບປະລະຫວ່າງກົມພາສີ ກະຊວງການເງິນ ແລະ ພາກທຸລະກິດ

ກອງປະຊຸມພົບປະລະຫວ່າງກົມພາສີ ກະຊວງການເງິນ ແລະ ພາກທຸລະກິດ

ກອງປະຊຸມພົບປະລະຫວ່າງກົມພາສີ ກະຊວງການເງິນ ແລະ ພາກທຸລະກິດ, ໃນວັນທີ 27 ມັງກອນ 2023, ທີ່ ຫ້ອງປະຊຸມ ສູນຝຶກອົບຮົມຮ່ວມມືສາກົນລາວ-ຍີ່ປຸ່ນ ( ICTC Lao-Japan )

ສະພາການຄ້າ ແລະ ອຸດສະຫາກໍາ ແຫ່ງຊາດລາວ ຮ່ວມກັບ ກົມພາສີ ກະຊວງການເງິນ, ໄດ້ຈັດກອງປະຊຸມພົບປະລະຫວ່າງກົມພາສີ ກະຊວງການເງິນ ແລະ ພາກທຸລະກິດ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ທ່ານ ຄຳມິດ ໄຊອາສາ ຮອງຫົວໜ້າກົມພາສີ ກະຊວງການເງິນ, ຄະນະກົມພາສີ, ຄະນະພະແນກ, ຄະນະດ່ານພາສີສາກົນ ແລະ ຜູ້ຕາງໜ້າຈາກພາກທຸລະກິດເຂົ້າຮ່ວມ ຫຼາຍກວ່າ 130 ທ່ານ ເຂົ້າຮ່ວມ
ເຊິງຈຸດປະສົງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອເປັນການແລກປ່ຽນຄຳຄິດຄໍາເຫັນເວົ້າລວມ, ເວົ້າສະເພາະແມ່ນນະໂຍບາຍການເງິນອັນເປັນການກະຕຸກຊຸກຍູ້ດ້ານເສດຖະກິດໃຫ້ມີການຂະຫຍາຍຕົວເປັນຕົ້ນ: ແມ່ນການຫຼຸດອາກອນຊົມໃຊ້ນໍ້າມັນລົງ, ເພື່ອຊ່ວຍເຫຼືອຜູ້ບໍລິໂພກ ແລະ ຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານ ໂດຍສະເພາະແມ່ນການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ.
ຊຶ່ງກົມພາສີໄດ້ໃຫ້ຄວາມສຳຄັນແກ່ການເພີ່ມທະວີຮ່ວມມືກັບພາກທຸລະກິດເພື່ອຍົກສູງການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ຂັ້ນຕອນ ແລະ ກົນໄກຕ່າງໆ ໄດ້ຖືກຕັດຮອນລົງ, ເພື່ອໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດມີການປັບປຸງດີຂຶ້ນ, ທາງຂະແໜງພາສີໄດ້ພະຍາຍຍາມນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບໃຫ້ມີຄວາມສະດວກວ່ອງໄວ ເຮັດໃຫ້ການບໍລິການພາກລັດຂອງພວກເຮົາມີປະສິດທິພາບ, ປະສິດທິຜົນ ແລະ ຫຼຸດຜ່ອນຂັ້ນຕອນທີ່ບໍ່ຈຳເປັນລົງດ ເພື່ອຊ່ວຍເຫຼືອພາກທຸລະກິດທາງດ້ານເວລາ ແລະ ຕົ້ນທຶນ.
ຊຶ່ງໃນໄລຍະກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ກົມພາສີ ກໍໄດ້ຈັດກອງປະຊຸມພົບປະກັບພາກທຸລະກິດຜ່ານມາແລ້ວ, ທາງຂະແໜງພາສີກໍໄດ້ນຳເອົາບັນດາຄຳຄິດເຫັນໄປປັບປຸງແກ້ໄຂ, ຊຶ່ງກົມພາສີໄດ້ອອກເປັນນິຕິກຳ ແລະ ລະບຽບການ, ປັບປຸງກົນໄກຕ່າງໆຊຶ່ງພວກເຮົາເຫັນໄດ້ຈາກຕົວຊີ້ວັດທີ 8 (ຕົວຊີ້ວັດການຂ້າມແດນ) ແມ່ນມີທ່າອ່ຽງດີຂຶ້ນ ແລະ ຄຽງຄູ່ກັນນີ້, ພາຍຫຼັງທີ່ໄດ້ມີມາດຕະການຜ່ອນຜັນຂອງການແຜ່ລະບາດພະຍາດໂຄວິດ- 19 ເຫັນໄດ້ວ່າບັນຍາກາດການທ່ອງທ່ຽວ, ການລົງທຶນຂອງພາກທຸລະກິດກໍມີທ່າອ່ຽງດີຂຶ້ນ.
ສະນັ້ນ, ການພົບປະໃນມື້ນີ້, ຈຶ່ງເປັນໂອກາດອັນດີທີ່ໄດ້ມີການປຶກສາຫາລື-ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ການໃຫ້ບໍລິການຈາກຂະແໜງພາສີ, ສຳລັບກົມພາສີ ກໍຈະໄດ້ນຳສະເໜີບາງໜ້າວຽກທີ່ຈະເຜີຍແຜ່ ແນະນຳໃຫ້ແກ່ພາກທຸລະກິດກ່ຽວກັບການຫັນວຽກງານພາສີເປັນທັນສະໄໝ ແລະການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ສ່ວນພາກທຸລະກິດກໍຢາກຮັບຟັງຄຳຄິດຄຳເຫັນໃນການປະຕິບັດກົດໝາຍ, ລະບຽບການ ແລະ ການໃຫ້ບໍລິການຂອງເຈົ້າໜ້າທີ່ພາສີ.
ໃນກອງປະຊຸມດັ່ງກ່າວຍັງໄດ້ມີການເຜີຍແຜ່ລະບຽບການທາງພາສີທີ່ສຳຄັນ. ພ້ອມນັ້ນ, ຍັງໄດ້ເປີດໂອກາດໃຫ້ພາກທຸລະກິດ ແລະ ເຈົ້າໜ້າທີ່ພາສີແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ, ຍົກໃຫ້ເຫັນດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນໄລຍະຜ່ານມາເພື່ອເປັນຂໍ້ມູນນຳໄປປັບປຸງແກ້ໄຂຕໍ່ໜ້າ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword