ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມມືກັບອົງການອະນຸລັກສັດປ່າ ປະຈຳ ສປປ ລາວ (Wildlife Conservatio Society Lao PDR Program – WCS) ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໂດຍ ການເປັນປະທານ ຂອງ ທ່ານ ພູໄຊເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີຜູ້ເຂົ້້າຮ່ວມທັງໝົດ ຈຳນວນ 28 ທ່ານ ຕາງໜ້າຈະພາກທຸລະກິດ ໃນຂະແໜງການພະລັງງານ, ບໍ່ແຮ່ ແລະ ຂະແໜງການບໍລິການທ່ອງທ່ຽວ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປືກສາຫາລືກ່ຽວກັບ ສີ່ງທ້າທາຍ ແລະ ເປົ້າໝາຍ ກັບພາກສ່ວນເອກະຊົນທີ່ກ່ຽວຂ້ອງໂດຍກົງ ເພື່ອຄວາມສົມດຸນຂອງການເຕີບໂຕທາງດ້ານເສດຖະກິດ ແລະ ຄວາມຍືນຍົງທາງດ້ານສິ່ງແວດລ້ອມພ້ອມກັບການອະນຸລັກຊີວະນານາພັນ.
ເນື່ອງຈາກສະພາບການທົ່ວໂລກ ລວມທັ້ງ ສປປ ລາວ ໄດ້ຖືເອົາບັນຫາຄວາມຍືນຍົງຂອງສິ່ງແວດລ້ອມ ລວມທັ້ງການປ່ຽນແປງດິນຟ້າອາກາດ ແລະ ການສູນເສຍຂອງຊີວະນານາພັນ ພ້ອມໄດ້ຮັບການແກ້ໄຂດ້ວຍການສົ່ງເສີມທາງດ້ານຄວາມຄິດເຫັນກ່ຽວກັບ ການເຕີບໂຕສີຂຽວ.
ໜຶ່ງແນວທາງທີ່ຊ່ວຍສ້າງຍຸດທະສາດການພັດທະນາ ໂດຍສະເພາະແມ່ນ ການເຕີບໂຕສີຂຽວໃຫ້ກາຍເປັນຄວາມຈິງ ແມ່ນການນໍຳໃຊ້ ລຳດັບມາດຕະການຫຼຸດຜ່ອນຜົນກະທົບ(Mitigation Hierarchy), ຊ່ວຍໃຫ້ຜູ້ມີສ່ວນກ່ຽວຂ້ອງນໍາໃຊ້ເພື່ອ ຫລິກລ້ຽງ, ຫຼຸດຜ່ອນ, ຟື້ນຟູ ແລະ ການທົດແທນຊີວະນານາພັນແບບຄົບຖ້ວນ ເພື່ອຮັບປະກັນບໍ່ໃຫ້ມີການສູນເສຍຂອງຊີວະນານາພັນ.
ລັດຖະບານ ສປປ ລາວ ໄດ້ຮັບຮອງນໍາໃຊ້ນະໂຍບາຍເຫຼົ່ານີ້, ທີ່ສອດຄ້ອງກັບຍຸດທະສາດການເຕີບໂຕສີຂຽວທີ່ໄດ້ຖືກຮັບຮອງຕັ້ງແຕ່ປີ 2019 ແລະ ຍັງສືບຕໍ່ຊີ້ນຳແຜນພັດທະນາສັງຄົມ ແລະ ເສດຖະກິດແຫ່ງຊາດ.
ປັດຈຸບັນນີ້, ເປົ້າໝາຍຂອງນະໂຍບາຍລຳດັບມາດຕະການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນຄາດວ່າຈະຖືກນໍາໃຊ້ຢ່າງແຜ່ຫຼາຍ ເພື່ອກ້າວໄປສູ່ການບັນລຸການທົດແທນທີ່ບໍ່ໃຫ້ມີການສູນເສຍຂອງຊີວະນານາພັນ.
ກອງປະຊຸມປຶກສາຫາລືຄັ້ງນີ້ ຈັດຂື້ນເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ປຶກສາຫາລື ບໍ່ພຽງແຕ່ສ້າງຄວາມເຂົ້າໃຈໃຫ້ຫຼາຍຂື້ນກ່ຽວກັບນະໂຍບາຍນີ້ເທົ່ານັ້ນ ແຕ່ຮັບຟັງກ່ຽວກັບທັດສະນະ ແລະ ສະຖານະການຕົວຈິງ ຂອງຂະແໜງການເອກະຊົນທີ່ມີສ່ວນ ກ່ຽວຂ້ອງກັບນະໂຍບາຍເຫຼົ່ານີ້ ເປັນການຮ່ວມມື ແລະ ສົ່ງເສີມການພົວພັນອີກອັນໜື່ງ ລະຫວ່າງ ສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ວິຊາການຂອງອົງການທີ່ເຮັດວຽກກ່ຽວຂ້ອງກັບບັນຫາປ່າໄມ້ ແລະ ຊີວະນານາພັນ, ເປີດໂອກາດໃຫ້ບັນດາແຂກຜູ້ເຂົ້າຮ່ວມທຸກຄົນ ສາມາດແລກປ່ຽນຄວາມຄິດເຫັນ ແລະ ແຊປະສົບການຮ່ວມກັນ ເພື່ອຊອກຫາແນວທາງຢ່າງກົມກຽວຂອງການຈະເລີນເຕີບໂຕຂອງທຳມະຊາດໃນອະນາຄົດຕໍ່ໄປ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword