ກອງປະຊຸມສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຈີນ

ກອງປະຊຸມສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຈີນ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະພາການຄ້າ ແຂວງ ຢຸນນານ ປະຈຳ ລາວ ໄດ້ຮ່ວມກັນຈັດ ກອງປະຊຸມສົ່ງເສີມການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ ລາວ-ຈີນ,

ໃນວັນທີ 25 ສິງຫາ 2023 ທີ່ ໂຮງແຮມ ແລນມາກ, ໂດຍການເປັນປະທານຂອງ ທ່ານ ປອ ອາດສະພັງທອງ ສີພັນດອນກຳມະການສູນການພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບັນດາທ່ານຮອງລັດຖະມົນຕີ ກະຊວງທີ່ກ່ຽວຂ້ອງເປັນປະທານຮ່ວມໃນກອງປະຊຸມ ພ້ອມດ້ວຍ ແລະ ຄະນະປະທານ, ຄະນະບໍລິຫານງານ ສຄອຊ, ສະມາຄົມ, ກຸ່ມທຸລະກິດ, ບໍລິສັດ ລາວ-ຈີນ ເຂົ້າຮ່ວມຫຼາຍກວ່າ 300 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປີດໂອກາດອັນດີໃຫ້ແກ່ບັນດານັກທຸລະກິດ ລາວ – ຈີນ ໃນການສ້າງເຄືອຄ່າຍ, ນຳສະເໜີແລກປ່ຽນບົດຮຽນ, ສົ່ງເສີມການຮ່ວມມື – ລົງທືນ, ເພື່ອຊອກຫາທ່າເເຮງໃນດືງດູດນັກລົງທືນ ຈາກ ສປ ຈີນ, ສີງກະໂປ, ມາເລເຊຍ, ບັນດາປະເທດ ອາຊຽນ ຍີ່ປຸ່ນ, ເກົາຫລີ, ອີຢູ ແລະ ອື່ນໆ ມາເປັນຄູ່ຮ່ວມລົງທືນພັດທະນາ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ນັບມື້ນັບເພີ່ມຂື້ນ.

ທ່ານ ປອ ອາດສະພັງທອງ ສີພັນດອນ, ກຳມະການສູນການພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ໄດ້ມີຄໍາເຫັນຕໍ່ກອງປະຊຸມສຳລັບນະຄອນຫຼວງວຽງຈັນ, ໄດ້ປະຕິບັດແຜນຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ພາກທຸລະກິດ, ການຜະລິດ ແລະ ການທ່ອງທ່ຽວ ໄດ້ເກີດຂຶ້ນຢ່າງເປັນຂະບວນຟົດຟື້ນ, ເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວໃນລະດັບ 4,83 %, ລວມຍອດຜະລິດຕະພັນພາຍໃນ GDP ສະເລ່ຍ ຕໍ່ຫົວ ຄົນ 62,91 ລ້ານ ກີບ. ໃນນັ້ນ: ຂະແໜງກະສິກໍາ ກວມເອົາ 13,77% ຂອງ GDP, ຂະແໜງອຸດສາຫະກຳ-ການຄ້າ 19,05 % ຂອງ GDP ແລະ ການບໍລິການ 36,36% ຂອງ GDP. ຢ່າງໃດກໍ່ຕາມ ກໍ່ຍັງມີຫລາຍບັນຫາ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ເປັນຕົ້ນແມ່ນ: ຄວາມເຂັ້ມແຂງ ດ້ານການຜະລິດ ເພື່ອ ສະໜອງໃຫ້ຕະຫຼາດພາຍໃນ ແລະ ແຂ່ງຂັນກັບຕະຫຼາດສາກົນ, ບັນຫາແຮງງານ ແລະ ການສ້າງຄວາມເຂັ້ມແຂງໃຫ້ທຸລະກິດ ແລະ ການບໍລິການທ່ອງທ່ຽວ, ການຫັ່ນເປັນທັນສະໄໝ ຂອງອຸດສາຫະກຳ ແລະ ການບໍລິການ…

ທ່າແຮງພື້ນຖານ ແລະ ບາງບັນຫາ ຂອງນະຄອນຫຼວງວຽງຈັນ ທີ່ເປັນພື້ນຖານທາງດ້ານ ເສດຖະກິດ ດັ່ງທີ່ເຫັນວ່າມີຄວາມຈໍາເປັນ ທີ່ຕ້ອງໄດ້ດຶງດູດການລົງທຶນ ຫຼາຍຂຶ້ນ ເປັນຕົ້ນ:

  • ສົ່ງເສີມການຜະລິດກະສິກໍາສະອາດ ເພື່ອສະຫນອງພາຍໃນ ແລະ ສົ່ງອອກ, ນຳໃຊ້ເຕັກໂນ ໂລຊີທັນ ສະໄຫມ, ການຜະລິດແນວພັນ ພືດ-ສັດ, ເບ້ຍໄມ້ຕ່າງໆ, ການຜະລິດຝຸ່ນ-ປຸຍ ທີ່ມີຄຸນນະພາບສູງ.
  • ສົ່ງເສີມໃຫ້ສ້າງອຸດສາຫະກໍາເບົາ, ສ້າງຕັ້ງໂຮງຈັກ-ໂຮງງານ ທັນສະໄຫມ ແລະ ເປັນມິດກັບ ສິ່ງແວດລ້ອມ ໃນເຂດທີ່ນະຄອນຫຼວງກໍານົດໄວ້.
  • ສົ່ງເສີມໃຫ້ມີລະບົບຂົນສົ່ງ, ໂລຈິສຕິກ ທີ່ທັນສະໄຫມ, ເພື່ອອຳນວຍຄວາມສະດວກ ໃຫ້ ແກ່ການ ແລກປ່ຽນສິນຄ້າ,
  • ສົ່ງເສີມ ໃຫ້ສ້າງຕະຫຼາດເພື່ອຈໍາໜ່າຍ ແລະ ແລກປ່ຽນສິນຄ້າ ທີ່ມີການຈັດສັນ ຢ່າງເປັນລະບົບ ແລະ ມີການຄຸ້ມຄອງທີ່ທັນສະໄໝ ຂອງພາຍໃນ ແລະ ກ້າວໄປສູ່ກາຍເປັນຕະຫລາດສາກົນ.
  • ສົ່ງເສີມ ໃຫ້ສ້າງກິດຈະການທ່ອງທ່ຽວ ທາງດ້ານວັດທະນະທຳ, ທຳມະຊາດ, ດ້ານກະສິກຳ ແລະ ມີ ການບໍລິການ ທ່ອງທ່ຽວ ທີ່ມີມາດຕະຖານ.

ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວວ່າ ອີງຕາມການຊີ້ນໍາຂອງລັດຖະບານ, ພວກເຮົາຈະມີການປະສານສົມທົບຮ່ວມກັນຫຼາຍຍິ່ງຂື້ນ, ເຊິ່ງໃນປະຈຸບັນ ສຄອຊ ໄດ້ສ້າງຕັ້ງ ຄະນະກຳມະທິການສົ່ງເສີມການຮ່ວມມືທຸລະກິດລາວຈີນ ປະຈຳ ສຄອຊ ໂດຍຈຸດປະສົງຫຼັກຂອງຄະນະກຳມາທິການ ກໍ່ເພື່ອ ອຳນວຍຄວາມສະດວກ, ສົ່ງເສີມການຮ່ວມມືທາງດ້ານທຸລະກິດລະຫວ່າງລາວ – ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ, ມີການຂະຫຍາຍຕົວ ແລະ ມີປະສິດທິຜົນ, ຫຼີກລ້ຽງບັນຫາຕ່າງໆທີ່ບໍ່ຈຳເປັນທີ່ຈະສ້າງຜົນເສຍຫາຍໃຫ້ແກ່ການດຳເນີນທຸລະກິດ. ໃນປະຈຸບັນ ສຄອຊ ໄດ້ ສຳເລັດສ້າງຕັ້ງຫ້ອງການຜູ້ຕາງໜ້າ ສຄອຊ ປະຈຳແຂວງ ຢຸນໜານ ເຊິ່ງຈະເປັນກຳລັງແຮງໃນການສົ່ງເສີມການຮ່ວມມືທາງດ້ານທຸລະກິດລາວ-ຈີນ, ຂະຫຍາຍຕະຫຼາດສິນຄ້າລາວຢູ່ ສປ ຈີນ ແລະ ດືງດູດການລົງທຶນທີ່ມີຄຸນນະພາບຈາກ ສປ ຈີນ ເຂົ້າມາ ສປປ ລາວ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword