ງານຖະແຫລງຂ່າວການຈັດງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021

ງານຖະແຫລງຂ່າວການຈັດງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021

ໃນຕອນບ່າຍວັນທີ 22 ກໍລະກົດ 2021 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ (ASEAN Business Advisory Council) ໄດ້ຮ່ວມກັບ ໂຄງການພັດທະນາອາຊີວະສຶກ ໃນ ສປປ ລາວ ອົງການຮ່ວມມືລາວ-ເຢຍລະມັນ (GIZ) ປະຈຳລາວ ໄດ້ຈັດງານຖະແຫລງຂ່າວກ່ຽວກັບການຈັດງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021 (ASEAN Business Award Laos 2021) ຂື້ນ ເຊິ່ງໃຫ້ການສະໜັບສະໜູນໂດຍ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານ ຊາຄອມແບ້ງ ລາວ, ລາວ ໂທລະຄົມ, ລັດວິສາຫະກິດຫວຍພັດທະນາລາວ. ງານດັ່ງກ່າວຈັດຂື້ນພາຍໃຕ້ການເປັນປະທານໂດຍ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ເປັນປະທານຮ່ວມໂດຍ ທ່ານ ສະຫວັນຄອນ ລາຊມຸນຕີ, ປະທານສະມາຄົມນັກຂ່າວ ແຫ່ງຊາດລາວ, ທ່ານ ສັນຕິ ອິນທະວົງ ຊ່ຽວຊານຝ່າຍລາວ, ໂຄງການພັດທະນາອາຊີວະສຶກສາ ສປປ ລາວ, ອົງການ GIZ ປະຈໍາລາວ ພ້ອມດ້ວຍຜູ້ເຂົ້າຮ່ວມປະກອບມີຄູ່ຮ່ວມຍຸດທະສາດການຈັດງານ ເຊັ່ນ: ບໍລິສັດ KPMG ລາວ ຈຳກັດ, ໂຄງການພັດທະນາອາຊີວະສຶກ ໃນ ສປປ ລາວ ອົງການຮ່ວມມືລາວ-ເຢຍລະມັນ (GIZ) ປະຈຳລາວ, Katalyts Partner, ບໍລິສັດ Smart Technology, ຕາງໜ້າຄະນະກຳມະການຕັດສິນງານລາງວັນ, ຄະນະຮັບຜິດຊອບ ພ້ອມດ້ວຍບັນດາກຸ່ມ, ສະມາຄົມ ແລະ ສື່ມວນຊົນເຂົ້າຮ່ວມ.

ງານມອບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ແມ່ນຢູ່ພາຍໃຕ້ອົງປະກອບວຽກງານຂອງພາກພື້ນ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ການຈັດງານລາງວັນທຸລະກິດດີເດັ່ນ ຂອງ ອາຊຽນ. ບັນດາວຽກງານເລົ່ານີ້ແມ່ນຢູ່ພາຍໃຕ້ການຊີ້ນຳ ແລະ ຈັດຕັ້ງປະຕິບັດ ຂອງ ສະພາທີ່ປຶກສາທຸລະກິດອາຊຽນ ASEAN Business Advisory Council (ASEAN-BAC).  ເຊິ່ງທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ຈາກ ABA Laos 2021 (ASEAN Business Awards Laos 2021) ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນເຊິ່ງຈະໄດ້ພົບກັບບັນດາຫົວຫນ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ. ການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນແມ່ນຈະໄດ້ຈັດຂື້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business & Investment) ແລະ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ຄັ້ງທີ 37 ໃນທ້າຍປີ 2021, ທີ່ ປະເທດ ບູໄນ.

ສຳລັບປະເພດລາງວັນສຳລັບປີ 2021 ປະກອບມີ 3 ປະເພດເຊັ່ນ:

  • ປະເພດທີ 1: ລາງວັນຂະແໜງການບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການເຊັ່ນ: ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະແໜງຕັດຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈີດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້.
  • ປະເພດທີ 2: ແມ່ນລາງວັນຂະແໜງທຸລະກິດຂະໜາດນ້ອຍ ແລະ ກາງ (SME) ດີເດັ່ນ ປະກອບມີ 5 ຂະແໜງການ ເພີ່ມມາໃໝ່ 1 ຂະແໜງ ການ ເຊັ່ນ: ລາງວັນການຂະຫຍາຍໂຕທຸລະກິດດີເດັ່ນ, ການຈ້າງງານດີເດັ່ນ, ນະວັດຕະກຳດີເດັ່ນ, ການປະກອບສ່ວນຕໍ່ສັງຄົມ ແລະ ລາງວັນການຫັນເປັນດິຈີຕອລດີເດັ່ນ.
  • ປະເພດທີ 3: ແມ່ນລາງວັນພິເສດ ປະກອບມີ 8 ປະເພດລາງວັນ ເພີ່ມມາໃໝ່ 1 ຂະແໜງການເຊັ່ນ: ລາງວັນເພື່ອນມິດສປປລາວດີເດ່ັນ (ມີ 3 ລາງວັນ), ລາງວັນທຸລະກິດຄອບຄົວດີເດັ່ນ, ລາງວັນທຸລະກິດເພື່ອສັງຄົມແບບຍືນຍົງ, ລາງວັນທຸລະກິດສີຂຽວ, ລາງວັນທຸລະກິດລິເລີ່ມ, ລາງວັນນັກທຸລະກິດໜຸ່ມດີເດັ່ນ, ລາງວັນຜູ້ປະກອບການແມ່ຍິງດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານດີເດັ່ນ (ລາງວັນເພີ່ມມາໃໝ່ມີທັງໝົດ 10 ລາງວັນ).

ດັ່ງນັ້້ນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມຕາງໜ້າກອງເລຂາງານຊິງລາງວັນ ແລະ ຕາງໜ້າພາກທຸລະກິດ ຈຶ່ງ ຂໍເຊີນຊວນບັນດາຫົວໜ່ວຍທຸລະກິດ ຂອງ ສປປ ລາວ ແລະ ຕ່າງປະເທດ ໃນ ສປປ ລາວ ທີ່ ເປັນສະມາຊິກ ແລະ ບໍ່ເປັນສະມາຊິກໃນຂອບເຂດທົ່ວປະເທດ ທີ່ ດຳເນີນທຸລະກິດຖືກຕ້ອງຕາມກດົດໝາຍ, ບໍ່ວ່ານ້ອຍ ຫລື ໃຫຍ່ ກໍ່ສາມາດສົ່ງເຂົ້າສະຫມັກແຂ່ງຂັນເອົາລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ABA Laos 2021) ໄດ້ນັບແຕ່ວັນທີ 23 ກໍລະກົດ 2021 ເປັນຕົ້ນໄປ ຈົນເຖິງ ວັນທີ 30 ກັນຍາ 2021.

ວິທີການສະໝັກ

  1. ຕື່ມແບບຟອມສະໝັກ.

ດາວໂຫລດແບບຟອມສະຫມັກຈາກເວັບໄຊ https://www.lncci.la/aba2021/lo/index.php. ສຳລັບຂໍ້ມູນເພີ່ມເຕີມ, ສາມາດສອບຖາມໄດ້ທີ່ ກອງເລຂາງານຊິງລາງວັນທຸລະກິດດີເດັ່ນແຫ່ງ ສປປ ລາວ  +856 20 5256 2729, +856 20 5953 5392 ຫຼື +856 20 9444 3513.

  1. ສົ່ງທຸກເອກະສານໃຫ້ກັບ ກອງເລຂາງານຊິງລາງວັນທຸລະກິດດີເດັ່ນແຫ່ງ ສປປ ລາວ.

ສົ່ງຟອມສະຫມັກພ້ອມດ້ວຍເອກະສານຄັດຕິດຜ່ານອີເມວ abalaos@lncci.la ຕັ້ງແຕ່ວັນທີ 22 ກໍລະກົດ 2021 ຈົນເຖິງວັນທີ 30 ກັນຍາ 2021.

  1. ປະກາດຜູ້ຊະນະ ແລະ ງານລ້ຽງ.

ພາຍຫລັງສຳເລັດກອງປະຊຸມຂອງຄະນະກຳມະການໃນວັນທີ 25 ຕຸລາ 2021, ລາຍຊື່ຜູ້ຊະນະແມ່ນຈະໄດ້ຖືກປະກາດໃນວັນທີ 27 ຕຸລາ 2021. ງານລ້ຽງສຳລັບງານຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ 2021 ແມ່ນຈະຈັດຂຶ້ນໃນວັນທີ 30 ພະຈິກ 2021.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword