ສຄອຊ ຮ່ວມກັບ ສະພາສົ່ງເສີມທຸລະກິດ ຈີນ-ອາຊຽນ ຈັດກອງປະຊຸມພົບປະແລກປ່ຽນລະຫວ່າງພາກທຸລະກິດ ລາວ – ຈີນ

ສຄອຊ ຮ່ວມກັບ ສະພາສົ່ງເສີມທຸລະກິດ ຈີນ-ອາຊຽນ ຈັດກອງປະຊຸມພົບປະແລກປ່ຽນລະຫວ່າງພາກທຸລະກິດ ລາວ – ຈີນ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ ) ຮ່ວມກັບ ສະພາສົ່ງເສີມທຸລະກິດ ຈີນ-ອາຊຽນ ຈັດກອງປະຊຸມພົບປະແລກປ່ຽນລະຫວ່າງພາກທຸລະກິດ ລາວ – ຈີນ

ໃນວັນທີ 22 ສິງຫາ 2023 ທີ່ ສຄອຊ. ໂດຍການເປັນປະທານຮ່ວມຂອງທ່ານ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຊູ ນິງນິງ ປະທານສະພາສົ່ງເສີມທຸລະກິດຈີນ – ອາຊຽນ, ມີທ່ານ ຮຸ່ງພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ບຸນສົດ ໂພທິສານ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ, ບັນດາກຸ່ມບໍລິສັດ, ສະມາຄົມທຸລະກິດລາວ ຝ່າຍລາວ ແລະ ຈີນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສຶກສາເກັບກໍາຂໍ້ມູນຂ່າວສານຕ່າງໆກ່ຽວກັບການຮ່ວມມືທາງດ້ານການຄ້າ – ການລົງທຶນ, ນໍາເຂົ້າ – ສົ່ງອອກ, ການສຶກສາ ແລະ ອື່ນໆ ເພື່ອໃຫ້ພາກທຸລະກິດຂອງທັງສອງຝ່າຍໄດ້ຮັບຜົນປະໂຫຍດສູງສຸດ.
ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອແລກປ່ຽນເຊື່ອມໂຍງທຸລະກິດຢູ່ລາວ ແລະ ຈີນ ເພື່ອຟື້ນຟູເສດຖະກິດທຸກຂະແໜງການ ກະສິກໍາ ອຸດສາຫະກໍາຕ່າງໆໄດ້ຮັບການພັດທະນາໄວຂຶ້ນ, ພ້ອມກັນນັ້ນ ສປປ ລາວ ກໍຈະເປັນເຈົ້າພາບປະທານກອງປະຊຸມອາຊຽນ ໃນປີ 2024, ດັ່ງນັ້ນຖືເປັນໂອກາດດີທີ່ທາງສະພາທຸລະກິດການຄ້າຈີນ – ອາຊຽນ ໄດ້ມາປຶກສາຫາລືການເຮັດວຽກຮ່ວມກັນ. ໃນຕໍ່ໜ້າພວກເຮົາຍັງຈະມີກິດຈະກໍາຮ່ວມກັນໃນການສ້າງເວທີທຸລະກິດ ລາວ – ຈີນ ຈໍານວນໜຶ່ງ ແລະ ກິດຈະກຳອື່ນໆປິ່ນອ້ອມ.”
ທ່ານ ຊູ ນິງນິງ ກ່າວວ່າ: ການພັດທະນາເສດຖະກິດ ລະຫວ່າງ ສອງປະເທດລາວ – ຈີນ ມີທ່າແຮງຫຼາຍດ້ານທັງສອງປະເທດມີການພັດທະນາໂດຍອາໄສສັນຍາ, ອະນຸສັນຍາພາກພື້ນ ແລະ ສັນຍາອື່ນໆ ໂດຍພັດທະນາລົງເລິກດ້ານເສດຖະກິດ ນະວັດຕະກໍາຈະເປັນການຂະຫຍາຍສາຍພົວພັນການຮ່ວມມືຍຸດທະສາດຮອບດ້ານ ທັງເປັນນະໂຍບາຍໃນການປະຕິບັດໂຕຈິງ ກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາລະຫວ່າງ ລາວ – ຈີນ ລົງເລິກການຮ່ວມມືແບບຮູບປະທໍາໃຫ້ປາກົດຜົນເປັນຈິງ ລວມທັງພັດທະນາຂົງເຂດເສດຖະກິດກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ໃຫ້ເປັນເສັ້ນທາງ ທາງດ້ານເສດຖະກິດ. ນອກຈາກນີ້ຄວນສ້າງສະພາບແວດລ້ອມການດໍາເນີນທຸລະກິດ, ຖືເອົາການຮ່ວມມືດ້ານອຸດສາຫະກໍາເປັນສິ່ງສໍາຄັນທີ່ສຸດ ໂດຍຜ່ານການປັບປຸງຂອບສັນຍາການຄ້າເສລີ, ນອກຈາກນີ້ໃຫ້ເພີ່ມທະວີຮ່ວມມືທາງດ້ານຂະແໜງການອຸດສາຫະກໍາໃຫ້ເປັນຕ່ອງໂສ້ ເພື່ອຊຸກຍູ້ ແລະ ພັດທະນາອຸດສາຫະກໍາລະຫວ່າງສອງປະເທດ.
ໃນປະເທດຈີນ ກໍໄດ້ມີສະມາຄົມທຸລະກິດການຄ້າຂະແໜງການຕ່າງໆ 50 ກວ່າສະມາຄົມ ພວກເຮົາຍິນດີປະສານງານກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ລວມທັງສະມາຄົມຕ່າງໆຂອງລາວ ເພື່ອມີຂໍ້ສະເໜີໃຫ້ກັບລັດຖະບານປັບປຸງນະໂຍບາຍຂໍ້ແນະນໍາທີ່ດີເພື່ອດໍາເນີນທຸລະກິດ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword