ເມືອງຫາດຊາຍຟອງ ເປັນເມືອງທຳອິດ ຂອງ ສປປ ລາວ ໃນການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳຂັ້ນເມືອງ

ເມືອງຫາດຊາຍຟອງ ເປັນເມືອງທຳອິດ ຂອງ ສປປ ລາວ ໃນການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳຂັ້ນເມືອງ

ພິທີປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ເມືອງຫາດຊາຍຟອງ ໃນວັນທີ 20 ພະຈິກ 2020 ທີ່ ຫ້ອງປະຊຸມປົກຄອງເມືອງຫາດຊາຍຟອງ.

ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ ເມືອງຫາດຊາຍຟອງ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ທ່ານ ໂສວັນ ນຸພາບພະວົງສີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ທ່ານ ສົມໝາຍ ອຸ່ນສີດາ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງຫາດຊາຍຟອງ, ພ້ອມດ້ວຍແຂກທີ່ຖຶກເຊີນຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ, ນັກທຸລະກິດ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 084/ສຄອ.ນວ, ລົງໃນວັນທີ 19 ພະຈິກ 2020  ວ່າດ້ວຍການຮັບຮອງການອະນຸຍາດສ້າງຕັ້ງ ສຄອມ ແລະ ແຕ່ງຕັ້ງຄະນະບໍລະຫານງານ ສຄອມ ຫາດຊາຍຟອງ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເຊິ່ງມີລາຍຊື່ລະອຽດດັ່ງລຸ່ມນີ້:

  1. ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ, ຜູ້ອຳນວຍການບໍລິສັດສວນວັດທະນະທໍາຊຽງຄວນຈໍາກັດຜູ້ດຽວ, ເປັນປະທານ
  2. ທ່ານ ດວງຕາ ພົງສາ, ຜູ້ອໍານວຍການຂຸດຄົ້ນຫີນ-ຊາຍ ຈຳກັດຜູ້ດຽວ, ເປັນຮອງປະທານ
  3. ທ່ານ ພອນສັງຄົມ ເວີນລາວົງ, ຜູ້ຈັດການໂຮງງານນໍ້າດື່ມອາຄົມກາພະຍານາກ ສ່ວນບຸກຄົນ, ເປັນຮອງປະທານ
  4. ທ່ານ ນາງ ພັນມະລີ ທີລະກຸນ, ຜູ້ຈັດການຮ້ານອາຫານມັງກອນທອງ ສ່ວນບຸກຄົນ ເປັນຄະນະ
  5. ທ່ານ ພູທອນ ກໍລະສັກ, ຜູ້ອໍານວຍການຕະຫຼາຍຂາຍຍົກ ສາລາຄຳ ຈຳກັດ ເປັນຄະນະ
  6. ທ່ານ ແສງພອນ ພົນທະຈັກ, ຜູ້ຈັດການໂຮງງານນໍ້າກ້ອນອານາໄມ ສ່ວນບຸກຄົນ ເປັນຄະນະ
  7. ທ່ານ ນາງ ຄຳໜູນ ອິນທະວົງ, ເຈົ້າຂອງຟາມໄກ່ນາງ ໜູນ ເປັນຄະນະ
  8. ທ່ານ ດຣ ເສລີລັກ ອຸ່ນນະລາດ, ເຈົ້າຂອງຮ້ານຂາຍຢາ ສ່ວນບຸກຄົນ ເປັນຄະນະ
  9. ທ່ານ ນິຄົມ ສຸວັນນະໂຊດ ຫົວໜ້າກຸ່ມຜະລິດເຂົ້າເປັນສິນຄ້າ ຖິ່ນແທ່ນ ເປັນຄະນະ
  10. ທ່ານ ບຸນທົງ ພົງປີຊາ, ຫົວໜ້າກຸ່ມຜະລິດຜັກເປັນສິນຄ້າ ນາລ້ອງ ເປັນຄະນະ
  11. ທ່ານ ນາງ ປະກາຍແກ້ວ ວຽງສະຫວັນ, ຜູ້ອໍານວຍການໂຮງຮຽນວຽງສະຫວັນ ເປັນຄະນະ

ເພື່ອເຮັດໃຫ້ເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບພາລະບົດບາດ ຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ນໍາສະເໜີໂດຍຫຍໍ້ກ່ຽວກັບ ແຜນຍຸດທະສາດ 5ປີ ຂອງ ສຄອຊ 2021-2025 ໂດຍມີ 6 ເສົ້າຄໍ້າຄື:

  1. ພົບປະພາກລັດ ແລະ ປັບປຸງແວດລ້ອມທຸລະກິດ
  2. ຊຸກຍູ້ຊ່ວຍເຫຼືອ SME ແລະ ສູນບໍລິການ SME
  3. ການ​ສົ່ງ​ເສີມ​ຜະ​ລິດ​ຕະ​ພັນ​ລາວ
  4. ການ​ເຊື່ອມ​ໂຍງ​ພາກ​ພື້ນ ແລະ ການ​ສົ່ງ​ເສີມ​ການລົງທຶນ
  5. ພັດ​ທະ​ນາ​​ຜູ້​ປະ​ກອບ​ການ ແລະ ກິດຈະການຜູ້ໃຊ້ແຮງງານ
  6. ພັດທະນາການຈັດຕັ້ງທຸລະກິດ, ສະມາຊິກ ແລະ ປະຊາສໍາພັນ

ແລະ ທ່ານ ອຸເດດ ສຸວັນນະວົງ ຍັງມີຄຳເຫັນສຳລັບ ສະພາການຄ້າ ແລະ ອຸດສາຫະກຳ ເມືອງຫາດຊາຍຟອງ ແມ່ນຢາກໃຫ້ເນັ້ນໃຫ້ປະສານງານກັບພະແນກອຸດສາຫະກຳ ແລະ ການຄ້າເມືອງຫາດຊາຍຟອງ, ກໍຄືພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ພ້ອມກັນປະຕິບັດວຽກງານໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.

ກ່ອນການປິດກອງປະຊຸມ, ທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ ເມືອງຫາດຊາຍຟອງ ກໍ່ໄດ້ໃຫ້ຄຳໂອວາດ ແລະ ໃຫ້ທິດຊີ້ນຳແກ່ ຄະນະບໍລິຫານງານ ສຄອ ເມືອງຫາດຊາຍຟອງ  ເພື່ອເປັນບ່ອນອິງ ໃນການສືບຕໍ່ນຳພາໃນຕໍ່ໜ້າ ດັ່ງນີ້:

  1. ຄະນະບໍລິຫານງານ ສຄອ ເມືອງ ເຄື່ອນໄຫວຖຶກຕ້ອງຕາມກົດໝາຍ ສປປ ລາວ.
  2. ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຕາມທີ່ກຳນົດໄວ້ ໃນດຳລັດ ແລະ ຕາມກົດລະບຽບທີ່ຖຶກຮັບຮອງຈາກກອງປະຊຸມໃຫຍ່ຂອງຕົນ ໂດຍຮັບການເຫັນດີຈາກ ກະຊວງອຸດສາຫະກຳ ແລະ ການຄ້າ.
  3. ເຄື່ອນໄຫວຖຶກຕ້ອງຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ກົດລະບຽບຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
  4. ປຸກລະດົມຂົນຂວາຍ, ຈັດຕັ້ງ, ເຕົ້າໂຮມບັນດາຫົວໜ່ວຍທຸລະກິດເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
  5. ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດທີ່ເປັນ ສະມາຊິກຂອງຕົນໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຖຶກຕ້ອງຕາມກົດໝາຍລະບຽບການ.
  6. ວາງມາດຕະການທີ່ຈຳເປັນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳເມືອງຫາດຊາດຟອງ
  7. ພິຈາລະນາກ່ຽວກັບແຜນການເຄື່ອນໄຫວ, ແຜນງົບປະມານປະຈຳປີ ຂອງສະພາການຄ້າ ແລະ ອຸດສາຫະກຳ ເມືອງຫາດຊາຍຟອງ.
  • ຕົກລົງກ່ຽວກັບການຮັບເອົາສະມາຊິກໃໝ່ ຫຼື ປົດສະມາຊິກອອກຈາກ ສຄອເມືອງຫາດຊາຍຟອງ
  • ຕົກລົງກ່ຽວກັບການກຳໜົດອັດຕາຄ່າທຳນຽມການເຂົ້າເປັນສະມາຊິກ, ເງິນບໍາລຸງ ແລະ ລາຍຮັບລາຍຈ່າຍ ຂອງ ສຄອ ເມືອງຫາດຊາຍຟອງ, ພິຈາລະນາກ່ຽວກັບໂຄງປະກອບການຈັດຕັ້ງ, ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າໜ່ວຍງານ, ການແຕ່ງຕັ້ງວິຊາການຕ່າງໆ ທີ່ຂື້ນກັບ ສຄອ ເມືອງຫາດຊາຍຟອງ, ອໍານວຍການຄວບຄຸມການເຄື່ອນໄຫວຂອງຄະນະປະຈຳ ແລະ ການຈັດຕັ້ງອື່ນໆ ທີ່ຂື້ນກັບ.
  1. ເລືອກຕັ້ງຄະນະປະຈຳ, ປະທານ, ຮອງປະທານ, ຄະນະກວດກາ ແລະ ເລຂາທິການ ຂອງ ສຄອ ເມືອງຫາດຊາຍຟອງ.
  2. ປະຕິບັດສິດອື່ນໆ ທີ່ກຳນົດໄວ້ໃນກົດລະບຽບຂອງ ສຄອ ເມືອງຫາດຊາຍຟອງ ແລະ ລະບຽບກົດໝາຍລັດ.
  3. ທ່ານປະທານ ສຄອ ເມືອງຫາດຊາຍຟອງ ທີ່ຫາກໍ່ໄດ້ຮັບການເລືອກຕັ້ງມາໃໝ່ຕ້ອງເປັນຫົວຈັກຫຼັກແຫຼ່ງ, ເປັນຜູ່ມີຄວາມເສຍສະຫຼະສູງ ແລະ ເປັນໃຈກາງການເຕົ້າໂຮມຄວາມສາມັກຄີໃນໝູ່ຄະນະ.

ກອງປະຊຸມໄດ້ປິດລົງໃນເວລາ 12:00ໂມງ ຂອງມື້ດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword