ພິທີເປີດໂຕ ທຶນສົມທົບ ເພື່ອຍົກລະດັບເຕັກໂນໂລຊີ (ທສຕ) ໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ (ຈນກ)

ພິທີເປີດໂຕ ທຶນສົມທົບ ເພື່ອຍົກລະດັບເຕັກໂນໂລຊີ (ທສຕ) ໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ (ຈນກ)

ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໄດ້ເຂົ້າຮ່ວມພິທີເປີດໂຕ ທຶນສົມທົບ ເພື່ອຍົກລະດັບເຕັກໂນໂລຊີ (ທສຕ) ໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ (ຈນກ) ທີ່ ໂຮງແຮມຄຣາວພຣາຊ່າ ເເລະ ຜ່ານລະບົບປະຊຸມທາງໄກເເບບອອນລາຍ,

ໃນວັນທີ 05 ກັນຍາ 2022 ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ເເລະ ກາງ (ທສວ), ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ເເລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ; ພ້ອມດ້ວຍ ຄະນະສະພາບໍລິຫານ ທສວ, ຄະນະຜູ້ອໍານວຍການ ທສວ ແລະ ກອງເລາຂາ ທສວ; ຫົວໜ້າກົມ/ຮອງຫົວໜ້າກົມ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ແລະ ວິຊາການ ທີ່ປິ່ນອ້ອມກະຊວງ, ທີ່ປຶກສາອາວຸໂສຂອງ ໂຄງການ ທສຕ; ນອກຈາກນີ້, ປະທານ/ຮອງປະທານ ສະມະຄົມທຸລະກິດ; ຜູ້ອຳນວຍການ/ຮອງຜູ້ອຳນວຍການທະນາ ຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ແລະ ຫົວໜ່ວຍທຸລະກິດ ທີ່ເປັນ ຈນກ ແລະ ຜູ້ສະໜອງອຸປະກອນ ເຕັກໂນໂລຊີ ລວມທັງໝົດ 60 ທ່ານ ທີ່ເຂົ້າຮ່ວມແບບ ອອບໄລສ, ແລະ ກໍ່ມີພາກສ່ວນຕ່າງໆທີ່ ກ່ຽວຂ້ອງ ທັງສູງກາງ ເເລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ ເເບບອອນລາຍ.

ຈຸດປະສົງຂອງພິທີເປີດໂຕ ທຶນສົມທົບ (ທສຕ) ຂອງ ທສວ ແມ່ນເພື່ອນໍາສະເໜີ ເປົ້າໝາຍ, ວິທີການ, ຂັ້ນຕອນ ແລະ ເງື່ອນໄຂຕ່າງໆ ກ່ຽວກັບການສະເໜີຂໍທຶນສົມທົບ ຂອງ ທສວ ໃຫ້ແກ່ ຈນກ ແລະ ກຸ່ມການຜະລິດ ແລະ ສະມາຄົມທຸລະກິດ; ພ້ອມທັງ ປະຊາສຳພັນໃຫ້ ໜ່ວຍງານສົ່ງເສີມ ຈນກ ແລະ ພາກສ່ວນກ່ຽວຂ້ອງໄດ້ຮັບຊາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ.

ບົນເງື່ອນໄຂ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຢູ່ປະເທດເຮົາໃນປັດຈຸບັນ ວຽກງານສົ່ງເສີມ ຈນກ ກໍໍ່ເປັນວຽກໜຶ່ງທີ່ໄດ້ຖືກບັນຈຸເຂົ້າໃນ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 2021-2023 ໂດຍເນັ້ນໃຫ້ມີການກໍານົດນະໂຍບາຍສົ່ງ ເສີມ ຈນກ ໃຫ້ຈະແຈ້ງ ແລະ ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນແມ່ນການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ໄດ້ຫຼາຍຂື້ນ; ສະນັ້ນ, ລັດຖະບານ ຈີ່ງໄດ້ປະກອບທຶນ ໃຫ້ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໃນປີ 2020 ຈຳນວນ 200 ຕື້ກີບ, ໃນປີ 2021 ຈຳ ນວນ 100 ຕື້ກີບ ແລະ ໃນປີ 2022 ຈຳນວນ 200 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການສະໜອງສິນເຊື່ອດອກເບ້ຍຕໍ່າ ໃຫ້ ຈນກ ຜ່ານທະນາຄານທຸລະກິດ ຢ່າງຕໍ່າ 91%, ນຳໃຊ້ໂຄງການວິຊາການ ເພື່ອສ້າງຄວາມເຂັ້ມແຂງໃຫ້ ຈນກ ທີ່ບໍ່ສາມາດເຂົ້າເຖີງສິນເຊື່ອ ແລະ ທີ່ເຂົ້າເຖີງສິນເຊື່ອໄດ້ແລ້ວ ເພື່ອບໍ່ໃຫ້ກາຍເປັນໜີ້ເສຍ ຫຼື Non Profit Loan 8% ແລະ ເງິນບໍລິຫານ ທສວ ບໍ່ເກີນ 1%. ຍ້ອນທຶນດັ່ງກ່າວ ມີຈຳນວນຈຳກັດ, ດ້ວຍເຫດນີ້ ສະພາບໍລິຫານ ທສວ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ຊີ້ນໍານຳພາ ກອງເລຂາ ທສວ ເພື່ອນຳໃຊ້ທຶນດັ່ງກ່ວາ ໃຫ້ເກີດຜົນປະໂຫຍດສູງສຸດ. ເຖີງແນວໃດ ກໍ່ຕາມ, ໃນໄລຍະຜ່ານມາ ເຫັນໄດ້ວ່າ  ມີ ຈນກ ຈຳນວນໜຶ່ງສາມາດເຂົ້າເຖິງແຫຼ່ງທຶນດັ່ງກ່າວ, ແຕ່ກໍ່ມີຈຳນວນຫຼາຍ ຍັງບໍ່ທັນສາມາດເຂົ້າເຖິງແຫຼ່ງທຶນດັ່ງ ກ່າວໄດ້ ໂດຍສະເພາະ ຈຸນລະວິສາຫະກິດ ຍ້ອນບໍ່ມີຫຼັກສັບຄໍ້າປະກັນ ແລະ ບໍ່ໄດ້ຕາມເງື່ອນໄຂຕ່າງໆ ຂອງທະນາຄານ.

ຈນກ ທີ່ບໍ່ສາມາດເຂົ້າເຖີງແຫຼ່ງທຶນຕາມທີ່ຕ້ອງການ ເພື່ອນຳມາຕໍ່ຍອດ ແລະ ປັບປຸງທຸລະກິດຂອງຕົນ ກໍ່ຈະພາໃຫ້ເສຍໂອກາດດ້ານທຸລະກິດ ແລະ ໃນທີ່ສຸດກໍ່ບໍ່ສາມາດແຂ່ງຂັນໃນຕະຫຼາດ ຕໍ່ໄປໄດ້. ດ້ວຍເຫດນີ້, ທຶນສົມທົບ (ແບບຊ່ວຍເຫຼືອລ້າ) ເພື່ອຍົກລະດັບເຕັກໂນໂລຊີ ໃຫ້ ຈນກ ຈະເປັນອີກເຄື່ອງມືດ້ານນະໂຍບາຍໜຶ່ງ ທີ່ຈະມາຊ່ວຍ ຈນກ ເຫຼົ່ານັ້ນ ຊຶ່ງໂຄງການດັ່ງກ່າວແມ່ນສ້າງຂື້ນບົນພື້ນຖານຂອງການຜັນຂະຫຍາຍ ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ດໍາລັດວ່າດ້ວຍກອງທຶນສົ່ງ ເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ, ລົງວັນທີ 04 ກັນຍາ 2019 ແລະ ແຜນພັດທະນາ ຈນກ 2021–2025.

ການສະໜັບສະໜູນ ທຶນສົມທົບ (ແບບຊ່ວຍເຫຼືອລ້າ 50% ສຳລັບ ວິສາຫະກິດສ່ວນບຸກຄົນ ແລະ 70% ສຳລັບ ສະມາຄົມ ແລະ ກຸ່ມຜູ້ຜະລິດ) ຖືວ່າເປັນກົນໄກໜື່ງ ທີ່ເປີດໂອກາດໃຫ້ ຈນກ ໂດຍສະເພາະ ຈຸນລະວິສາຫະກິດ ຜູ້ທີ່ມີແນວຄິດຢາກປັບປຸງທຸລະກິດຂອງຕົນເອງ ແຕ່ມີທຶນບໍ່ພໍ ແລະ ບໍ່ສາມາດເຂົ້າເຖີງແຫຼ່ງທຶນດອກເບ້ຍຕໍ່າໄດ້ (ຍ້ອນຂາດຫຼັກຊັບຄໍ້າປະກັນ) ໃຫ້ສາມາດສະເໜີຂໍ ທຶນສົມທົບ ຈາກ ທສວ ເພື່ອໄປຈັດຊື້ ເຄື່ອງຈັກ, ເຄື່ອງມື ແລະ ເຕັກໂນໂລຊີ ທີ່ມີປະສິດທິພາບກວ່າເກົ່າ ມາຮັບໃຊ້ການຜະລິດ ແລະ ການບໍລິການ ເຮັດໃຫ້ສາມາດຫຼຸດຜ່ອນການນໍາໃຊ້ແຮງງານໃນໜ້າວຽກທີ່ມີຄວາມສ່ຽງ, ຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ຫຼຸດຜ່ອນຜົນກະທົບຕໍ່ສີ່ງແວດລ້ອມ ແລະ ສັງຄົມ ແນ່ໃສ່ເພີ່ມຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການ ເຊິ່ງເປັນປັດໄຈສໍາຄັນ ໃນການເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ຄວາມຍືນຍົງຂອງທຸລະກິດ.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword