ເປີດຝຶກອົບຮົມ: “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ” ທີ່ ແຂວງ ອຸດົມໄຊ

ເປີດຝຶກອົບຮົມ: “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ” ທີ່ ແຂວງ ອຸດົມໄຊ

ໃນວັນທີ 18 ພະຈິກ 2019 ທີ ແຂວງ ອຸດົມໄຊ ໄດ້ເປີດ ການຝຶກອົບຮົມໃນຫົວຂໍ້ : ” ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ (Professional Employee Development Program) “.

ໂດຍການເປັນປະທານຂອງ ທ່ານ ທອງອິນ ຄຳສົມປອງ, ຮອງປະທານ ສຄອ ແຂວງອຸດົມໄຊ, ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ, ທ່ານ ນາງ Tomoe WATANABE (ໂທໂມະ ວາຕານາເບະ), ຜູ້ປະສານງານ ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນ ຍົງ ແຫ່ງປະເທດຍີ່ປຸ່ນ (AOTS) ປະຈຳພາກພື້ນ. ເຊິ່ງການຝຶກອົບຮົມໃນຫົວຂໍ້ : ຫຼັດສູດການພັດທະນາບຸກຄະລາກອນຢ່າງມືອາຊີບ ( Professional Employee development program) ໃນຄັ້ງນີ້  ຈະໄດ້ດຳເນີນເປັນເວລາທັງໝົດ 05 ວັນ, ໃນວັນທີ 18 – 22 ພະຈິກ 2019 ທີ່ ແຂວງ ອຸດົມໄຊ ໂດຍມີ ວິທະຍາກອນ ແລະ ຄູຝຶກ ຈາກສະມາຄົມສົ່ງເສີມດ້ານເຕັກໂນໂລຊີ ແຫ່ງປະເທດໄທ ທ່ານ ອາຈານ  Phurin  Khoonmongkol ທີ່ມີປະສົບການສູງ.

ສຄອ ແຫ່ງຊາດລາວ, ໃນນາມອົງການຈັດຕັ້ງ ຂອງພາກທຸລະກິດລາວ, ແລະ ສຄອ ແຂວງອຸດົມໄຊ ພ້ອມດ້ວຍ ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງແຫ່ງປະເທດຍີ່ປຸ່ນ (AOTS)  ແລະ ສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ ໄດ້ຮ່ວມກັນຈັດການຝຶກອົບຮົມໃນຫົວຂໍ້: ການພັດທະນາບຸກຄະລາກອນ ຢ່າງມືອາຊີບ ຂື້ນ ໃນຄັ້ງນີ້້ ໂດຍມີຈຸດປະສົງ ແລະ ເປົ້້າໝາຍອັນດຽວກັນ ກໍ່ເພື່ອເປັນການພັດທະນາ ບຸກຄະລາກອນຂອງວິສາຫາກິດໃນ ສປປ ລາວ ແລະ ທຸລະກິດ ຂອງແຂວງອຸດົມໄຊ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດບັນລຸຕາມເປົ້າໝາຍ ຂອງ ການດຳເນີນທຸລະກິດ  ເຊີ່ງໃນປີນີ້ ແມ່ນເປັນປີທີ 3 ແລ້ວ ທີ່ ສຄອ ແຫ່ງຊາດລາວ ໄດ້ຮັບການສະໜັບສະໜູນ ທາງດ້ານງົບປະມານ ໃນການຈັດຝຶກອົບຮົມ ຈາກສະມາຄົມສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS)  ແລະ ເປັນຄັ້ງທໍາອິດ ທີ່ພວກເຮົາໄດ້ຈັດການຝຶກອົບຮົມໃນຫົວຂໍ້ນີ້ໃຫ້ແກ່ພາກທຸລະກິດຢູ່ ແຂວງ ອຸດົມໄຊ.

ຈຸດປະສົງ ຂອງ ການຈັດຝຶກອົບຮົມ ກໍ່ເພື່ອເປັນການພັດທະນາຂີດຄວາມສາມາດ ໃຫ້ແກ່ພາກທຸລະກິດຄ່ຽງຄູກັບການພັດທະນາບຸກຄະລາກອນຂອງບໍລິສັດ ເພື່ອເພີ່ມປະສິດທິພາບຂອງການເຮັດວຽກໃນອົງກອນໃຫ້ເປັນລະບົບ ເພື່ອໃຫ້ສາມາດ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນດ້ານພັດທະນາຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ຍັງຈະຊ່ວຍເພີ່ມພະລິດຕະພາບຂອງ ການຜະລິດ   ແລະ ເພີ່ມຂິດຄວາມສາມາດໃຫ້ກັບບຸກຄະລາກອນໃຫ້ເຮັດວຽກຢ່າງມືອາຊີບເຊັ່ນ:  ບັນດາພະນັກງານໃນບໍລິສັດ,       ຜູ້ຈັດການ ແລະ ຜູ້ບໍລິຫານໃຫ້ມີຄວາມເຂົ້າໃຈຢ່າງເລີກເຊີ່ງ ຕໍ່ກັບການຈັດລະບົບຂອງການເຮັດວຽກ (5S organization), ການກວດກາຄຸນນະພາບຂອງການເຮັດວຽກ ແລະ ການຜະລິດ (Kaizen productivity) ເຊີ່ງບົດຮຽນດັ່ງກ່າວແມ່ນ ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບທຸລະກິດ ຂອງ ສປປ ລາວ ເພື່ອເຮັດແນວໃດໃຫ້ ທຸລະກິດຂອງລາວ ສາມາດແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.

ທ່ານ ພູໄຊ ເທບພະວົງ, ເລຂາທິການ ສຄອ ແຫ່ງຊາດລາວ ໄດ້ກ່າວວ່າ: “ຂ້າພະເຈົ້າເຊື່ອວ່າການສຳມະນາໃນຄັ້ງນີ້, ຈະເປັນໂອກາດທີ່ດີໃຫ້ແກ່ບັນດາທ່ານໄດ້ສົນທະນາ ແລະ ແລກປ່ຽນບົດຮຽນ ກັບ ທ່ານວິທະຍາກອນທີ່ຄວາມຮູ້, ປະສົບການສູງ ແລະ  ຫັວງຢ່າງຍີ່ງວ່າບັນດາທ່ານຈະປະກອບສ່ວນຢ່າງຕັ້ງໜ້າໃນການຖອດຖອນບົດຮຽນ, ແລກປ່ຽນ ແລະ ສົນທະນາ ກັບ ທ່ານວິທະຍາກອນ. ” ແລະ ຍັງໄດ້ກ່າວຂອບໃຈມາຍັງ ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ທີ່ໄດ້ໃຫ້ການສະໜັບສະໜູນ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ດ້ວຍດີຕະຫຼອດມາ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword