ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຜົ້ງສາລີ

ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຜົ້ງສາລີ

ກອງປະຊຸມໄດ້ໄຂຂື້ນ ໃນວັນທີ 25 ພະຈິກ 2020, ເວລາ 8:15 ໂມງ ທີ່ ສະໂມສອນເມືຶອງ ບຸນເໜືອ, ເຊິ່ງໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ຄຳຜອຍ ວັນນະສານ, ເລຂາພັກແຂວງ ເຈົ້າແຂວງແຂວງຜົ້ງສາລີ, ທ່ານ ສັງຄົມ ຈັນສຸກ, ຮອງປະທານ ສຄອຊ, ທ່ານ ອຸ່ນຈັງ ຈັນຕະພົມ,ປະທານ ສຄອ ແຂວງ ຜົ້ງສາລີ, ທ່ານ ທະນູຄຳ ບິດຈະວົງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ແລະ ທ່ານ ເຫຼັກ ສຸກສັນ ປະທານ ສະມາຄົມທຸລະກິດໜຸ່ມ ແຂວງ ຜົ້ງສາລີ;

ພ້ອມດຽວກັນນັ້ນ ກໍ່ໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ຮອງເຈົ້າແຂວງແຂວງຜົ້ງສາລີ, ເຈົ້າເມືອງ, ຮອງເຈົ້າເມືອງ ໃນແຂວງຜົ້ງສາລີ, ປະທານ ສຄອ ຫຼວງນໍ້າທາ, ຕ່າງ  ໜ້າຈາກພາກລັດ ແລະ ພາກທຸລະກິດ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນການລາຍງານ, ສະຫຼຸບຕີລາຄາ ສະພາບການເຄື່ອນໄຫວຂອງ ສຄອ ແຂວງ ຜົ້ງສາລີ ໃນໄລຍະ 2012 ຫາ 2020 ແລະ ແຜນການປະຕິບັດວຽກງານໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ກໍ່ເພື່ອປະກາດການແຕ່ງຕັ້ງຄະນະບໍລິຫານງານ ສຄອ ແຂວງຜົ້ງສາລີ ສະໄໝທີ II ແລະ ຮັບຟັງການໂອ້ລົມຈາກ ຄະນະການນໍາຂອງ ແຂວງຜົ້ງສາລີ.

ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ອຸ່ນຈັງ ຈັນຕະພົມ, ປະທານ ສຄອ ແຂວງຜົ້ງສາລີ.ພາຍໃນກອງປະຊຸມໄດ້ມີການຮັບຟັງການລາຍງານ, ມີການປຶກສາຫາລືຖອດຖອນບົດຮຽນ,ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະໄດ້ເຫັນດີເປັນເອກະພາບຕົກລົງຮັບ ຮອງແຕ່ງຕັ້ງຄະນະບໍລິຫານງານ ສຄອ ແຂວງຜົ້ງສາລີ ສະໄໝທີ 2 ເຊິ່ງ ມີລາຍລະອຽດດັ່ງລຸ່ມນີ້:

ຄະນະປະຈຳ ສຄອ ແຂວງຜົ້ງສາລີ

  1. ທ່ານ ອຸ່ນຈັງ ຈັນຕະພົມ ຜູ້ອຳນວຍການ ບໍລິສັດຈັນຕະພົມ ຂາອອກ-ຂາເຂົ້າຈຳກັດ ເປັນປະທານ
  2. ທ່ານ ເຫຼັກ ສຸກສັນ ຜູ້ອຳນວຍການ ບໍລິສັດກໍ່ສ້າງ-ຂົວທາງ ແລະ ຟາມລ້ຽງສັດ ເປັນຮອງປະທານ
  3. ທ່ານ ຄຳພັນ ຈັ່ງຕິ່ງຍົງ ຜູ້ອຳນວຍການ ໂຮງງານ ປຸງແຕ່ງຊາຂຽວ ເປັນຮອງປະທານ
  4. ທ່ານ ຄຳອ່ອນ ຄຸນສົມເຮືອງ ຜູ້ອຳນວຍການ ບໍລິສັດພູເຮືອງຢາງພາລາ ແລະ ລ້ຽງປາ ເປັນຮອງປະທານ
  5. ທ່ານ ສົມຈິດ ຄູນສີເຮືອງ ບໍລິສັດຂາອອກຂາເຂົ້າສົ່ງເສີມປູກພືດເປັນສິນຄ້າຈຳກັດ ເປັນຮອງປະທານ
  6. ທ່ານ ອຸ່ນເນື້ອ ສີວັນເພັງ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງຜົ້ງສາລີ  ເປັນຮອງປະທານ
  7. ທ່ານ ຄຳເພົາເຈັ່ນນະລັດ ຫົວໜ້າທະນາຄານພັດທະນາລາວ ສາຂາແຂວງຜົ້ງສາລີ ເປັນຄະນະປະຈໍາ
  8. ທ່ານ ນ ສຸພາພອນ ພົນປະດິດ ບໍລິສັດແສງຟ້າ ການຄ້າຂາເຂົ້າ-ຂາອອກ ລົງທືນທົ່ວໄປ ເປັນຄະນະປະຈຳ
  9. ທ່ານ ສົມເພັດ ອຸ່ນນະຄຳ ອຳນວຍການບໍລິສັດ SPK ຂົນສົ່ງໂດຍສານ ເປັນຄະນະປະຈຳ

ຄະນະບໍລິຫານ ສຄອ ແຂວງ ຜົ້ງສາລີ

  1. ທ່ານ ສົມພົງ ຮືຈຳປາ ຄະນະອຳນວຍການບໍລິສັດ ກໍ່ສ້າງຂົວທາງ ຈຳກັດ, ເປັນຄະນະບໍລິຫານ
  2. ທ່ານ ສີໄຫວ ສີທັນດາ, ຄະນະອຳນວຍການບໍລິສັດ ກໍ່ສ້າງຂົວທາງ ຈຳກັດ, ເປັນຄະນະບໍລິຫານ
  3. ທ່ານ ອຸ່ນເຮືອນ ພອນສະຫວັນ ຄະນະອຳນວຍການບໍລິສັດ ກໍ່ສ້າງຂົວທາງ ຈຳກັດ ເປັນຄະນະບໍລິຫານ
  4. ທ່ານ ນ ຈັນທາ ສໍສຸກັນ  ຟາມລ້ຽງສັດ ທະວີຊັບ ສົ່ງເສີມກະສິກຳ ເປັນຄະນະບໍລິຫານ
  5. ທ່ານ ແສງຄຳ ລາວລີ ອຳນວຍການໂຮງງານປຸງແຕ່ງຊາບູຮານ  ເປັນຄະນະບໍລິຫານ
  6. ທ່ານ ນັນດາ ວາງມະນີ ອຳນວຍການບໍລິສັດຂາເຂົ້າຂາອອກຜ່ານແດນຈຳກັດ  ເປັນຄະນະບໍລິຫານ
  7. ທ່ານ ອາຕົງ ລາວລີ ອຳນວຍການບໍລິສັດຕົງກໍ່ສ້າງ, ບໍລິການຊ່າງຄ່ຽນຖ່າຍສິນຄ້າ ເປັນຄະນະບໍລິຫານ
  8. ທ່ານ ພອນໄຊ ຈອມແກ້ວ ອຳນວຍການລັດວິສາຫະກິດນໍ້າປະປາສາຂາ ແຂວງຜົ້ງສາລີ ເປັນຄະນະບໍລິຫານ
  9. ທ່ານ ສີພັນ ແສງນວນຈັນ ອຳນວຍການບໍລິສັດ ລາວໂທລະຄົມລາວສາຂາ ແຂວງຜົ້ງສາລີ ເປັນຄະນະບໍລິຫານ
  10. ທ່ານ ພອນຄຳ ດວງບຸດດີ ຫົວໜ້າທະນາຄານການຄ້າຕ່າງປະເທດ ສາຂາ ແຂວງຜົ້ງສາລີ ເປັນຄະນະບໍລິຫານ
  11. ທ່ານ ຄຳບຸກ ດາວຈອມ ຫົວໜ້າທະນາຄານ ສົ່ງເສີມກະສິກຳ ສາຂາແຂວງຜົ້ງສາລີ ເປັນຄະນະບໍລິຫານ
  12. ທ່ານ ລີ ວັນນະປະເສີດ ຫົວໜ້າທະນາຄານ ນະໂຍບາຍ ສາຂາແຂວງຜົ້ງສາລີ  ເປັນຄະນະບໍລິຫານ
  13. ທ່ານ ສຸວັນທາ ເດວວັນ ຫົວໜ້າສະຖາບັນການເງິນຈຸລະພາກ ເປັນຄະນະບໍລິຫານ
  14. ທ່ານ ສີວົງໄຊ ປັນຍາຮັກ ບໍລິສັດທ່ອງທ່ຽວອາເມຊິງ ເປັນຄະນະບໍລິຫານ
  15. ທ່ານ ຄຳລອດ ອິນຕະນາມ ບໍລິສັດ ແດນເໜືອການຄ້າ ຂາເຂົ້າຂາອອກຈຳກັດ ເປັນຄະນະບໍລິຫານ
  16. ທ່ານ ວົງຄຳ ຄຳປະສົງ ອຳນວຍການບໍລິສັັດ ສົ່ງເສີມປູກພືດຂາເຂົ້າຂາອອກຈຳກັດ ເປັນຄະນະບໍລິຫານ
  17. ທ່ານ ນ ມະນີຈັນ ປັນແກ້ວ ໂຮງງານປຸງແຕ່ງຊາສົມນຶກລາວຖັງ  ເປັນຄະນະບໍລິຫານ
  18. ທ່ານ ບົວເງິນ ລາວຢາງ  ອຳນວຍການບໍລິສັດ ບົວເງິນ ຂາອອກ ຂາເຂົ້າ ຈຳກັດ  ເປັນຄະນະບໍລິຫານ
  19. ທ່ານ ກ້ອນ ອຳນວຍການບໍລິສັດ ພັດທະນາກະສິກຳ ເມືອງຂວາ ເປັນຄະນະບໍລິຫານ
  20. ທ່ານ ສຸລິຍອດ ດວງຈຳປາ ບໍລິການຂາຍເຄື່ອງຍ່ອຍ   ເປັນຄະນະບໍລິຫານ
  21. ທ່ານ ວົງຕາວັນ ລາວແຊ່ວ ອຳນວຍການໂຮງງານປຸງແຕ່ງເຫຼົ້າຂຽວຂຸນສຸກ  ເປັນຄະນະບໍລິຫານ

ຄະນະກວດກາ ສຄອ ແຂວງ ຜົ້ງສາລີ

  1. ທ່ານ ຄຳອ່ອນ ຄຸນສົມເຮືອງ ຜູ້ອຳນວຍການ ບໍລິສັດພູເຮືອງຢາງພາລາ ແລະ ລ້ຽງປາ ເປັນປະທານກວດກາ
  2. ທ່ານ ສີໄຫວ ສີທນດາ ຄະນະອຳນວຍການບໍລິສັດ ກໍ່ສ້າງຂົວທາງ ຈຳກັດ    ເປັນຮອງປະທານກວດກາ
  3. ທ່ານ ວົງຄຳ ຄຳປະສົງ ອຳນວຍການບໍລິສັັດ ສົ່ງເສີມປູກພືດຂາເຂົ້າຂາອອກຈຳກັດ ເປັນຮອງປະທານກວດກາ

ຄະນະທີ່ປຶກສາ ສຄອ ແຂວງ ຜົ້ງສາລີ

  1. ທ່ານ ຜູ້ອຳນວຍການ ບໍລິສັດ ຈົ່ງຢູນເມືອງຫຼ້າສົ່ງເສີມການປູກອ້ອຍ ເປັນຄະນະທີ່ປຶກສາ
  2. ທ່ານ ຜູ້ອຳນວຍການ ບໍລິສັດ ຍົງໄທ້ຢາງພາລາ ຈຳກັດ ເປັນຄະນະທີ່ປຶກສາ
  3. ທ່ານ ຜູ້ອຳນວຍການ ມິນີມາເກັດ ການຄ້າເມືອງບຸນເໜືອ ເປັນຄະນະທີ່ປຶກສາ
  4. ທ່ານ ຜູ້ອຳນວຍການ ບໍລິສັດຊີຊຸຍຍົງອີ້ຢາງພາລາ ເປັນຄະນະທີ່ປຶກສາ
  5. ທ່ານ ຜູ້ອຳນວຍການ ບໍລິສັດຈາງເຊິນຕາ ສົ່ງເສີມການປູກແລະອົບກາເຟ ເປັນຄະນະທີ່ປຶກສາ
  6. ທ່ານ ຜູ້ອຳນວຍການ ບໍລິສັດ ຈິ່ນຈຽງສົ່ງ ປູກຢາງພາລາເມືອງບຸນໃຕ້ ເປັນຄະນະທີ່ປຶກສາ

ທ່ານ ສັງຄົມ ຈັນສຸກ ຮອງປະທານ ສຄອຊ ໄດ້ນຳສະເໜີແຜນຍຸດທະສາດ 6 ເສົາຄໍ້າ ຂອງ ສຄອຊ ໂດຍເນັ້ນໃຫ້ເຫັນຄວາມສໍາຄັນໃນຫຼາຍຫຼາຍວຽກງານ, ໂດຍສະເພາະແມ່ນ ການປັບປຸງແວດລ້ອມໃນການດໍາເນີນທຸລະກິດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດຂັ້ນແຂວງ ແລະທ້ອງຖິ່ນ, ການພັດທະນາສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະ ກາງ, ການສົ່ງເສີມຜະລິດຕະພັນລາວ, ການສົ່ງເສີມການຄ້າຊາຍແດນ ແລະ ການລົງທຶນ ໃຫ້ມີຄຸນນະພາບ. ເຊິ່ງໜ້າວຽກດັ່ງກ່າວນັ້ນ ແມ່ນ ປາສະຈາກບໍ່ໄດ້ ທີ່ຕ້ອງປະສານສົບທົບຢ່າງໃກ້ຊິດກັບທຸກທຸກພາກສ່ວນຂອງລັດຖະບານ, ໂດຍສະເພາະແມ່ນ ຂະແໜງອຸດສາຫະກຳ ແລະ ການຄ້າ. ແລະ ໄດ້ຮຽກຮ້ອງໃຫ້ ຄະນະບໍລິຫານງານ ສຄອ ແຂວງ ແລະ ອຳນາດການປົກຄອງແຂວງ ສືບຕໍ່ຊຸກຍູ້ສົ່ງເສີມສ້າງຕັ້ງ ສຄອ ເມືອງພາຍໃນ ແຂວງ ຜົ້ງສາລີ

ທ່ານ ຄຳຜອຍ ວັນນະສານ ເລຂາພັກແຂວງ  ເນັ້ນໃຫ້ເຫັນຄວາມສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ແລະ ທ້ອງຖິ່ນ ເຊິ່ງຈະເປັນຜົນງານອັນໃຫຍ່ຫຼວງໃນການປະກອບສ່ວນສ້າງສ້າງພັດທະນາປະເທດຊາດ ກໍ່ຄືຂັ້ນແຂວງ ແລະ ຂັ້ນເມືອງ ໂດຍສະເພາະແມ່ນການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ ພາຍໃນແຂວງ ແລະ ທ້ອງຖິ່ນ. ພ້ອມດຽວກັນນີ້ ກໍ່ໄດ້ສະເໜີໃຫ້ຄະນະບໍລິຫານງານ ສຄອ ແຂວງ ຜົ້ງສາລີ ໃນບາງຈຸດຄື:

–        ຄະນະບໍລິຫານງານ ຈົ່ງມີຄວາມສາມັກຄີ ມີຈິດໃຈຮັກຊາດ ຕັ້ງໜ້າປະຕິບັດວຽກງານສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດໂດຍສະເພາະແມ່ນການສ້າງວຽກເຮັດງານທຳ, ແນ່ໃສ່ຫຼຸດຜ່ອນຄວາມທຸກຍາກ

–        ໃຫ້ຜັນຂະຫຍາຍ ຍຸດທະສາດ 6 ເສົາຄໍ້າ ຂອງ ສຄອຊ ແລະ ປະຕິບັດໃຫ້ມີປະສິດທີຜົນ

–        ສືບຕໍ່ສ້າງຄວາມເຂັ້ມແຂງ ພາຍໃນໂດຍປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ ຕາມ ອີງຕາມດຳລັດ 237.ນຍ, ຄະນະບໍລິຫານງານ ສຄອ ແຂວງ ຕ້ອງມີການເຮັດວຽກທີ່ມີແບບແຜນ, ມີລະບຽບ, ມີຄວາມໂປ່ງໃສ, ມີຄວາມກະຕືລືລົ້ນໃນການສັງລວມ ແລະ ແກ້ໄຂບັນຫາຕ່າງໆ, ຕ້ອງມີການກວດກາ, ຈັດຕັ້ງກອງປະຊຸມປຶກສາຫາລືໃນແຕ່ລະໄລຍະ.

–        ຄະນະບໍລິຫານງານ ສຄອ ແຂວງ ຕ້ອງເຊື່ອມຊືມກຳແໜ້ນ 237. ນຍ , ແລະ ປະຕິບັດຕາມພາລະບົດບາດ ຂອບເຂດສິດ, ໜ້າທີ່ ແລະ ອື່ນໆ.

–        ສົ່ງເສີມການສ້າງ ກຸ່ມ, ສະມາຄົມ ທຸລະກິດ ໃຫ້ເຂັ້ມແຂງ.

–        ໃຫ້ມີການພົວພັນປະສານງານຢ່າງໃກ້ສິດ ທັງພາຍໃນ ແລະ ພາຍນອກ ເຊັ່ນ: ການພົວພັນ ປະສານງານ ກັບ ສຄອ ເມືອງລາ ສປ ຈີນ, ສຄອ ແຂວງ ໃກ້ຄຽງ, ສຄອຊ ແລະອື່ນໆ

ກອງປະຊຸມໄດ້ປິດລົງ ໃນເວລາ 12:00 ໂມງ ຂອງວັນດຽວກັນ

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword