ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍຄະນະ, ຕ້ອນຮັບຄະນະຈາກບໍລິສັດທາງລົດໄຟລາວ-ຈີນ ຈຳກັດ

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍຄະນະ, ຕ້ອນຮັບ ຄະນະຈາກ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ

ນຳໂດຍ ທ່ານ ກົ່ງຊຽນມ້ຽນ (Gong Xianmian) ຮອງອຳນວຍການ ບໍລິສັດ, ໃນວັນທີ 15 ພຶດສະພາ 2023, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໂດຍມີຈຸດປະສົງຕົ້ນຕໍແມ່ນປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືລະຫວ່າງທຸລະກິດລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ ໂດຍສະເພາະແມ່ນການຮ່ວມມືໂຄສະນາ, ຈຳໜ່າຍສິນຄ້າໃນແຕ່ລະສະຖານີ, ການຮ່ວມມືການບໍລິການຂົນສົ່ງ ແລະ ສາງສິນຄ້າ, ການຮ່ວມມືທ່ອງທ່ຽວ, ວັດທະນະທຳ ແລະ ການຮ່ວວມືການພັດທະນາໂຄງການຕາມເສັ້ນທາງລົດໄຟລາວ-ຈີນ. ພ້ອມດຽວກັນນັ້ນໄດ້ມີການປຶກສາຫາລືການເຂົ້າຮ່ວມກອງປະຊຸມການຮ່ວມມືສະບຽງເສດຖະກິດລາວ-ຈີນທີ່ນະຄອນລວງວຽງຈັນໃນຕົ້ນເດືອນ ສິງຫາ ປີ 2023 ເຊິ່ງແມ່ນການຮ່ວມຈັດລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ແລະ ຄະນະປະຕິຮູບເສດຖະກິດ ສປ ຈີນ ໂດຍເນັ້ນໜັກຂະແໜງການຂົນສົ່ງ, ບໍ່ແຮ່, ກະສິກຳ, ວັດທະນະທຳ ແລະ ພະລັງງານໃໝ່.
ໃນກອງປະຊຸມໄດ້ຕົກລົງເຫັນດີຈະຈັດກອງປະຊຸມສະເພາະລະຫວ່າງທຸລະກິດລາວແລະບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ເພື່ອປຶກສາຫາລືການຮ່ວມມືກ່ຽວກັບການຂົນສົ່ງສິນຄ້າທາງລົດໄຟ ໃນທ້າຍເດືອນພຶດສະພາ 2023 , ກອງປະຊຸມ ການຮ່ວມມືເຂດການຄ້າໃນສະຖານີລົດໄຟ ແລະກອງປະຊຸມພັກທະນາກະສິກຳຕາມແລວທາງລົດໄຟລາວ-ຈີນ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword