ງານຖະແຫຼງຂ່າວກ່ຽວກັບງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 (ASEAN Business Award Laos 2020)

ງານຖະແຫຼງຂ່າວກ່ຽວກັບງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 (ASEAN Business Award Laos 2020)

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2020 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດ ງານຖະແຫຼງຂ່າວກ່ຽວກັບງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 (ASEAN Business Award Laos 2020)

ໂດຍໃຫ້ກຽດເປັນປະທານຂອງ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ສະຫວັນຄອນ ລາຊມຸນຕີ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຢັນ ເຊິນ ທີ່ປຶກສາ ແຜນງານເຊື່ອມໂຍງເສດຖະກິດ ອາຊຽນ ຂອງ ສປປ ລາວ ເພື່ອການພັດທະນາທາງດ້ານທຸລະກິດ ແລະ ການຄ້າ (RELATED, GIZ) , ພ້ອມດ້ວຍ ຄູ່ຮ່ວມພັດທະນາ ແລະ ຜູ້ສະໜັບສະໜູນ, ​ແລະ ບັນດາທ່ານສື່ມວນຊົນ ຈາກຫລາຍພາກສ່ວນເຂົ້າຮ່ວມງານໃນມື້ດັ່ງກ່າວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ (ASEAN Business Advisory Council) ໄດ້ຮ່ວມກັບໂຄງການ RELATED ຂອງ GIZ ປະຈຳລາວ ຈະຈັດງານຊິງລາງທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 (ASEAN Business Award Laos 2020) ຂື້ນ. ABA Laos 2020 (ASEAN Business Awards Lao 2020), ແມ່ນງານມອບລາງວັນທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ເຊິ່ງລາງວັນດັ່ງກ່າວນີ້ແມ່ນຢູ່ພາຍໃຕ້ອົງປະກອບວຽກງານຂອງພາກພື້ນ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ການຈັດງານທຸລະກິດດີເດັ່ນ ຂອງ ອາຊຽນ. ບັນດາວຽກງານເລົ່ານີ້ແມ່ນຢູ່ພາຍໃຕ້ການຊີ້ນຳ ແລະ ຈັດຕັ້ງປະຕິບັດ ຂອງ ສະພາທີ່ປຶກສາທຸລະກິດອາຊຽນ ASEAN Business Advisory Council (ASEAN-BAC).

ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າແລະອຸດສາຫະ ກຳ ແຫ່ງຊາດລາວ ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 16 ມີຖຸນາ 2020 ນີ້ ງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປລາວ 2020 (ABA Laos 2020 ເປັນງານມອບລາງວັນທີ່ເປີດກ້ວາງຕໍ່ສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ຂອງ ສປປ ລາວ ທີ່ດຳເນີນທຸລະກິດຖືກຕ້ອງຕາມກດົດໝາຍ, ບໍ່ວ່ານ້ອຍ ຫລື ໃຫຍ່ ກໍ່ສາມາດສົ່ງເຂົ້າສະຫມັກແຂ່ງຂັນເອົາລາງວັນໄດ້. ເຊິ່ງທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ຈາກ ABA Lao 2020 (ASEAN Business Awards Lao 2020) ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນເຊິ່ງຈະໄດ້ພົບກັບບັນດາຫົວຫນ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ. ການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນແມ່ນຈະໄດ້ຈັດຂື້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business & Investment) ແລະ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ຄັ້ງທີ 36 ປີ 2020, ທີ່ ປະເທດ ຫວຽດນາມ.

ປະເພດລາງວັນສຳລັບປີ 2020 ປະກອບມີ 3 ປະເພດເຊັ່ນ: ຂະແໜງບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການເຊັ່ນ: ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະແໜງຕັດຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈີດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້. ສຳລັບລາງວັນຂະແໜງທຸລະກິດ SME ດີເດັ່ນ (SME Excellence Award) ປະກອບມີ 5 ຂະແໜງການ ເພີ່ມມາໃໝ່ 1 ຂະແໜງການ ເຊັ່ນ: ລາງວັນການຂະຫຍາຍໂຕທຸລະກິດດີເດັ່ນ, ການຈ້າງງານດີເດັ່ນ, ນະວັດຕະກຳດີເດັ່ນ,  ການປະກອບສ່ວນຕໍ່ສັງຄົມ ແລະ ລາງວັນການນຳໃຊ້ ດິຈີຕອລດີເດັ່ນ (ລາງວັນເພີ່ມມາໃໝ່) ແລະ ສຸດທ້າຍແມ່ນລາງວັນພິເສດ ປະກອບມີ 7 ປະເພດລາງວັນ ເຊັ່ນ: ລາງວັນເພື່ອນມິດ ສປປ ລາວ ດີເດ່ັນລາງວັນທຸລະກິດຄອບຄົວດີເດັ່ນ, ລາງວັນທຸລະກິດເພື່ອສັງຄົມແບບຍືນຍົງ, ລາງວັນທຸລະກິດສີຂຽວ, ລາງວັນທຸລະກິດລິເລີ່ມ, ລາງວັນນັກທຸລະກິດໜຸ່ມດີເດັ່ນ ແລະ ລາງວັນຜູ້ປະກອບການແມ່ຍິງດີເດັ່ນ.

ສຳລັບການຄວາມໂປ່ງໃສໃນຂັ້ນຕອນການກວດສອບແບບຟອມ ແລະ ເອກະສານ ຂອງ ຜູ້ສະໝັກ ABA Laos 2020 ແມ່ນຈະຖືກກວດສອບໂດຍບໍລິສັດ  KPMG (Laos) ຫຼັງຈາກນັ້ນກອງເລຂາຮັບຜິດຊອບງານຊິງລາງວັນຈະໄດ້ເຊີນເອົາຕາງໜ້າຈາກສື່ມວນຊົນ, ຕາງໜ້າຈາກພາກລັດ, ຕາງໜ້າພາກທຸລະກິດ ແລະ ສະຖາບັນການສຶກສາ ເພື່ອເຂົ້າມາເປັນຄະນະກຳມະການຕັດສິນໃນທຸກໆຂະແໜງ ແລະ ແຕ່ລະປະເພດລາງວັນ.

ພິທີມອບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 (ASEAN Business Award Laos 2020) ABA Laos 2020 ຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 25 ກັນຍາ 2020, ການມອບລາງວັນສຳລັບປີ 2020 ນີ້ເປັນການສ້າງແຮງບັນດານໃຈໃຫ້ແກ່ຫົວຫນ່ວຍທຸລະກິດລາວ ຊຶ້ງທຸ້ມເທເຫື່ອແຮງສະຕິປັນຍາ ແລະ ອື່ນໆ ຕະຫລອດ ປີ 2020 ແລະ ຫລາຍປີ ຜ່ານມາ. ນອກນັ້ນຍັງເປັນການເຕົ້າໂຮມຫົວຫນ່ວຍທຸລະກິດໃນ ສປປລາວ ເພື່ອປະກອບສ່ວນເຂົ້າໃນຂະບວນສ້າງສາພັດທະນາການເຊື່ອມໂຍ້ງເສດຖະກິດກັບອາຊຽນ ແລະ ເປັນບາດກ້າວສໍາຄັນໃນການເຂົ້າສູ່ຕະຫລາດເພື່ອນບ້ານ, ຕະຫລາດອາຊຽນ ແລະ ຕະຫລາດໂລກອີກດ້ວຍ.

————- ວິທີການສະຫມັກ ————-

  1. ຕື່ມແບບຟອມສະໝັກ

ດາວໂຫລດແບບຟອມສະຫມັກຈາກ www.lncci.la/aba2020 ແລະ ຕື່ມບັນດາຫົວຂໍ້ທີ່ກ່ຽວຂ້ອງ. ສຳລັບຂໍ້ມູນເພີ່ມເຕີມ, ສາມາດສອບຖາມໄດ້ທີ່ ກອງເລຂາງານຊິງລາງວັນທຸລະກິດດີເດັ່ນແຫ່ງ ສປປ ລາວ  +856 20 5256 2729 ຫຼື +856 20 5528 9996.

  1. ສົ່ງທຸກເອກະສານໃຫ້ກັບ ກອງເລຂາງານຊິງລາງວັນທຸລະກິດດີເດັ່ນແຫ່ງ ສປປ ລາວ

ສົ່ງຟອມສະຫມັກພ້ອມດ້ວຍເອກະສານຕິດຄັດຜ່ານອີເມວ abalaos@lncci.la ເຖິງ 14 ສິງຫາ 2020.

  1. ປະກາດຜູ້ຊະນະ ແລະ ງານລ້ຽງ

ພາຍຫລັງສຳເລັດການປະຊຸມຂອງຄະນະກຳມະການໃນວັນທີ 28 ສິງຫາ 2020, ລາຍຊື່ຜູ້ຊະນະແມ່ນຈະໄດ້ຖືກປະກາດໃນວັນທີ 04 ກັນຍາ 2020. ງານລ້ຽງສຳລັບງານຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ 2020 ແມ່ນຈະຈັດຂຶ້ນໃນວັນທີ 25 ກັນຍາ 2020.

 

 

 

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword