ພິທີຖະແຫຼ່ງຂ່າວ ແນວຄວາມຄິດລິເລີ້ມ Plaosme 2.0 ເພື່ອສົ່ງເສີມຫົວໜ່ວຍທຸລະກິດ ແລະ ການຄ້າທາງເອເລັກໂຕຣນິກ ເພື່ອສະໜັບສະໜູນ SMEs ຂອງລາວ

ພິທີຖະແຫຼ່ງຂ່າວ ແນວຄວາມຄິດລິເລີ້ມ Plaosme 2.0 ເພື່ອສົ່ງເສີມຫົວໜ່ວຍທຸລະກິດ ແລະ ການຄ້າທາງເອເລັກໂຕຣນິກ ເພື່ອສະໜັບສະໜູນ SMEs ຂອງລາວ

ໃນຕອນບ່າຍຂອງວັນທີ 14 ທັນວາ 2020 ທີ່ ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼ່ງຂ່າວ “ ແນວຄວາມຄິດລິເລີ້ມ Plaosme 2.0 ເພື່ອສົ່ງເສີມຫົວໜ່ວຍທຸລະກິດ ແລະ ການຄ້າທາງເອເລັກໂຕຣນິກ ເພື່ອສະໜັບສະໜູນ SMEs ຂອງລາວ”

ໂດຍການເປັນປະທານຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົດສົ່ງເສີມ SMEs ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ  ພ້ອມດ້ວຍແຂກຖຶກເຊີນຕ່າງໜ້າຈາກ ພາກລັດ, ພາກທຸລະກິດ ແລະ ບັນດາສື່ມວນຊົນຕ່າງໆ ທີ່ເຂົ້າຮ່ວມ. ຈຸດປະສົງຂອງການຈັດງານຖະແຫຼ່ງຂ່າວໃນຄັ້ງນີ້:

  1. ແມ່ນເພື່ອເຜີຍແຜ່ຂໍ້ມູນໃຫ້ແກ່ຜູ້ປະກອບການທຸລະກິດ SMEs ໃນ ສປປ ລາວ ແລະ ສັງຄົມໄດ້ຮັບຮູ້ຢ່າງກວ້າງ ຂວາງ, ມີຄວາມເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບການຄ້າຜ່ານທາງເອເລັກໂຕຣນິກ ໃນເວັບໄຊທ໌ www.plaosme.com
  2. ເພື່ອສົ່ງເສີມການຊື້-ຂາຍສິນຄ້າລາວຜ່ານທາງ E-Commerce ໂດຍສະເພາະເວັບໄຊທ໌ www.plaosme.com ໃຫ້ເປັນ ເປັນເວັບໄຊທ໌ຊື້-ຂາຍ ທາງອອນລາຍລະດັບຊາດ.
  3. ເພີ່ມຊ່ອງທາງການຊໍາລະເງິນໃນລະບົບເວັບໄຊທ໌ www.plaosme.com ໂດຍຜ່ານທາງອອນລາຍ (Payment Gateway) ແລະ ລະບົບການຄຸ້ມຄອງການຂົນສົ່ງສິນຄ້າ (Logistics).
  4. ເປັນເວທີຖະແຫຼ່ງຂ່າວເພື່ອເປີດຕົວການຊື້-ຂາຍສິນຄ້າລາວ ທັງພາຍໃນ ແລະ ຕ່າງປະເທດໃນ ກ່ຽວກັບລະບົບການຄ້າ ຜ່ານທາງເອເລັກໂຕຣນິກ ຂອງເວັບໄຊທ໌ www.plaosme.com.

ເປົ້າໝາຍຂອງພວກເຮົາຄືຫັນມານໍາໃຊ້ນະວັດຕະກໍາເຕັກໂນໂລຊີໃໝ່ ເພື່ອນໍາປະເທດໄປສູ່ທັນສະໄໝຫລຸດຜ່ອນຕົ້ນທຶນຊື້-ຂາຍສິນຄ້າ ແລະ ເວລາໃນການຂົນສົ່ງ, ສ້າງໃຫ້ທຸລະກິດ SMEs ຂອງລາວໃຫ້ມີຄວາມເຂັ້ມແຂງ, ສາມາດນໍາໃຊ້ເຄື່ອງມືທາງດ້ານ ເຕັກໂນໂລຊີ ແລະ ເພີ້ມຊ່ອງທາງການຊື່-ຂາຍສິນຄ້າຂອງຕົນຜ່ານທາງເວັບໄຊທ໌ www.plaosme.com   ທາງອອນລາຍ ໃຫ້ກາຍເປັນເວັບໄຊທ໌ຊື້-ຂາຍໃນລະດັບຊາດ.

ເພື່ອເພີ້ມຍອດຂາຍ ແລະ ສ້າງລາຍຮັບໃຫ້ທຸລະກິດ SMEs  ຂອງ ສປປ ລາວ ໃຫ້ເຂັ້ມແຂງ ເພື່ອເປັນຖານເກັບລາຍຮັບໃຫ້ແກ່ລັດຖະບານຢ່າງຢືນຍົງ ສະນັ້ນ, ພາກລັດຈຶ່ງໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ ໃຫ້ຜູ້ປະກອບການທຸລະກິດ/ຜູ້ຜະລິດພາຍໃນ ແລະ ຕ່າງປະເທດສາມາດນຳໃຊ້ການຊື້-ຂາຍສິນຄ້າຂອງຕົນ ໂດຍການພັດທະນາທຸລະກິດການຄ້າທາງອອນລາຍ. ຊຶ່ງປັດຈຸບັນກຳລັງເປັນທີ່ຍອມຮັບ, ທັນສະໄຫມນຳໃຊ້ກັນໃນທົ່ວໂລກ ແລະ ເປັນຮູບແບບການຄ້າທີ່ບໍ່ມີພົມແດນ, ສາມາດດຶງດູດການຊື້-ຂາຍສິນຄ້າທັງພາຍໃນ ແລະ ຕ່າງປະເທດໄດ້ທົ່ວໂລກ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword