ພິທີຖະແຫຼງຂ່າວ ງານສະບາຍດີ ຫຼວງພະບາງ ເຟັສ (Sabaidee Luangprabang Fest)

ພິທີຖະແຫຼງຂ່າວ ງານສະບາຍດີ ຫຼວງພະບາງ ເຟັສ (Sabaidee Luangprabang Fest)

ໃນຕອນບ່າຍຂອງວັນທີ່ 19 ກັນຍາ 2022 ທີ່ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະພາການຄ້າ (ສຄອຊ) ແລະອຸດສາຫະກຳແຂວງຫລວງພະບາງ ຮ່ວມກັນໂຄງການຊັດສທົວ

ຈັດຕັ້ງປະຕິບັດໂດຍອົງການແພຮນສາກົນປະຈຳລາວ ສະຫນັບສະຫນູນໂດຍ ສູນສະຫະພາບເອິລົບປະຈຳລາວ ໄດ້ ຈັດພິທີຖະແຫລງຂ່າວ ກ່ຽວກັບ ງານ ສະບາຍດີຫລວງພະບາງເຟສ ຂື້ນ ທີ່ຫ້ອງປະຊຸມສະພາການຄ້າແລະອຸສາຫະກຳແງຊາດລາວ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ. ທ່ານ ນາງແວມະນີ ດວງດາລາ ຮອງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ,  ທ່ານ ເວັງຊອງ ເວ່ຍ, ຫົວຫນ້າຝ່າຍການຮ່ວມມື, ສໍານັກງານຜູ້ຕ່າງຫນ້າສະຫະພາບ ເອິລົບ ປະຈໍາ ສປປ ລາວ ທ່ານ ຄໍເນີ ເບີດານ ຫົວຫນ້າໂຄງການ ຊັດທົວ ອົງການແພຮນສາກົນປະຈຳລາວ ແລະ ມີແຂກທີ່ຖືກເຊີນ, ຈາກ ກະຊວງ ຖະແຫຼ່ງຂ່າວ ແລະ ວັດທະນະທຳ,ກຸ່ມ, ສະມາຄົມ, ແລະ ຕ່າງໜ້າຈາກ ບໍລິສັດ ເຂົ້າຮ່ວມ ລວມທັງໝົດ 15 ທ່ານ.

ທ່ານ ນາງຈັນທະຈອນ ວົງໄຊ ໄດ້ໃຫ້ຂໍ້ມູນ ຄວາມເປັນມາໃນການຈັດງານ ສະບາຍດີ ຫລວງພະບາງເຟສ  ດ່ັງນີ້:

ງານ ສະບາຍດີ ຫລວງພະບາງເຟັສ – Sabaidee Luang Prang Fest ແມ່ນເປັນກິດຈະກໍາທີ່ສໍາຄັນຫນື່ງ ທີ່ໄດ້ຮັບການສະຫນັບສະຫນູນຈາກໂຄງການ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ ຫລື ເອີ້ນວ່າ (SUSTOUR Laos), ເຊີ່ງໂຄງການດັ່ງກ່າວນີ້ ເປັນໂຄງການຫນື່ງທີ່ຢູ່ພາຍໃຕ້ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຈຸດປະສົງ ແມ່ນເພື່ອແນ່ໃສ່ການຊຸກຍູ້ ແລະ ສົ່ງເສີມບັນຫາຫົວຫນ່ວຍທຸລະກິດ ກໍ່ຄືທຸລະກິດຂະຫນາດນ້ອຍ ແລະ ກາງ ສາມາດເຊື່ອມໂຍ້ງເຂົ້າສູ່ຕະຫລາດ ເພື່ອໃຫ້ສາມາດແຂ່ງຂັນໃນຕະຫລາດພາຍໃນ ແລະ ຕະຫລາດສາກົນໄດ້.  

ງານ ສະບາຍດີ ຫລວງພະບາງເຟັສ – Sabaidee Luang Prang Fest ຈັດຂື້ນເປັນຄັ້ງທຳອິດ ທີ່ແຂວງຫຼວງພະບາງ, ​ເຊີ່ງຈະຈັດຂື້ນ ໃນລະຫ່ວາງວັນທີ່ 06-12/10/2022 ເຊີ່ງຈະດໍາເນີນເປັນເວລາ 7 ວັນ ໃນຊ່ວງບຸນອອກພັນສາ. ໂດຍຈຸດປະສົງໃນການຈັດງານດັ່ງກ່າວນີ້ ແມ່ນສົ່ງເສີມ ແລະ ສະໜັບສະໜູນໃຫ້ບັນດາຫົວໜ່ວຍທຸລະກິດ ໃນ ສປປ ລາວ ໄດ້ຮັບການຫັນໄປສູ່ການດຳເນີນທຸລະກິດແບບຍືນຍົງ ເຊິ່ງເຮັດໃຫ້ກຸ່ມຜູ້ອຸປະໂພກບໍລິໂພກ, ຜູ້ໃຊ້ບໍລິການ ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວທົ່ວໄປ ແລະ ບັນດາທຸລະກິດການທ່ອງທ່ຽວທັງພາຍໃນ ແລະ ສາກົນ ໃຫ້ສາມາດຈັດຕັ້ງປະຕິບັດ ເພື່ອເຫັນໄດ້ເຖີງຜົນປະໂຫຍດ, ເຫັນຄວາມສໍາຄັນ ແລະ ໃຫ້ການສະໜັບສະໜູນການທ່ອງທ່ຽວແບບຍືນຍົງ ທີ່ຈະກາຍເປັນຈຸດເດັ່ນ ແລະ ຂໍ້ໄດ້ປຽບທາງທຸລະກິດຂອງບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການດຳເນີນທຸລະກິດແບບຍືນຍົງ ພ້ອມດຽວກັນນັ້ນ ກໍ່ເພື່ອເປັນການກະຕຸ້ນການທ່ອງທ່ຽວພາຍໃນໃຫ້ຄົນພາຍໃນຊາດຫັນມາທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍຂື້ນ ແລະ ພ້ອມທັງການສົ່ງເສີມການຫັນມາໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ນັບຫຼາຍຂື້ນ ຄຽງຄູ່ກັບການຟື້ນຟູ່ເສດຖະກິດຫຼັງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງໂຄວິດ-19,  ແລະ ທີ່ສໍາຄັນແມ່ນເພື່ອສົ່ງເສີມບັນດາຫົວໜ່ວຍທຸລະກິດຜູ້ປະກອບການທີ່ຕິດພັນກັບການທ່ອງທ່ຽວເຊັ່ນ:  ບັນດາທຸລະກິດທີພັກ-ໂຮງແຮມ, ບໍລິສັດ ທ່ອງທ່ຽວ, ບໍລິສັດຂົນສົ່ງ, ບັນດາຜູ້ສະໜອງອາຫານ ແລະ ເຄື່ອງດື່ມ, ບັນດາຫົວໜ່ວຍທຸລະກິດຫັດຖະກຳ, ກະສີກຳ ທີ່ເປັນສີໄມ້ລາຍມືຂອງຄົນລາວ.

ທ່ານ ນາງແວວມະນີ ດວງດາລາ ຄະນະປະຈຳສະພາການຄ້າແລະອຸດສາຫະກຳ ແຂວງຫຼວງພະບາງ ຍັງໄດ້ເນັ້ນອີກວ່າ ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ເທຮນການທ່ອງທ່ຽວໃນປະຈຸບັນ ແມ່ນເຫັນວ່າ ນັກທ່ອງທ່ຽວທັງພາຍໃນ. ພາກພື້ນ ແລະ ທົ່ວໂລກ ແມ່ນໃຫ້ຄວາມສຳຄັນໃນການຫຼາຍໃນການເດີນທາງ ຍ່າງມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ຊອກຫາປະສົບການທີ່ເປັນເອກະຫຼັກຂອງທ້ອງຖີ່ນ. ງານສະບາຍດີ ຫຼວງພະບາງເຟສ:  ທ່ານຈະໄດ້ເຫັນຄວາມປະສົມປະສານກັນຢ່າງລົງໂຕ ລະຫ່ວາງ ການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມ ມີຄວາມຮັບຜິດຊອບກັບສັງຄົມ ແລະ ສົ່ງເສີມເອກະຫຼັກວັດທະນາທຳ ຮິດຄອງປະເພນີ ທ້ອງຖິ່ນອັນແທ້ຈິງ ທາງຜູ້ຈັດງານຈອງພວກເຮົາແມ່ນມຸ້ງເນັ້ນສ້າງກິດຈະກຳທີ່ເປັນເອກະຫຼັກຂອງຫຼວງພະບາງແທ້ແທ້ ສິນຄ້າທີນຳມາວາງໃນຕະຫຼາດ ຜະລິດຕະພັນ ແມ່ນມາຈາກທ້ອງຖີ່ນ ແລະຕັ້ງໃຈ ຈັດງານນີ້ໃຫ້ແກ່ຜູ້ມາຢ້ຽມຢາມ ແຂວງຂອງພວກເຮົາ ມີຄວາມຮູ້ສຶກພິເສດ ແລະ ບໍ່ສາມາດຫາປະສົບການແບບນີ້ໄດ້ຈາກບ່ອນອື່ນ. ພ້ອມທັງຕົ້ງໃຈໃຫ້ງານນີ້ ເປັນງານຮູບແບບຂອງບຸນໄຫຼເຮືອໄຟ ແບບເອກະຫຼັກຂອງຊາວເມືອງຫຼວງພະບາງ ໃຫ້ຜູ້ມາຢາມບ້ານເຮົາ ຄິດຮອດຄິດເຖິງ ແລະກັບມາຫຼວງພະບາງອີກ ໃນປີຕໍ່ຕໍ່ໄປ ເຊີ່ງລາຍການກິດຈະກຳຈະເລີ່ມວັນ 06-12-Oct-2022 ລາຍລະອຽດ (ຄັດຕິດມາພ້ອມນີ້)

ໃນຕອນທ້າຍ ທ່ານ ນາງຈັນທະຈອນ ວົງໄຊ ໃນນາມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຖືໂອກາດນີ້ເຊີນຊວນບັນດາທ່ານ,​ ຜູ້ປະກອບການທູກທ່ານ ເຂົ້າຮ່ວມທ່ຽວຊົມໃນງານໃນໄລຍະເວລາດັ່ງກ່າວ ແລະ ຂໍຄວາມຮ່ວມມືກັບທຸກໆທ່ານ ໂດຍສະເພາະແມ່ນສື່ມວນຊົນ, ຊ່ວຍແຈ້ງ ແລະ ກະຈາຍຂ່າວໃນການຈັດງານໃນຄັ້ງນີ້ໃຫ້ຮັບຮູ້ທົ່ວເຖິງກັນໃນທົ່ວປະເທດ. ແລະ ສຳລັບຂໍ້ມູນລະອຽດກ່ຽວກັບງານສາມາດສອບຖາມຂໍ້ມູນເພິ່ມເຕີມ ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ຫ້ອງການສະພາການຄ້າ ແຂວງ ຫຼວງພະບາງ.

ພ້ອມທັງ ຂໍສະແດງຄວາມຂອບໃຈອີກຄັ້ງ ມາຍັງບັນສື່ມ່ວນຊົນທຸກຂະແໜ່ງທີ່ມາເອົາຂ່າວໃນມື້ນີ້, ຂໍຂອບໃຈມາຍັງບັນດາບໍລິສັດທີ່ໃຫ້ການສະໜັບສະໜູນການຈັດງານໃນຄັ້ງນີ້,  ແລະ ທີ່ສຳຄັນ ຂໍຂອບໃຈ ມາຍັງກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ຄືກົມສົ່ງເສີມການຄ້າ, ກະຊວງຖະແຫລ່ງຂ່າວ, ວັດທະນາທໍາ ແລະ ກິລາ, ໂຄງການ SUSTOUR Laos ກໍ່ຄື ອົງການແພຮນ ສາກົນ ປະຈໍາ ສປປ ລາວ ແລະ ໂດຍສະເພາະສະພາຫະພາບເອິລົບ ທີ່ໃຫ້ການສະໜັບສະໜູນວຽກງານດັ່ງກ່າວນີ້ດ້ວຍດີຕະຫຼອດມາ.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword