ກອງປະຊຸມ ປຶກສາຫາລື ກ່ຽວກັບ ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຂຶ້ນ

ກອງປະຊຸມ ປຶກສາຫາລື ກ່ຽວກັບ ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຂຶ້ນ

ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (23 ພຶດສະພາ 2022) — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ໄດ້ຈັດ ກອງປະຊຸມ ປຶກສາຫາລື ກ່ຽວກັບ ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຂຶ້ນ  ທີ່ນະຄອນຫຼວງວຽງຈັນ.

ການສົນທະນາປຶກສາຫາລືໄດ້ສຸມໃສ່ຜົນຂອງການສຳຫຼວດແລະຄໍາສະເໜີແນະຂອງ ບົດລາຍງານຮ່ວມ ລະຫວ່າງ ສຄອຊ ແລະ ADB ທີ່ມີຊື່ວ່າ ບົດລາຍງານການສ້າງສິ່ງອຳນວຍຄວາມສະດວກດ້ານການຄ້າແລະການລົງທຶນຂັ້ນແຂວງ.

ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ໃຫ້ຮູ້ວ່າ “ການສົນທະນາປຶກສາຫາລືຢ່າງເອົາຈິງເອົາຈັງ ລະຫວ່າງ ບັນດາພາກສ່ວນກ່ຽວຂ້ອງໃນລະດັບຊາດ ແລະ ລະດັບທ້ອງຖິ່ນ ແມ່ນມີຄວາມສຳຄັນ ເພາະມັນໃຫ້ຄວາມເຂົ້າໃຈເຖິງສິ່ງທີ່ສຳຄັນຕໍ່ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ,” ທ່ານໄດ້ຮູ້ຕື່ມອີກວ່າ. “ການສົນທະນາປຶກສາຫາລືກັນໃນຄັ້ງນີ້ ສາມາດຊ່ວຍຊຸກຍູ້ການນໍາເຂົ້າມາ ແລະ ການເພີ່ມຂຶ້ນຂອງ ຈຳນວນວິສາຫະກິດຢ່າງມີປະສິດທິພາບ ພ້ອມກັນນັ້ນ ກໍ່ເພື່ອເປັນການເລັ່ງລັດການຟື້ນຕົວທາງດ້ານເສດຖະກິດຂອງ ສປປ ລາວ ຈາກການລະບາດຂອງພະຍາດໂຄວິດ-19.”

ການ​ສົນທະນາ​ແບບເປີດກ້ວາງ​ ໄດ້​ປຶກສາ​ຫາລື​ເຖິງ​ບັນຫາຕ່າງໆ​ທີ່​ກະທົບ​ຕໍ່ບັນດາ​ຫົວໜ່ວຍທຸລະກິດຂອງພາກ​ເອກະ​ຊົນ, ​ໃນ​ນັ້ນລວມ​ມີ ​ສະພາບ​ແວດ​ລ້ອມ​ທາງດ້ານລະບຽບການຄຸ້ມຄອງ ພ້ອມທັງ ​ໄດ້​ກຳນົດ​ບັນດາ​ມາດ​ຕະການ​ແກ້​ໄຂອັນຕົ້ນຕໍ ​ແລະ ບັນດາ​ຂົງ​ເຂດ ​ເພື່ອການ​ປັບປຸງ. ການສົນທະນາແບບເປີດກ້ວາງນີ້ ຍັງ​ໄດ້​ເນັ້ນ​ໜັກ​ເຖິງຄວາມ​ສຳຄັນ​ຂອງ​ການ​ປັບປຸງ​ຂອງພາກ​ລັດຖະບານ ​ເປັນຕົ້ນ​ແມ່ນ​ໄດ້​ຈັດຕັ້ງປະຕິບັດ​​ຄຳ​ສັ່ງ​ຂອງ​ທ່ານນາຍົກລັດຖະມົນຕີ ສະບັບ​ເລກທີ 02 ປີ 2018 ວ່າ​ດ້ວຍ​ ການ​ປັບປຸງ​ການ​ຂຶ້ນທະບຽນ​ວິສາຫະກິດ ດ້ວຍ​ການ​ໃຫ້​ເລກ​ປະຈຳ​ຕົວ​ຜູ້​ເສຍ​ອາກອນ ​ແລະ ໃບ​ທະບຽນ​ວິ​ສາ​ຫະກິດ​ໄປ​ພ້ອມໆ​ກັນ. ການປະຕິບັດການປະຕິຮູບເຫຼົ່ານີ້ ໂດຍລັດຖະບານທ້ອງຖິ່ນ ໄດ້ຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະ ເວລາຂອງການດຳເນີນການລົງທະບຽນວິສະຫະກິດລົງ ໄດ້ເຖິງຫນຶ່ງສ່ວນສາມ ແລະ ການປະຕິຮູບນີ້ ຄວນຈະຖືເອົາເປັນປັດໃຈພື້ນຖານອັນສຳຄັນໜຶ່ງ ເພື່ອການລິເລີ່ມເພີ່ມຕື່ມອີກຕໍ່ໆໄປ.

ທ່ານ ນາງ ໂຊໂນມິ ທະນາກະ, ຜູ້ຕາງໜ້າ ADB ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ “ມັນສຳຄັນທີ່ຈະຕ້ອງມີກົນໄກທີ່ສອດຄ່ອງ ເພື່ອຮັບປະກັນການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃຫ້ໄດ້ທາງດ້ານຄຸນນະພາບ, ເພາະວ່າ ສິ່ງນີ້ນຳໄປສູ່ການສ້າງນະໂຍບາຍ ແລະ ການຈັດຕັ້ງປະຕິບັດໂຄງການທີ່ມີຄຸນນະພາບ,” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ “ມັນ​ຍັງ​ຈະຊ່ວຍເພີ່ມທະວີ​ຄວາມ​ໂປ່​ງ​ໃສ ​ໂດຍ​ການເປີດ​ໂອກາດ​ໃຫ້​ບັນດາຜູ້​ມີ​ສ່ວນ​ຮ່ວມ ໄດ້​ແບ່ງປັນໃຫ້ຮູ້ເຖິງຄວາມ​ກັງ​ວົນ​ຂອງ​ພວກເຂົາ​ເຈົ້າ. ADB ຫວັງ​ວ່າ​ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ ການພັດທະນາວິສະຫະກິດແລະພາກເອກະຊົນ ຂອງ​ລັດ​ຖະ​ບານ ​ຜ່ານ​ການ​ສົນ​ທະ​ນາປຶກສາຫາລືທາງດ້ານ​ນະ​ໂຍ​ບາຍ ແລະ ການ​ດຳ​ເນີນ​ງານທາງດ້ານ​ຄວາມ​ຮູ້.”

ບົດ​ລາຍ​ງານ​ຮ່ວມ​ດັ່ງກ່າວຂອງ ສຄອຊ ແລະ ADB ຊຶ່ງໄດ້​ເຜີຍແຜ່​ໃນ​ວັນ​ທີ 31 ມີນານີ້ ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກແລະ​ການ​ຮ່ວມ​ມື​ພາກ​ພື້ນ​ຂອງ ປະເທດສາທາລະນະ​ລັດ​ປະຊາຊົນ​ຈີນ. ບົດລາຍງານໄດ້ສຸມໃສ່ 6 ດ້ານອັັນຕົ້ນຕໍຄື: ຄວາມງ່າຍຂອງການເລີ່ມຕົ້ນດຳເນີນທຸລະກິດ, ຄວາມໂປ່ງໃສແລະການເຂົ້າເຖິງຂໍ້ມູນຂ່າວສານ, ພາລະດ້ານລະບຽບການ, ຄ່າບໍລິການທີ່ບໍ່ເປັນທາງການ, ຄວາມສອດຄ່ອງໃນການຈັດຕັ້ງປະຕິບັດນະໂຍບາຍ, ແລະ ຄວາມເປັນມິດກັບພາກທຸລະກິດຂອງອຳນາດການປົກຄອງຂັ້ນແຂວງ. ບົດ​ລາຍ​ງານ​ແນະ​ນຳ​ໃຫ້​ຫຼຸດ​ຜ່ອນ ​ແລະ ປັບປຸງ​ຂໍ້​ກຳນົດ​ຂອງລະບຽບ​ການ ​ເພື່ອ​ເຮັດ​ໃຫ້​ ການ​ລົງທະບຽນວິສາຫະກິດງ່າຍ​ຂຶ້ນ, ເພີ່ມ​ຄວາມ​ໂປ່​ງ​ໃສ, ​ແລະ ລົບ​ລ້າງ​ຄ່າ​ບໍລິການ​ທີ່ບໍ່​ເປັນ​ທາງ​ການທີ່ຮຽກເກັບ​ຈາກບັນດາວິ​ສາ​ຫະກິດ.

ບົດລາຍງານຄູ່ກັນກັບບົດລາຍງານຮ່ວມຂອງ ສຄອຊ ແລະ ADB ເປັນອີກສະບັບໜຶ່ງ ໄດ້ສຶກສາພົບວ່າ ວິສາຫະກິດທີ່ນຳພາໂດຍແມ່ຍິງໃນ ສປປ ລາວ ປະເຊີນກັບສິ່ງທ້າທາຍຫຼາຍຂຶ້ນກວ່າເກົ່າ ໃນການເຂົ້າເຖິງຂໍ້ມູນຂ່າວສານທາງທຸລະກິດທີ່ສຳຄັນ. ປະມານ 30% ຂອງທຸລະກິດທີ່ດໍາເນີນໂດຍແມ່ຍິງໄດ້ລາຍງານວ່າ ໄດ້ເຂົ້າເຖິງຂັ້ນຕອນແລະຮູບແບບການປະສານງານກັບລັດຖະບານ ຫຼື ເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບໂອກາດໃນການຈັດຊື້-ຈັດຈ້າງຂອງພາກລັດ. ບົດ​ລາຍ​ງານໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ ໃຫ້ການ​ຝຶກ​ອົບຮົມ​ແກ່ບຸກຄະລະກອນຂອງຕົນ​ ເພື່ອ​ແກ້​ໄຂ​ຄວາມ​ລຳອຽງ​ທາງ​ເພດ​ທີ່​ເຊື່ອງ​ໄວ້ ​ແລະ ​ເຮັດ​ໃຫ້​ແມ່ຍິງ​ສາມາດສ້າງແລະດຳ​ເນີນ​ທຸລະ​ກິດໄດ້​ງ່າຍ​ຂຶ້ນ.

ກອງປະຊຸມປຶກສາຫາລືແບບເປີດກ້ວາງດັ່ງກ່າວ ໄດ້ຮັບການເປັນປະທານຮ່ວມໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ; ທ່ານ ອຸເດດ ສຸວັນນະວົງ, ປະທານ ສອຄຊ; ແລະ ທ່ານ ຣາເມັດ ສຸບຣາມານຽມ, ຫົວໜ້າກົມອາຊີຕາເວັນອອກສຽງໃຕ້ຂອງ ADB. ມີຫລາຍກ່ວາ 150 ທ່ານຈາກ ພາກລັດ, ພາກເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາຕ່າງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ ແບບເຊິ່ງໜ້າແລະທາງອອນລາຍ.

ADB ມຸ່ງໝັ້ນເພື່ອໃຫ້ພາກພື້ນອາຊີແລະປາຊີຟິກ ຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ, ແລະ ຍືນຍົງ ໄປພ້ອມກັບ ສຸມຄວາມພະຍາຍາມຂອງຕົນເພື່ອຫຼຸດຜ່ອນຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີປະເທດສະມາຊິກທັງໝົດ 68 ປະເທດ ຊຶ່ງໃນນັ້ນມີ 48 ປະເທດມາຈາກພາກດັ່ງກ່າວ.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword