ກອງປະຊຸມຄະນະກໍາມະການທີ່ປຶກສາໂຄງການ ຄັ້ງສຸດທ້າຍ (PAC)

ກອງປະຊຸມຄະນະກໍາມະການທີ່ປຶກສາໂຄງການ ຄັ້ງສຸດທ້າຍ (PAC)

ວັນທີ 27 ກໍລະກົດ 2022, ທີ່ໂຮງແຮມລາວພລາຊາ ເວລາ 13:00 ໂມງ – 17:00 ໂມງ ກອງປະຊຸມຄະນະກໍາມະການທີ່ປຶກສາໂຄງການ ຄັ້ງສຸດທ້າຍ (PAC) ບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ໃນປະເທດລາວແມ່ນກະດູກສັນຫຼັງຂອງການສ້າງວຽກເຮັດງານທໍາ, ກວມເອົາຫຼາຍກວ່າ 80 ສ່ວນຮ້ອຍຂອງການຈ້າງງານໃນປະເທດ.

ເຊິ່ງພາກສ່ວນດັ່ງກ່າວໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດ COVID-19, ສ່ວນໃຫຍ່ແມ່ນຍ້ອນການປິດປະເທດທີ່ປະກາດໃຊ້ໂດຍລັດຖະບານ ທີ່ວາງອອກເພື່ອຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດ. ເຖິງແນວໃດກໍຕາມ, ພາກສ່ວນ MSME ຂອງລາວແມ່ນມີບົດບາດສຳຄັນໃນການຕອບໂຕ້ວິກິດການ COVID-19 ແລະ ສາມາດຟື້ນຕົວໄດ້ແບບຍືນຍົງ ແລະ ສາມາດປັບຕົວຕໍ່່ຜົນກະທົບຕ່າງໆ ຖ້າພວກເຂົາໄດ້ຮັບການສະໜັບສະໜູນທີ່ຖືກຕ້ອງ.

ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19, ອົງການແຮງງານສາກົນ ILO ໄດ້ເລີ່ມດຳເນີນໂຄງການໃນເດືອນ ເມສາ 2021 ດ້ວຍການສະໜອງທຶນຈາກ ອົງການສະວິດເພື່ອການພັດທະນາປະຈຳພາກພື້ນແມ່ນ້ຳຂອງ (Swiss Agency for Development and Cooperation). ໂຄງການດັ່ງກ່າວແມ່ນໄດ້ຖືກຈັດຕັ້ງປະຕິບັດພາຍໃຕ້ການຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ LNCCI ແລະ ໄດ້ຮັບການຊີ້ນໍາທາງດ້ານນະໂຍບາຍຈາກກະຊວງອຸດສະຫະກຳ ແລະ ການຄ້າ MOIC. ໂຄງການດັ່ງກ່າວ ມີຈຸດປະສົງເພື່ອສະໜັບສະໜູນ ບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນເຈົ້າຂອງໂດຍແມ່ຍິງ ແລະ ຜູ້ຊາຍໃນລາວ ໃຫ້ມີຄວາມຍືນຍົງ ແລະ ຄວາມສາມາດໃນການປັບຕົວຫຼາຍກວ່າເກົ່າ ແລະ ສ້າງໂອກາດທາງດ້ານເສດຖະກິດ ແລະ ການຈ້າງງານທີ່ເໝາະສົມ, ປະກອບສ່ວນເຂົ້າໃນການຟື້ນຕົວຂອງປະເທດລາວ ຈາກພະຍາດ COVID-19.

ໂດຍສະເພາະ, ໂຄງການຈະບັນລຸເປົ້າໝາຍໄດ້ ໂດຍ:

  • ການເຮັດວຽກຮ່ວມກັບສະຖາບັນການເງິນ ແລະ ຄູ່ຮ່ວມງານອື່ນໆເພື່ອສະໜັບສະໜູນ MSMEs ທີ່ເປັນເຈົ້າຂອງໂດຍແມ່ຍິງ ແລະ ຜູ້ຊາຍ ທີ່ເປັນທາງການ ແລະ ບໍ່ເປັນທາງການ ໃນການເຂົ້າເຖິງການເງິນ, ສິນເຊື່ອ ແລະ ການບໍລິການທາງດ້ານການເງິນອື່ນໆ;
  • ຄວາມພະຍາຍາມໃນການສະໜັບສະໜູນ ການສະໜອງຂໍ້ມູນທີ່ເຊື່ອຖືໄດ້ ແລະ ຢ່າງຕໍ່ເນື່ອງ ທີ່ກ່ຽວຂ້ອງກັບມາດຕະການສະໜັບສະໜູນໃນຊ່ວງ COVID-19 ເຊິ່ງເປັນການປະກອບສ່ວນເຂົ້າໃນສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການພັດທະນາຜູ້ປະກອບການ ແລະ ບັນດາ MSMEs; ແລະ
  • ການສະໜອງ ການບໍລິການພັດທະນາທຸລະກິດ (BDS)ໃຫ້ແກ່ MSMEs ທີ່ເປັນເຈົ້າຂອງໂດຍແມ່ຍິງ ແລະ ຜູ້ຊາຍ ແລະ ຜູ້ປະກອບການທີ່ມີແຮງບັນດານໃຈ, ລວມທັງບັນດາຫົວໜ່ວຍທຸລະກິດ ທີ່ບໍ່ເປັນທາງການ, ເພື່ອສ້າງທັກສະການຄຸ້ມຄອງທຸລະກິດ ແລະ ການເງິນ, ເພີ່ມຄວາມຮູ້ທາງດ້ານການເງິນ, ສົ່ງເສີມການເປັນຜູ້ປະກອບການ ແລະ ກະຕຸ້ນແນວຄວາມຄິດທາງທຸລະກິດໃໝ່ໆທີ່ມີນະວັດຕະກຳ ແລະ ແບບຍືນຍົງ.

ຜົນໄດ້ຮັບຈາກໂຄງການນີ້, ຫຼາຍກວ່າ 16,000 ຄົນໄດ້ເຂົ້່າເຖິງຂໍ້ມູນ, ຄຳແນະນຳ ແລະ ເຄື່ອງມືທີ່ເຊື່ອຖືໄດ້ ທີ່ກ່ຽວຂ້ອງກັບການຟື້ນຕົວຈາກ COVID-19. ເຈົ້າຂອງ MSME ຫຼາຍກວ່າ 500 ຄົນ (ຍິງ 60%) ໄດ້ເຂົ້າເຖິງການບໍລິການພັດທະນາທຸລະກິດໂດຍນຳໃຊ້ວິທີການທີ່ອີງໃສ່ກິດຈະກໍາເປັນຫຼັກ (Activity Based Approach) ຂອງອົງການ ILO. ແລະ ມີຫຼາຍກວ່າ 15 ການຮ່ວມມື ທີ່ໄດ້ຮັບການຍົກລະດັບ ເພື່ອຄວາມສາມາດໃນການປັບຕົວ & ການຂະຫຍາຍຕົວຂອງ MSME.

ເປັນເວລາ 18 ເດືອນທີ່ໂຄງການໄດ້ຈັດຕັ້ງປະຕິບັດວຽກງານ ເຊິ່ງເລີ່ມແຕ່ເດືອນເມສາ 2021 ຈົນເຖິງເດືອນກໍລະກົດ 2022. ກອງປະຊຸມໃນມື້ນີ້ ແມ່ນກອງປະຊຸມ PAC ຄັ້ງສຸດທ້າຍ ເຊິ່ງໂຄງການຈະນຳສະເໜີ:

  • ບົດລາຍງານໂຄງການຄັ້ງສຸດທ້າຍ ໂດຍທີມງານຈາກໂຄງການ
  • ບົດລາຍງານການປະເມີນໂຄງການແບບອິດສະລະ ໂດຍຜູ້ປະເມີນພາຍນອກ
  • ຄໍາແນະນໍາສໍາລັບການເຂົ້າເຖິງແຫຼ່ງທຶນ ໂດຍນັກຄົ້ນຄວ້າພາຍນອກ

ຄະນະກຳມະການທີ່ປຶກສາໂຄງການ (PAC) ແມ່ນປະກອບດ້ວຍຜູ້ຕາງໜ້າຈາກ ອົງການສະວິດ ເພື່ອການພັດທະນາປະຈຳພາກພື້ນແມ່ນ້ຳຂອງ (Swiss Agency for Development and Cooperation), ບັນດາກະຊວງທີ່ກ່ຽວຂ້ອງຂອງພາກລັດຖະບານ, ພາກເອກະຊົນ, ເຄືອຂ່າຍ BDS, ພະນັກງານ ແລະ ອົງການ ILO. ກອງປະຊຸມ ຄະນະກຳມະການທີ່ປຶກສາໂຄງການ (PAC) ໂດຍການເປັນປະທານ ຂອງ ທ່ານ ດາວວອນ ພະຈັນທະວົງ ຮອງປະທານຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ທ່ານ Jean – Francois Cuenod ຜູ້ອໍານວຍການພາກພື້ນຂອງ SDC ແລະ ທ່ານ ສະເຫຼີມໄຊ ຫຼ່ຽມຜີ ຮອງຫົວໜ້າກົມ ກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ.

ຄະນະກຳມະການທີ່ປຶກສາໂຄງການໄດ້ຖືກສ້າງຕັ້ງຂຶ້ນໂດຍມີສະມາຊິກດັ່ງນີ້:

  • ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI)
  • ຕົວແທນຂັ້ນແຂວງຂອງ LNCCI (ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ LPBCCI)
  • ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ SSC
  • ຜູ້ໃຫ້ບໍລິການພັດທະນາທຸລະກິດ (BDS)
  • ກະຊວງ ອຸດສາຫະກຳ ແລະ ການຄ້າ (MOIC)
  • ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (MoLSW)
  • ກະຊວງ ແຜນການ ແລະ ການລົງທຶນ (MPI)
  • ສະຫະພັນກຳມະບານລາວ (LFTU)
  • ສະມາຄົມທຸລະກິດທີ່ກ່ຽວຂ້ອງ- ທີ່ໄດ້ຮັບການແຕ່ງຕັ້ງໂດຍ LNCCI
  • ອົງການແຮງງານສາກົນ (ILO)

ໂຄງການສະໜັບສະໜູນ ສ້າງຄວາມອາດສາມາດ ໃຫ້ກັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຮັບມືກັບຜົນກະທົບຈາກ COVID-19.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword