ສໍາມະນາ ເຜີຍແຜ່ກ່ຽວກັບທັກສະການບໍລິການລູກຄ້າ ແລະ ການສື່ສານທີ່ດີ

ໃນຕອນເຊົ້າ ຂອງວັນທີ 3 ທັນວາ 2021 ເວລາ 09:00 – 12:00 ໂມງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດສໍາມະນາ

ເຜີຍແຜ່ກ່ຽວກັບທັກສະການບໍລິການລູກຄ້າ ແລະ ການສື່ສານທີ່ດີ ໃຫ້ກັບພະນັກງານສະພາການຄ້າ ແລະ ສະພາການຄ້າແຂວງ ໂດຍຮູບການອອນລາຍ (ໂປແກຣມ Zoom) ພາຍໃຕ້ໂຄງການສົ່ງເສີມຜະລິດຕະພັນຍີ່ຫໍ້ລາວ-ເພື່ອຊິວິດການເປັນຢູ່ທີ່ດີຂຶ້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP).
ງານສຳມະນາເຜີຍແຜ່ກ່ຽວກັບທັກສະການບໍລິການລູກຄ້າ ແລະ ການສື່ສານທີ່ດີ ມີຈຸດປະສົງຫຼັກໃນການສ້າງຄວາມພ້ອມໃຫ້ກັບພະນັກງານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າແຂວງ ໃນການສື່ສານ ແລະ ໃຫ້ຂໍ້ມູນກໍ່ຄືການບໍລິການລູກຄ້າໃຫ້ມີຄວາມເພິ່ງພໍໃຈ ໂດຍສະເພາະແມ່ນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ປະກອບການທີ່ເປັນທັງສະມາຊິກ ແລະ ບໍ່ເປັນສະມາຊີກຂອງສະພາການຄ້າ. ພ້ອມດຽວກັນນີ້, ງານສໍາມະນາແມ່ນຍັງເຜີຍແຜ່ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ແທດເໝາະກັບສະພາບຄວາມເປັນຈິງ ແລະ ຍັງສາມາດເອົາໄປນໍາໃຊ້ໃນວຽກງານຕົວຈິງພາຍຫຼັງທີ່ສຳເລັດການສຳມະນາໃຫ້ດີຂຶ້ນເທື່ອລະກ້າວ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword