ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະໜອງທຶນ ຈຳນວນ 100 ຕື້ກີບ

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະໜອງທຶນ ຈຳນວນ 100 ຕື້ກີບ

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະໜອງທຶນ ຈຳນວນ 100 ຕື້ກີບ ໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SME.

ໃນ​ຕອນບ່າຍຂອງວັນທີ 20 ມີນາ 2020, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ກອງທຶນສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້​ຈັດ​ພິທີ​ເຊັນ​ສັນຍາ​​ສະ​ໜອງ​ທຶນ​ຂຶ້ນ ລະ​ຫວ່າງ ທສວ ​ແລະ 04 ທະ ນາຄານທຸລະກິດ ຄື: ທະນາຄານພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນ ລາວ (ຊາຄອມແບັງ ລາວ), ທະ ນາຄານຮ່ວມທຸລະກິດ ລາວຫວຽດ ແລະ ທະນາຄານມາຣູຣານ ເຈແປນລາວ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ພ້ອມດ້ວຍແຂກຈາກພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດ​ປະສົງຂອງການເຊັນສັນຍາສະໜອງທຶນຄັ້ງນີ້ ເພື່ອເປັນ​ການສະໜອງແຫຼ່ງທຶນໄລຍະຍາວ​ໃຫ້ ທະ​ນາ​ຄານປ່ອຍເງິນກູ້ໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SME ໂດຍມີເປົ້າໝາຍນໍາໃຊ້ ເປັນທຶນໜູນວຽນ ເພື່ອຂະຫຍາຍການຜະລິດ ແລະ ເພີ່ມການຈ້າງງານ; ທຶນຄົງທີ່ ເພື່ອປ່ຽນຖ່າຍເຄື່ອງຈັກ ຫຼື ປັບປຸງເຕັກໂນໂລຊີ, ການນຳໃຊ້ເຕັກໂນໂລຊີ ເພື່ອເພີ່ມຜະລິດຕະພາບການຜະລິດ ແລະ ການບໍລິການ ເຊັ່ນ: ການນຳໃຊ້ ICT ຊ່ວຍການບໍລິຫານຈັດການ ຫຼື ບັນຊາຂະບວນການຜະລິດ, ການຂະຫຍາຍການຜະລິດ ແລະ ການເພີ່ມການຈ້າງງານ, ການສ້າງນະວັດຕະກໍາໃນການຜະລິດ, ການອອກແບບ,​ ແລະ ການຄຸ້ມຄອງທຸລະກິດ; ທຶນໝູນວຽນ ຫຼື ທືນຄົງທີ່ ເພື່ອການຜະລິດເປັນສິນຄ້າສົ່ງອອກ ແມ່ນຖືເປັນບູລິມະສິດຫຼັກ ໃຫ້ SME ທີ່ນອນໃນຂະແໜງການ ແລະ ຂົງເຂດບູລິມະສິດ ຂອງ ລັດຖະບານ ທີ່ກຳນົດໃນແຕ່ລະໄລຍະ.
04 ທະນາຄານທຸລະກິດ ທີ່ເຊັນສັນຍາໃນມື້ນີ້ ແມ່ນໄດ້ມີຄວາມສົນໃຈເຂົ້າຮ່ວມໂຄງການ ແລະ ໄດ້ຜ່ານການຄັດເລືອກໂດຍອີງໃສ່ເງື່ອນໄຂ 13 ຂໍ້ ຈາກສະພາບໍລິຫານກອງທຶນ SME ຊຶ່ງທຶນທີ່ສະໜອງໃນຄັ້ງນີ້ ເປັນເງິນທຶນທີ່ ລັດຖະບານປະກອບໃຫ້ ທສວ ງວດທໍາອິດ ຈໍານວນ 100 ຕື້ກີບ ຂອງບ້ວງເງິນ 200 ຕື້ກີບ ແລະ ໄດ້ຈັດສັນທຶນໃຫ້ ທະນາຄານ ຄື: ທະນາຄານ ພັດທະນາລາວ ໄດ້ຮັບທຶນມູນຄ່າ 27 ຕື້ກີບ, ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ໄດ້ຮັບທຶນມູນຄ່າ 30 ຕື້ກີບ, ທະນາຄານ ຮ່ວມທຸລະກິດລາວຫວຽດ ໄດ້ຮັບທຶນມູນຄ່າ 30 ຕື້ກີບ ແລະ ທະ ນາຄານ ມາຣູຣານເຈ ແປນລາວ ໄດ້ຮັບທຶນມູນຄ່າ 13 ຕື້ກີບ.
​SME ທີ່ຈະຂໍກູ້ຢືມເງິນຕ້ອງເປັນ SME ທີ່ກຳນົດໃນດຳລັດ ສະບັບເລກທີ 25/ລບ, ລົງວັນທີ 16 ມັງ ກອນ 2017 ວ່າດ້ວຍການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຕ້ອງ:

  • ມີແຜນການດຳເນີນທຸລະກິດທີ່ຈະແຈ້ງ ແລະ ຊັດເຈນ;
  • ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງຈາກ ຂະແໜງອຸດສາຫະກໍາ ແລະ ການຄ້າ ຫຼື ພາກສ່ວນອື່ນ ທີ່ໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກ ຂະແໜງອຸດສາຫະກໍາ ແລະ ການຄ້າ;
  • ເປັນວິສາຫະກິດທີ່ຖືບັນຊີ ຕາມກົດໝາຍວ່າດ້ວຍການບັນຊີ ແລະ ບໍ່ເປັນໜີ້ບໍ່ເກີດດອກອອກຜົນ ຢູ່ນໍາທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ;
  • ເປັນຂະແໜງການ ຫຼື ຂົງເຂດບູລິມະສິດທີ່ ລັດຖະບານກຳນົດໃນແຕ່ລະໄລຍະ ແລະ ເປັນຂະແໜງການທີ່ມີຜົນຕອບແທນດ້ານທຸລະກິດ ເພື່ອຮັບປະກັນໃຫ້ ທສວ ມີຄວາມຍືນຍົງ;
    ເພດານ ການປ່ອຍສິນເຊື່ອ ໃຫ້ ຈຸນລະວິສາຫະກິດ ບໍ່ເກີນ 1,5 ຕື້ກີບ/ສັນຍາ, ວິສາຫະກິດຂະໜາດນ້ອຍ ບໍ່ເກີນ 3 ຕື້ກີບ/ສັນຍາ, ວິສາຫະກິດຂະໜາດກາງ ບໍ່ເກີນ 4 ຕື້ກີບ/ສັນຍາ ໃນອັດຕາດອກເບ້ຍ 3% ຕໍ່ປີ.

ສໍາລັບຂະແໜງບູລິມະສິດ ແລະ ຂົງເຂດບູລິມະສິດ ປະກອບມີ:

  • ຂະແໜງອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິກຳ;
  • ຂະແໜງຫັດຖະກຳ;
  • ຂະແໜງກະສິກຳປູກຝັງ ແລະ ລ້ຽງສັດ;
  • ຂະແໜງທ່ອງທ່ຽວ;

ສໍາ​ລັບ​ຂັ້ນ​ຕອນການ​ພິຈາລະນາ ​ແລະ ອະນຸມັດ​ສິນ​ເຊື່ອ​ໃຫ້ SME ​ນັ້ນ​ແມ່ນມອບ​ໃຫ້​ເປັນໜ້າທີ່​ ​ແລະ ຄວາມຮັບຜິດຊອບຂອງທະນາຄານ​​ທຸ​ລະ​ກິດເອງ, ກອງ​ທຶນ​ສົ່ງ​ເສີມ ​SME ຈະ​ເຮັດໜ້າທີ່​ຕິດຕາມ, ປະ​ເມີນ​ຜົນ ​ແລະ ​ແນະ​ນໍາທະນາຄານ​ທຸ​ລະ​ກິດ ​ເພື່ອ​ຮັບປະກັນ​ວ່າການ​ນໍາ​ໃຊ້​ແຫຼ່ງທຶນ​ດັ່ງກ່າວ​ສອດຄ່ອງ​ກັບ​ຈຸດປະສົງ ​ແລະ ​ເປົ້າໝາຍທີ່​ທາງກອງທຶນກໍານົດ​ໄວ້ ພ້ອມນັ້ນ ທສວ ມີສິດເຮັດໜັງສືຢັ້ງຢືນ ຫລື ຮັບຮອງ SME ທີ່ເຮັດແທ້ທຳຈິງ ແລະ ເປັນຂະແໜງການທີ່ມີຜົນຕອບແທນດ້ານທຸລະກິດ ທີ່ຮັບປະກັນໃຫ້ ທສວ ມີຄວາມຍືນຍົງ ທະນາຄານທຸລະກິດຈະເອົາໃຈໃສ່ພິຈາລະນາຄຳເຫັນຂອງ ທສວ ເພື່ອເປັນພື້ນຖານໃຫ້ແກ່ການອະນຸມັດສິນເຊື່ອ. ນອກ​ນັ້ນ​ ກອງທຶນ​ພວກ​ເຮົາຍັງ​​ເຮັດໜ້າທີ່​ສະໜັບສະໜູນທາງ​ດ້ານ​ວິຊາ​ການ​ ເພື່ອສ້າງ​ຄວາມ​ເຂັ້​ມ​ແຂງ​ໃຫ້​ທະ​ນາ​ຄານ​ໃນ​ວຽກ​ງານ​ສິນ​ເຊື່ອ, ສ້າງ​ຄວາມ​ເຂັ້ມ​ແຂ​ງ​ໃຫ້​ SME​ ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ແລະ ​ຄຸ້ມ​ຄອງ​ການ​ເງິນ ທີ່ໄດ້ຮັບເພື່ອບໍ່ໃຫ້ນໍາໃຊ້ເງິນຜິດເປົ້າໝາຍ ທັງນີ້ກໍ່ເພື່ອບໍ່ໃຫ້ເກີດເປັນໜີ້ບໍ່ເກີດດອກອອກຜົນ ຫຼື NPL.

Fb page: Department of Small and Medium Enterprise Promotion

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword