ງານພົບປະຮັບປະທານອາຫານເຊົ້າຮ່ວມກັນ: “SSC Breakfast Talk #4: ພາຍໃຕ້ຫົວຂໍ້: ກ້າວສູ່ປະເທດລາວທີ່ປາສະຈາກພລາສຕິກ ຫຼຸດຜ່ອນການນຳໃຊ້ພລາສຕິກແບບໃຊ້ຄັ້ງດຽວໃນອຸດສາຫະກຳການທ່ອງທ່ຽວ”

ງານພົບປະຮັບປະທານອາຫານເຊົ້າຮ່ວມກັນ: “SSC Breakfast Talk #4: ພາຍໃຕ້ຫົວຂໍ້: ກ້າວສູ່ປະເທດລາວທີ່ປາສະຈາກພລາສຕິກ ຫຼຸດຜ່ອນການນຳໃຊ້ພລາສຕິກແບບໃຊ້ຄັ້ງດຽວໃນອຸດສາຫະກຳການທ່ອງທ່ຽວ”

ໃນວັນທີ 16 ກັນຍາ 2019 ທີ່ ສຄອ ແຫ່ງຊາດລາວ, ສູນ​ບໍລິການ​ ວິສາຫະກິດ​ຂະໜາດ​ນ້ອຍ​ ແລະ​ ກາງ,​ ສະພາ​ການຄ້າ​ ແລະ​ ອຸດສະຫະ​ກຳ ​ແຫ່ງຊາດລາວ​

ຈັດງານ​ສົນທະນາໃນລະຫວ່າງອາຫານເຊົ້າ ​ໃນຫົວຂໍ້​ “ກ້າວ​ສູ່ປະເທດລາວທີ່ປາສະຈາກພລາສຕິກ ຫຼຸດ​ຜ່ອນການນໍາໃຊ້ພລາສຕິກແບບໃຊ້ຄັ້ງດຽວ ໃນອຸດສະຫາກຳການທ່ອງທ່ຽວ”​

ໂດຍມີ​ຈຸດປະສົງເພື່ອ ພົບປະແລກປ່ຽນປະສົບການ ແລະ​ ແນວຄວາມຄິດຜົນສຳເລັດຂອງການດຳເນີນທຸລະກິດຕໍ່ກັບມຸມມອງ ການມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມ ກັບຜູ້ເຂົ້າຮ່ວມໃນໂຮງແຮມ ແລະ ຮ້ານອາຫານ ບັນດາຜະລິດຕະພັນພລາສຕິກທີ່ໃຊ້ໄດ້ຄັ້ງດຽວແມ່ນບໍ່ມີຄວາມເປັນ. ການຫຼຸດຜ່ອນ ຫຼື ກຳຈັດ ພລາສຕິກເຫຼົ່ານັ້ນບໍ່ພຽງແຕ່ສ້າງປະໂຫຍດໃຫ້ແກ່ສິ່ງແວດລ້ອມ ແຕ່ມັນຍັງມີຄວາມໝາຍສຳຄັນທາງທຸລະກິດນໍາອີກ. ບັນດາລູກຄ້າແມ່ນໄດ້ຮັບຮູ້ຫຼາຍຂຶ້ນກ່ຽວກັບຜົນກະທົບທາງລົບຂອງພລາສຕິກທັງຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງເຮົາ.

ທ່ານ​ ນາງ​ ພອນສະຫວັນ​ ວິລິວົງ  ເຈົ້າຂອງ​ ເລີ​ ທຣິໂອ Le​ Trio​ Coffee Roasting boutique ນະຄອນຫຼວງວຽງຈັນ  ໄດ້ກ່າວວ່າ: ຕັ້ງແຕ່ ປີ​ 2013 ທາງເຮົາໄດ້ເລີ່ມຮັກສາສິ່ງແວດລ້ອມ ໂດຍການ​ໃຫ້ລູກຄ້າ ສົ່ງຖົງກະເຟຄືນ ຫຼັງຈາກທີ່ລູກຄ້າຊື້ໄປແລ້ວ.​ ໂດຍເຮົາຈະມີອັກສອນທາງຫລັງວ່າ ເຮົາຢາກໃຫ້ລູກຄ້າຮ່ວມມືນໍາເຮົາໃນການ ສົ່ງຖົງຄືນ ເພາະວ່າຈະໄດ້ປະຫຍັດການໃຊ້ຖົງພລາສຕິກເພີ່ມ.​ ມາຮອດປີ 2017​ ເຮົາໄດ້ເລິ່ມໃຊ້ຈອກກະເຟ (ແບບກັບບ້ານ)​ ທີ່ເປັນ​ Biodegradable​ ໝາຍຄວາມວ່າ​ ມັສສາມາດສະຫຼະໂຕໄດ້​ໂດຍອາໄສ ອາກາດ​ ຄວາມຊຸມ.​ ນອກຈາກນີ້ຫຼອດດູດ,​ ຖົງຂີ້ເຫຍື້ອ ແລະ​ ອື່ນໆ​ ທາງຮ້ານເຮົາກໍໃຊ້ເປັນ Biodegradable​ ເຊັ່ນກັນ.​ ແຕ່ບັນຫາຂອງ Biodegradable​ ກໍຄືຢູ່ບ້ານເຮົາຍັງບໍ່ມີໜ່ວຍງານໃດ ທີ່ສາມາດເອົາກັບມາດິໄຊໂຄລໄດ້ ມັນອາດຈະໄປປົ່ນຢູ່ກັບພວກພລາສຕິກອື່ນ ທາງຮ້ານເຮົາເລີຍຄິດ​ໃໝ່​ ໂດຍການ​ກະຕຸ້ນ​ໃຫ້ລູກຄ້າຖືກຈອກມາເອງ ແລະ​ ທຸກຄັ້ງທີ່ລູກຄ້າເອົາຈອກມາເອງ ແມ່ນເຮົາຈະເອົາເງິນໃຫ້ລູກຄ້າຄືນ 2000​ ກີບ.​ ຫຼອດດູດກໍປ່ຽນມາໃຊ້ແບບ ຫຼອດໄມ້ໄຜ່.​ ແຕ່ຂ້າພະເຈົ້າຄິດວ່າຫຼັກໆ ແມ່ນຕ້ອງເລີ່ມຈາກບຸກຄົນກ່ອນ ເພາະ​ 95% ແມ່ນຜູ້ບໍລິໂພກ ຖ້າຜູ້ບໍລິໂພກມີຄວາມຄິດຄືກັນ ມີຄວາມຢາກຫຼຸດຜ່ອນພລາສຕິກ ມັນກໍຈະຫຼຸດຜ່ອນໄດ້ຫລາຍ.​

ທາງດ້ານ​ ທ່ານ​ ນາງ​ ອາລິຈິດ ແພງສະຫວັນ ຜູ້ຈັດການດ້ານການຮຽນຮູ້ຄວາມຍືນຍົງ ໂຮງແຮງ ແມຊົງ ສຸວັນນະພູມ ນະຄອນຫຼວງ​ພະ​ບາງ​ ກໍໄດ້ກ່າວວ່າ: ທາງໂຮງແຮມຂອງພວກເຮົາ ໄດ້ເລີ່ມຈັດຕັ້ງປະຕິບັດ ຕັ້ງແຕ່ ປີ​2017​ ໂດຍມີເປົ້າໝາຍ​ທີ່ຈະຫຼຸດຜ່ອນການໃຊ້ຖົງຢາງທີ່ໃຊ້ຄັ້ງດຽວ,​ ຫາສິ່ງມາທົດແທນພລາສຕິກ ແລະ​ ປູກຈິດສຳນຶກ​ ແລະ​ ປ່ຽນແປງ​ພຶດຕິການ.​ ໃນລ່າສຸດ​ໂຕເລກ ທ້າຍເດືອນ 8​ ໂຮງແຮມເຮົາສາມາດຫຼຸດຜ່ອນພລາສຕິກໄດ້​ 86% ໂດຍເຮົາຕັ້ງເປົ້າໝາຍວ່າ ປີ​ 2020​ ເຮົາຈະເປັນໂຮງແຮມ Free Plastic.

ຂອບໃຈບົດຂ່າວຈາກ: http://insidelaos.com

Related Posts

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.…Read more
ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

Enter your keyword